![](https://kpl.gov.la/Media/Upload/News/Thumb/2025/02/07/476309519_1095400059280966_2316065345635878982_n.jpg)
ຂປລ. ໃນປີ 2024 ຜ່ານມາ, ຄະນະພັກ-ຄະນະນໍາກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ຽວທ່ຽວ (ຖວທ) ໄດ້ເອົາໃຈໃສ ນຳພາ-ຊີ້ນຳ ວຽກງານດ້ານຕ່າງໆ ຢ່າງມີຜົນສຳເລັດ ເຮັດໃຫ້ພະນັກງານ-ລັດຖະກອນ ໃນຂະແໜງ ຖວທ ມີຄວາມອຸ່ນອ່ຽງ, ທຸ່ນທ່ຽງຕໍ່ໜ້າທີ່, ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ສຳເລັດຢ່າງເປັນຮູບປະທຳ ເຮັດໃຫ້ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ມີຜົນສຳເລັດ ໃນຫລາຍດ້ານ ໂດຍສະເພາະ ວຽກງານພັດທະນາການທ່ອງທ່ຽວ
ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.
ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ລາຍງານໃຫ້ຮູ້ໃນກອງປະຊຸມສະຫລຸບວຽກງານ ຖວທ ທົ່ວປະເທດ ໃນວັນທີ 6 ກຸມພາ 2025 ໂດຍທ່ານໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານ ຖວທ ທົ່ວປະເທດ ໃນໄລຍະຜ່ານມາ ໂດຍສະເພາະ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດ ວຽກງານພັດທະນາການທ່ອງທ່ຽວ ໃນປີ 2024 ຜ່ານມາ ເຊິ່ງມີຜົນສຳເລັດໃນຫລາຍດ້ານ ເປັນຕົ້ນ ໄດ້ດໍາເນີນການປັບປຸງ ແລະ ພັດທະນາໂຄງລ່າງ ພື້ນຖານສໍາຄັນ ເພື່ອອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວ. ໃນນັ້ນ, ໄດ້ສຳເລັດ ການປັບປຸງເສັ້ນທາງ ບ້ານນາກະສັງ-ດອນເດດ-ດອນຄອນ ແຂວງຈຳປາສັກ (22 ກິໂລແມັດ), ປັບປຸງທາງເຂົ້າເຖິງ ເຂດທ່ອງທ່ຽວ ອ່າງນໍ້າງື່ມ 1 ແຂວງວຽງຈັນ (6,3 ກິໂລແມັດ), ການປັບປຸງສະໜາມຂີ້ເຫຍື້ອ ໃນວັງວຽງ ໃຫ້ທັນສະໄໝ, ປັບປຸງທາງເບຕົງ ເຂົ້າແຫລງທ່ອງທ່ຽວ ນໍ້າຕົກຕາດແກ້ງຍຸຍ (6 ກິໂລແມັດ) ແລະ ສໍາເລັດການສ້າງຂົວຂ້າມນໍ້າຊອງ (80 ແມັດ, ກວ້າງ 11 ແມັດ). ນອກຈາກນີ້, ຍັງໄດ້ສ້າງ ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດທ່ອງທ່ຽວ 2025-2035 ເພື່ອຮັກສາສິ່ງແວດລ້ອມ ແລະ ມໍລະດົກໂລກ ຢູ່ຫລວງພະບາງ.
