70 ປີ ພັກ ປປ ລາວ ນໍາພາ ປວງຊົນລາວ ສໍາເລັດພາລະກິດປະຕິວັດ

07/02/2025 20:02
ຂປລ ຂປລ. ຕະຫລອດໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວບັນ ດາເຜົ່າ ດໍາເນີນການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນເຮັດສໍາເລັດພາລະກິດປະຕິວັດ, ລົບລ້າງລະບອບລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ນໍາພາປະເທດຊາດ ຍາດໄດ້ໄຊຊະນະເປັນກ້າວໆ ແລະ ສະ ຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.



ຂປລ. ຕະຫລອດໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວບັນ ດາເຜົ່າ ດໍາເນີນການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນເຮັດສໍາເລັດພາລະກິດປະຕິວັດ, ລົບລ້າງລະບອບລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ນໍາພາປະເທດຊາດ ຍາດໄດ້ໄຊຊະນະເປັນກ້າວໆ ແລະ ສະ ຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ(ຮວຜທ) ໄດ້ໃຫ້ສຳພາດໃນວັນທີ 6 ກຸມພາ 2025 ນີ້ ໂດຍສະຫາຍ ໄດ້ຍົກໃຫ້ເຫັນມູນເຊື້ອ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິວັດລາວ ເຊິ່ງໄດ້ຮັບການສ້າງ ຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍສືບທອດພາລະກິດຂອງພັກກອມມູນິດອິນດູຈີນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຫລັກແຫລ່ງນໍາພາກໍ່ຕັ້ງ, ຖະນຸບໍາລຸງ, ຝຶກຝົນຫລໍ່ຫລອມ, ກໍ່ສ້າງ ແລະ ປັບປຸງໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ພັກປະຊາຊົນປະຕິວັດລາວ ໄດ້ມີຄວາມສະດຸ້ງໄວ, ທັງສະຫລຽວສະຫລາດ, ມີໄຫວພິບ ຫັນປ່ຽນການນໍາພາຂອງຕົນ ໃຫ້ສອດຄ່ອງກັບສະພາບ, ຈຸດພິເສດ ແລະ ເງື່ອນໄຂສະພາບແວດລ້ອມຄວາມເປັນຈິງຂອງປະເທດຊາດ ແລະ ສະພາບສາກົນ ດ້ວຍການວາງແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ ເຊິ່ງສາມາດປົກປັກຮັກສາຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ເສດຖະກິດ-ສັງຄົມ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ມີການພັດທະນາ ດີຂຶ້ນເປັນກ້າວໆ.
ຢ່າງໃດກໍຕາມ, ໃນຊຸມປີຕໍ່ໜ້ານີ້, ສະມາຊິກພັກ, ພະນັກງານ-ນັກຮົບ ຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ແລະ ປະຕິບັດຫລັກການຂອງພັກ, ຊຸກຍູ້, ສົ່ງເສີມ, ປະດິດສ້າງສິ່ງໃໝ່ທີ່ສອດຄ່ອງກັບສະພາບການໃໝ່, ສ້າງການຫັນປ່ຽນອັນຕັ້ງໜ້າດ້ານແບບແຜນນໍາພາ ແລະ ວິທີເຮັດວຽກເພື່ອບັນລຸຈຸດໝາຍສັງຄົມນິຍົມ, ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ສະຫາຍ ພັນເອກ ສະແຫວງ ແດນນາມົນ ຍັງໃຫ້ຮູ້ອີກວ່າ: ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ແມ່ນໂຮງຮຽນໜຶ່ງໃນລະບົບໂຮງຮຽນຂອງກອງທັບ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ມີຖານະບົດບາດທຽບເທົ່າກັບກອງພົນ ໂດຍພາຍໃຕ້ການຊີ້ນໍາ-ນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງຄະນະພັກກະຊວງປ້ອງກັນປະເທດ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 24 ມິຖຸນາ 2022. ຄະນະພັກໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບເປັນວຽກແຖວໜ້າ, ສອດຫ້ອຍເຂົ້າທຸກຂົງເຂດວຽກງານ ເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອ່ຽງທຸ່ນທ່ຽງເຊື້ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ທີ່ພັກ-ລັດ, ກອງທັບ ແລະ ປະຊາຊົນມອບໝາຍໃຫ້. ໃນໄລຍະ 2 ປີຜ່ານມາ, ສາມາດສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ 50%, ສະມາຊິກພັກແຂງ 76,39%; ພະນັກງານໄດ້ຮັບນະໂຍບາຍ ເລື່ອນຊັ້ນໃໝ່ 74 ສະຫາຍ, ສົ່ງພະນັກງານ-ນັກຮົບໄປຮຽນຢູ່ພາຍໃນ ແລະ ຕ່າງປະເທດ 20 ສະຫາຍ, ສ້າງໄດ້ຄູສອນດີ-ສອນເກັ່ງ, ນັກຮຽນດີ-ຮຽນເກັ່ງ ໄດ້ຈໍານວນໜຶ່ງ, ທັງໄດ້ຮັບໃບຢັ້ງຢືນຈາກກະຊວງສຶກສາທິການ-ກິລາ ໃຫ້ເປັນໂຮງຮຽນສີຂຽວ ແລະ ໂຮງຮຽນປອດຢາເສບຕິດ.
ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ຈະມາເຖິງນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ຕາງໜ້າຄະນະພັກ-ຄະນະອໍານວຍການໂຮງຮຽນວັດທະນະທໍາຊົນເຜົ່າ ກອງທັບ ສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ການນໍາກົມໃຫຍ່ການເມືອງກອງ ທັບຕະຫລອດຮອດພະນັກງານ-ນັກຮົບທົ່ວກອງທັບ ແລະ ບັນດາບຸກຄົນ-ນິຕິບຸກຄົນ ທີ່ໄດ້ໃຫ້ການຊີ້ນໍາ, ອູ້ມຊູຊ່ວຍເຫລືອໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ດີຕະຫລອດມາ, ອວຍພອນໄຊອັນປະເສີດໃຫ້ບັນດາສະ ຫາຍຈົ່ງມີສຸຂະພາບເຂັ້ມແຂງ, ມີອາຍຸໝັ້ນຍືນຍາວ, ສືບຕໍ່ໃຫ້ການຊີ້ນໍາໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ນັບມື້ນັບເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.


