ປາຖະກະຖາວັນເກີດ ປະທານ ກິມ ເຈິງ ອິນ ຄົບຮອບ 83 ປີ

10/02/2025 16:14
Email Print 444
ຂປລ ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ແລະ ກອງພົນທີ 1 ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ຈັດປາຖະກະຖາວັນ ວັນເກີດ ຂອງປະທານ ກິມ ເຈິງ ອິນ ຄົບຮອບ 83 ປີ (16 ກຸມພາ 1942-16 ກຸມພາ 2025) ຢູ່ສະໂມສອນກອງພົນທີ 1 ໂດຍມີ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເຈົ້າຄອງນະຄອນຫລວງວຽງຈັນ



ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ
ແລະ ກອງພົນທີ 1 ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ຈັດປາຖະກະຖາວັນ ວັນເກີດ ຂອງປະທານ ກິມ ເຈິງ ອິນ ຄົບຮອບ 83 ປີ (16 ກຸມພາ 1942-16 ກຸມພາ 2025) ຢູ່ສະໂມສອນກອງພົນທີ 1 ໂດຍມີ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເຈົ້າຄອງນະຄອນຫລວງວຽງຈັນ, ປະທານ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1, ມີບັນດາການນໍາ, ຄະນະກົມ, ນາຍ ແລະ ພົນທະຫານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ໂອກາດ​ນີ້, ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫລີ ປະຈຳລາວ ໄດ້ຍົກໃຫ້ເຫັນເຖິງບົດບາດການນໍາພາ ແລະ ຜົນງານ ຂອງ ປະທານ ກິມ ເຈິງ ອິນ
 ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫລີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ອັນພົ້ນເດັ່ນແມ່ນການນໍາພາວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພັດທະນາ ໃນໄລຍະວິກິດທາງດ້ານເສດຖະກິດ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ພ້ອມກັນນີ້, ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງສອງປະ​ເທດ ສປປ ລາວ ແລະ ສປປ ເກົາຫລີ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ, ທັງເປັນການປະກອບສ່ວນເຂົ້າໃນພະລາກິດເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນຂົງເຂດພາກພື້ນ ແລະ ໃນໂລກ.




ໃນພິທີດັ່ງກ່າວ
, ຍັງມີການວາງສະແດງຮູບພາບ, ປຶ້ມ ແລະ ສາຍວິດີໂອ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫລີ ໃນໄລຍະຜ່ານມາ ແລະ ປັດຈຸບັນ, ພ້ອມທັງ ໄດ້ຮັບຊົມການສະແດງສິລະປະ ຂອງກອງພົນທີ 1 ແລະ ສປປ ເກົາຫລີ ຕື່ມອີກ.

ໂອກາດນີ້, ສະຫາຍ ປະທານ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ກໍໄດ້ມອບຄອມພິວເຕີ 1 ຊຸດ, ເງິນສົດ ຈໍານວນ 30 ລ້ານກີບ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ມອບຄອມພິມເຕີ 1 ຊຸດ ໃຫ້ກອງພົນທີ I ເພື່ອນໍາໃຊ້ເຂົ້າໃນໜ້າທີ່ວຽກງານ ແລະ ປັບປຸງກໍ່ສ້າງກົມກອງ.

ຂ່າວ: ໂກຮັງ

KPL

ຂ່າວອື່ນໆ

    • ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດການເມືອງ

      ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດ

      3/21/2025 11:53:33 AM

      ຂປລ. ພິທີປະດັບຫລຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໃຫ້ບັນດາສະຫາຍ ການນຳ, ອະດີດການນຳຂັ້ນສູງ ພັກ, ລັດ ເນື່ອງໃນໂອກາດເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ຈັດຂຶ້ນໃນວັນທີ 21 ມີນາ 2025 ໃຫ້ກຽດປະດັບຫລຽນໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ສະຫາຍ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.

    • ວາງສະແດງຮູບພາບ  ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ວາງສະແດງຮູບພາບ ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:43:53 AM

      ຂປລ. ພິທີວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນປະຕິວັດລາວ” (ພັກ ປປ ລາວ) ຈັດຂຶ້ນໃນວັນທີ 21 ມີນາ 2025 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ເຂົ້າຮ່ວມ.

    • ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:36:26 AM

      ຂປລ. ໃນວັນທີ 21 ມີນາ 2025 ນີ້, ການນຳພັກ, ລັດ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສູນກາງພັກ, ຄະນະລັດຖະບານ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (ພັກ ປປ ລາວ).

    • ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີການເມືອງ

      ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/21/2025 8:36:43 AM

      ຂປລ. ໃນວັນທີ 20 ມີນາ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025).

    • ພັກເພື່ອນມິດຍຸດທະສາສາດ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີການເມືອງ

      ພັກເພື່ອນມິດຍຸດທະສາສາດ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

      3/21/2025 8:29:41 AM

      ຂປລ. ເນື່ອງໃນໂອກາດສະເຫລີລສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກໍາມະການສູນກາງພັກກອມມູນິດຈີນ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ads
ads

Top