ທໍາລາຍໝາກກະໂພກ ແລະ ບັ້ງໄຟດອກ ລັກລອບນຳເຂົ້າ ມູນຄ່າເກືອບ 300 ລ້ານກີບ

10/02/2025 16:21
Email Print 374
ຂປລ ຂປລ. ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ (ນວ) ໄດ້ທໍາລາຍໝາກກະໂພກ ແລະ ບັ້ງໄຟດອກ ທີ່ຢຶດໄດ້ຈາກການລັກລອບນຳເຂົ້າ ແລະ ຈຳໜ່າຍ ໃນວັນທີ 7 ກຸມພາ 2025 ຜ່ານ​ມາ ຢູ່ກອງພັນໃຫຍ່ 497



ຂປລ. ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ (ນວ) ໄດ້ທໍາລາຍໝາກກະໂພກ ແລະ ບັ້ງໄຟດອກ ທີ່ຢຶດໄດ້ຈາກການລັກລອບນຳເຂົ້າ ແລະ ຈຳໜ່າຍ ໃນວັນທີ
7 ກຸມພາ 2025 ຜ່ານ​ມາ ຢູ່ກອງພັນໃຫຍ່ 497 ໂດຍການເຂົ້າ ຮ່ວມຂອງ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງ​ວຽງ​ຈັນ, ທ່ານ ພັທ ບົວລີ ກອງອຸເທນ ຫົວໜ້າພະແນກເຕັກນິກ ກອງພັນໃຫຍ່ 497 ​ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.




ທ່ານ ມະໂນສັກ ໄຊສິລິກຸນ ຮອງຫົວໜ້າຂະແໜງການຄ້າພາຍໃນ ໃຫ້ຮູ້ວ່າ: ພະແນກອຸດສາຫະກໍາ ແລະ ການຄ້າ ນວ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ
9 ຕົວເມືອງ ໄດ້ລົງເຄື່ອນໄຫວວຽກງານຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ ຄ້າຂາຍນອກລະບົບທຸກຮູບແບບ ເຊິ່ງໃນໄລຍະບຸນປີໃໝ່ສາກົນ, ປີໃໝ່ຈີນ ແລະ ປີ​ໃໝ່ຫວຽດນາມ ປີ 2025 ​ໂດຍໄດ້ກວດກາບັນດາຮ້ານຄ້າ ແລະ ຕະຫລາດ ໃນນະຄອນຫລວງວຽງຈັນ ທັງໝົດ 24 ຕະຫລາດ ແລະ 166 ຮ້ານ. ຜ່ານການກວດກາໄດ້ພົບເຫັນການລັກລອບນຳເຂົ້າ ແລະ ຈຳໜ່າຍ ໝາກກະໂພກ ແລະ ບັ້ງໄຟດອກ ທີ່ເປັນສິນຄ້າເກືອດຫ້າມນໍາເຂົ້າ ແລະ ຈໍາໜ່າຍ ລວມນ້ຳໜັກທັງໝົດ ປະມານ 576,6 ກິໂລກຣາມ ຄິດເປັນມູນຄ່າ​ເກືອ​ບ 300 ລ້ານກີບ. ສະນັ້ນ, ເຈົ້າໜ້າທີ່ການຄ້າ ຈຶ່ງໄດ້ເຮັດບົດບັນທຶກກວດກາ ແລະ ຢຶດສິນຄ້າດັ່ງກ່າວ, ມາທໍາລາຍຖີ້ມຕາມລະ ບຽບການ.

ໄລຍະຜ່ານມາ, ພະແນກອຸດສາຫະກຳ ແລະ ການຄ້າ ນວ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ຄໍາສັ່ງວ່າດ້ວຍການຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ຈູດໜາກກະໂພກ, ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ ຂອງທ່ານເຈົ້າຄອງນະຄອນ ຫລວງວຽງຈັນ ແລະ ຄໍາສັ່ງວ່າດ້ວຍການເພີ່ມທະວີຕິດຕາມ ກວດກາ ແລະ ສະກັດກັ້ນການຄ້າສິນຄ້ານອກລະບົບ ແລະ ນໍາໃຊ້ມາດຕະການຕໍ່ຜູ້ລະເມີດຂອງ ກະຊວງອຸດສາຫະກຳ ແລະ ການຄ້າ. ທັງນີ້, ກໍເພື່ອແກ້ໄຂບັນຫາລັກລອບນຳເຂົ້າ ແລະ ຈຳໜ່າຍສິນຄ້າເກືອດຫ້າມ.

ຂ່າວ: ວຽງຈັນໃໝ່

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top