ຂ່າວ: ທະນູທອງ
ພາບ: ຮວຜທ
KPL

ຂ່າວອື່ນໆ

    • ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນການເມືອງ

      ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

      2/7/2025 7:59:26 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ຕ້ອນຮັບ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໃນວັນທີ 6 ກຸມພາ 2025 ທີ່ຫ້ອງວ່າການແຂວງ ຈຳປາສັກ ໃນໂອກາດມາເຄື່ອນໄຫວຊຸກຍູ້ວຽກງານ ທີ່ແຂວງຈຳປາສັກ.

    • ປີ 2024 ວຽກພັດທະນາການທ່ອງທ່ຽວ  ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານການເມືອງ

      ປີ 2024 ວຽກພັດທະນາການທ່ອງທ່ຽວ ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານ

      2/7/2025 7:45:55 PM

      ຂປລ. ໃນປີ 2024 ຜ່ານມາ, ຄະນະພັກ-ຄະນະນໍາກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ຽວທ່ຽວ (ຖວທ) ໄດ້ເອົາໃຈໃສ ນຳພາ-ຊີ້ນຳ ວຽກງານດ້ານຕ່າງໆ ຢ່າງມີຜົນສຳເລັດ ເຮັດໃຫ້ພະນັກງານ-ລັດຖະກອນ ໃນຂະແໜງ ຖວທ ມີຄວາມອຸ່ນອ່ຽງ, ທຸ່ນທ່ຽງຕໍ່ໜ້າທີ່, ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ສຳເລັດຢ່າງເປັນຮູບປະທຳ ເຮັດໃຫ້ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ມີຜົນສຳເລັດ ໃນຫລາຍດ້ານ ໂດຍສະເພາະ ວຽກງານພັດທະນາການທ່ອງທ່ຽວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

    • ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ດຳເນີນກອງປະຊຸມສຸດຍອດ ຄັ້ງທີ 15ການເມືອງ

      ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ດຳເນີນກອງປະຊຸມສຸດຍອດ ຄັ້ງທີ 15

      2/7/2025 7:43:18 PM

      ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງຂອງ ພັກປະຊາຊົນ ກໍາປູເຈຍ ນໍາໂດຍ ສົມເດັດ ອັກຄະມາຫາເສນາບໍດີ ເຕໂຈ ຮຸນເຊນ ປະທານພັກ ປະຊາຊົນ ກໍາປູເຈຍ, ປະທານສະພາສູງ ໄດ້ເດີນທາງມາຮ່ວມກອງປະຊຸມສຸດຍອດ ຄັ້ງທີ 15 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫລວງວຽງຈັນ, ສປປ ລາວ ທີ່ຈະຈັດຂຶ້ນໃນວັນທີ 7 ກຸມພາ 2025.

    • ນາຍົກ ເນັ້ນໃຫ້ຂະແໜງ ຖວທ ປັບປຸງວຽກ ງານຖະແຫລງຂ່າວ ໃຫ້ແຂງແຮງ-ມີປະສິດທິພາບການເມືອງ

      ນາຍົກ ເນັ້ນໃຫ້ຂະແໜງ ຖວທ ປັບປຸງວຽກ ງານຖະແຫລງຂ່າວ ໃຫ້ແຂງແຮງ-ມີປະສິດທິພາບ

      2/7/2025 7:38:03 PM

      ຂປລ. ໃນໂອກາດສຳເລັດກອງປະຊຸມ ສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ປະຈຳປີ 2024 ໃນວັນທີ 7 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ຂະແໜງ ຖວທ ທົ່ວປະເທດ ສືບຕໍ່ເອົາໃຈໃສ່ ຫລາຍບັນຫາສຳຄັນ ໂດຍສະເພາະ ໃຫ້ສືບຕໍ່ສຸມໃສ່ປັບປຸງວຽກງານຖະແຫລງຂ່າວ, ວຽກງານສື່ມວນຊົນ ໃຫ້ແຂງແຮງກວ່າເກົ່າ

    • ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍການເມືອງ

      ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ

      2/6/2025 4:53:14 PM

      ຂປລ. ໃນວັນທີ 6 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການພົບປະຢ້ຽມຢາມຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຂັ້ນສູງ ໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 6-7 ກຸມພາ 2025.

ads
ads

Top