ຕາດນໍ້າແຮງ ສະຖານທີ່ທ່ອງທ່ຽວທຳມະຊາດທີ່ມີຊື່ສຽງຂອງເມືອງຮູຸນ

05/05/2025 09:53
Email Print 1734
ຂປລ ຕາດນ້ຳແຮງເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ສວຍສົດ ງົດງາມຂອງແຂວງອຸດົມໄຊ, ຈົນມີຄວາມພັງເພີຍວ່າ “ເງິນສາມຜືນສາດບໍ່ທໍ່ຕາດນ້ຳແຮງ” ນ້ຳຕົກຕາດນ້ຳແຮງ ຕັ້ງຢູ່ບ້ານກະຕາງ ຢາຫ່າງຈາກເທສະບານເມືອງຮຸນ ປະມານ 24 ກິໂລແມັດ.

    *ຕາດນ້ຳແຮງເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ສວຍສົດ ງົດງາມຂອງແຂວງອຸດົມໄຊ, ຈົນມີຄວາມພັງເພີຍວ່າ “ເງິນສາມຜືນສາດບໍ່ທໍ່ຕາດນ້ຳແຮງ” ນ້ຳຕົກຕາດນ້ຳແຮງ ຕັ້ງຢູ່ບ້ານກະຕາງ ຢາຫ່າງຈາກເທສະບານເມືອງຮຸນ ປະມານ 24 ກິໂລແມັດ.

     ເສັ້ນທາງປູຢາງ 4 ກິໂລແມັດ, ຈາກນັ້ນເຂ້ົາໄປເປັນເສັ້ນທາງຍົກລະດັບປູຫີນແຮ່ ແລະ ດິນແດງທຽວໄດ້ໃນລະດູແລ້ງເທົ່ານັ້ນ. ຕາດແຫ່ງນີ້ອຸດົມສົນບູນດ້ວຍທຳມະຊາດ, ຊີວະນາໆພັນ ແລະ ເປັນນ້ຳຕົກຕາດສັກສິດ ເຊິ່ງຄົນທ້ອງຖ່ິນເຄີຍເຄົາລົບນັບຖືວ່າມີເຈ້ົາຖິ່ນເຈົ້າຖານປົກປັກຮັກສາທີ່ບໍ່ຄວນລົບລູ່ໂດຍສະເພາະບ່ໍໃຫ້ຂ້າໂຕແບ້ ແລະ ໂຕໝາຖິ້ມລົງນ້ຳອາດເຮັດໃຫ້ລະບົບນ້ຳແຫ້ງລົງຕາມການເຊ່ືອຖືