ຂປລ
ຜະລິດຕະພັນຖັກຍູກວາດ ແມ່ນກຸ່ມຜະລິດຕະພັນໜຶ່ງ ທີ່ເປັນສີໄມ້-ລາຍມືຂອງເອື້ອຍນ້ອງແມ່ຍິງ ບ້ານກາງ ເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ໄດ້ພາກັນແປງຖັກຍູກວາດແບບທຳມະຊາດ ນໍາໃຊ້ໃນຄົວເຮືອນເຫລືອໃຊ້ກໍຜະລິດຂາຍອອກຈໍານວໜ່ຶງ ເພ່ືອມາແລກຊື້ເຂົ້າ-ນໍ້າຕາມບ້ານໃກ້ຄຽງກັນສືບທອດກັນມາແຕ່ເຊັ່ນພໍ່-ເຊັ່ນແມ່ ຈົນເຖິງປັດຈຸບັນ.
![](https://kpl.gov.la/Media/Upload/News/Thumb/2025/02/10/5.jpg)
*ຜະລິດຕະພັນຖັກຍູກວາດແມ່ນກຸ່ມຜະລິດຕະພັນໜຶ່ງ ທີ່ເປັນສີໄມ້-ລາຍມືຂອງເອື້ອຍນ້ອງແມ່ຍິງ ບ້ານກາງ ເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ໄດ້ພາກັນແປງຖັກຍູກວາດແບບທຳມະຊາດ ນໍາໃຊ້ໃນຄົວເຮືອນເຫລືອໃຊ້ກໍຜະລິດຂາຍອອກຈໍານວໜ່ຶງ ເພ່ືອມາແລກຊື້ເຂົ້າ-ນໍ້າຕາມບ້ານໃກ້ຄຽງກັນສືບທອດກັນມາແຕ່ເຊັ່ນພໍ່-ເຊັ່ນແມ່ ຈົນເຖິງປັດຈຸບັນ, ຕໍ່ມາໄດ້ມີໂຄງການເຂົ້າມາ ແລະ ໄດ້ຮັບການສົ່ງເສີມຈາກໂຄງການສະມາຄົມແມ່ຍິງຮ່ວມໃຈພັດທະນາ (MHP) ໃຫ້ມີການຜະລິດເປັນສິນຄ້າຊຶ່ງຜະລິດຕະພັນຖັກຍູກວາດ ຂອງກຸ່ມແມ່ຍິງ ບ້ານກາງ ໄດ້ແກ່ຍູກວາດຍາວ 80 ຊັງຕີ ແມັດ, ຍູກວາດສັ້ນ 30 ຊັງຕີແມັດ, ມີສະມາຊິກທັງໝົດ 29 ຄົນ, ສາມາດຜະລິດສິນຄ້າໄດ້ 300 ຫາ 400 ກ້ານຕໍ່ເດືອນ ຊຶ່ງສາມາດສ້າງລາຍຮັບເຂົ້າກຸ່ມໄດ້ປະມານ 10 ລ້ານກີບຕໍ່ເດືອນ.
![](https://kpl.gov.la/Media/Upload/News/Thumb/2025/02/10/Untitled-11.jpg)
ສຳລັບຕະຫລາດຈຳໜ່າຍ ແມ່ນທັງພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ໂດຍມີນັກທຸລະກິດມາຮັບຊື້ຈາກກຸ່ມ ເພື່ອນໍາໄປຂາຍຕໍ່ຕາມຄວາມຕ້ອງການຊົມໃຊ້ຂອງລູກຄ້າ, ຜະລິດຕະພັນສ່ວນຫລາຍ ແມ່ນໝົດທຸກໆເດືອນບາງເດືອນກໍບໍ່ພຽງພໍກັບຄວາມຕ້ອງການຂອງລູກຄ້າ ເນື່ອງຈາກການຜະລິດສ່ວນໃຫຍ່ນໍາໃຊ້ແຮງງານຄົນ, ເຄື່ອງມືປະຖົມປະຖານແບບທຳມະຊາດ ຍັງຂາດເຄື່ອງມືທ່ີທັນສະໄໝເຮັດໃຫ້ຜະລິດຕະພັນບໍ່ພຽງພໍຕໍ່ຄວາມຕ້ອງການຂອງລູກຄ້າ, ພ້ອມນີ້ວັດຖຸດິບແມ່ນຫາໄດ້ຈາກທຳມະຊາດເຂດໃກ້ຽງ, ມີປ່າປ້ອງກັນ, ປ່າຊົມໃຊ້ທີ່ຍັງຮັກສາທໍາມະຊາດໄວ້ນໍາໃຊ້ ແລະ ເມື່ືອມໍ່ໆມານີ້ກຸ່ມແມ່ຍິງຖັກຍູກວາດ ຢູ່ຮາກຖານບ້ານກາງເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບປ້າຍກາໝາຍໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ໂອດັອບ) ຕາງໜ້າມອບໂດຍມີທ່ານ ພົງ ສະຫວັນ ປັນຍາສັກ ຮອງເລຂາ ພັກເມືອງ ຜູ້ຊີ້ນໍາຂົງເຂດພັກ- ພະນັກງານ ແລະ ຕາງໜ້າຮັບໂດຍ ທ່ານບຸນຄຳ ມະນີໄຊ ນາຍບ້ານໆກາງ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮວມ.
ຂ່າວ-ພາບ: ພອນສະຫວັນ ມະນີສ
KPL