ສຳລັບ ວຽກງານໂຄສະນາການທ່ອງທ່ຽວ ສປປ ລາວ ກໍຄື ກະຊວງ ຖວທ ໄດ້ພັດທະນາແຜນການໂຄສະນາ ໂດຍການຜະລິດສື່ໂຄສະນາຕ່າງໆ ເຊັ່ນ: ຄລິບວິດີໂອສະແດງການທ່ອງທ່ຽວລາວ ຈໍານວນ 10 ຄລິບ ເປັນພາສາລາວ ແລະ ອັງກິດ, ຂະຫຍາຍການໃຫ້ຂໍ້ມູນທ່ອງທ່ຽວຜ່ານເວັບໄຊ ແລະ ສື່ອອນລາຍ. ນອກນັ້ນ, ຍັງໄດ້ເຂົ້າຮ່ວມງານວາງສະແດງການທ່ອງທ່ຽວສາກົນ ໃນປະເທດຕ່າງໆ, ພ້ອມທັງການເຂົ້າຮ່ວມງານບຸນ ແລະ ເທສະການ 16 ຄັ້ງ ໃນຂອບເຂດທົ່ວ ປະເທດ. ນອກຈາກນັ້ນ, ຍັງໄດ້ຈັດກິດຈະກຳ ນໍາຜູ້ສື່ຂ່າວພາຍໃນ ແລະ ສາກົນ ເຂົ້າຢ້ຽມຢາມແຫລ່ງທ່ອງທ່ຽວ ສໍາຄັນ ຂອງ ສປປ ລາວ ຕື່ມອີກ. ກິດຈະກຳເຫລົ່ານີ້, ບໍ່ພຽງແຕ່ສະທ້ອນຄວາມສໍາເລັດ ໃນການພັດທະນາການທ່ອງທ່ຽວ ຂອງ ສປປ ລາວ, ແຕ່ຍັງຊ່ວຍສົ່ງເສີມຄຸນນະພາບດ້າຍການທ່ອງທ່ຽວຂອງລາວ ໃນຖານະເປັນຈຸດໝາຍທ່ອງທ່ຽວສໍາຄັນໃນ ພາກພື້ນ, ດຶງດູດການລົງທຶນ ແລະ ຍົກລະດັບຄວາມຍືນຍົງຂອງພາກສ່ວນທ່ອງທ່ຽວໃນອະນາຄົດ.
ສ່ວນວຽກງານຄຸ້ມຄອງທຸລະກິດການທ່ອງທ່ຽວ ໄດ້ປັບປຸງກົດໝາຍການທ່ອງທ່ຽວ ແລະ ນິຕິກຳພາຍໃຕ້ກົດໝາຍ 5 ສະບັບ, ຄົ້ນຄວ້າເອກະສານ ຂໍລົງທຶນພັດທະນາແຫລ່ງທ່ອງທ່ຽວ 39 ໂຄງການ, ປະເມີນຫົວໜ່ວຍທຸລະກິດ ເພື່ອຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 2025 ຈໍານວນ 28 ລາງວັນ, ອອກອະນຸຍາດດໍາເນີນທຸລະກິດການທ່ອງທ່ຽວ ເປັນຕົ້ນ ໂຮງແຮມ 24 ແຫ່ງ, ຮ້ານອາຫານ 42 ແຫ່ງ, ພັດຕະຄານ 1 ແຫ່ງ, ຮ້ານບັນເທີງ 5 ແຫ່ງ, ຮ້ານຄາຣາໂອເກະ 1 ແຫ່ງ, ຮ້ານນວດ-ສະປາ 5 ແຫ່ງ ແລະ ບໍລິສັດນໍາທ່ຽວ 148 ບໍລິສັດ. ປັດຈຸບັນ ທົ່ວປະເທດ ມີສະຖານທີ່ພັກແຮມ 3.179 ແຫ່ງ, ຮ້ານອາຫານ 2.646 ແຫ່ງ, ສະຖານທີ່ບັນເທີງ 305 ແຫ່ງ, ມີພະນັກງານນໍາທ່ຽວ 2.256 ຄົນ.
ໃນປີ 2024 ສປປ ລາວ ມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ 8 ລ້ານກວ່າເທື່ອຄົນ (ເພີ່ມຂຶ້ນລື່ນຄາດໝາຍ ຖ້າທຽບໃສ່ ປີ 2023). ໃນນັ້ນ, ນັກທ່ອງທ່ຽວພາຍໃນ 3.904.483 ເທື່ອຄົນ, ເພີ່ມຂຶ້ນເຖິງ 102% ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 632 ລ້ານກວ່າໂດລາສະຫະລັດ; ນັກທ່ອງທ່ຽວສາກົນ 4.120.832 ເທື່ອຄົນ, ເພີ່ມຂຶ້ນ 21% ສາມາດກະຈາຍລາຍຮັບໄດ້ເຖິງ 1,1 ຕື້ກວ່າໂດລາສະຫະລັດ.
ຂ່າວ: ທະນູທອງ
ພາບ: ຂັນໄຊ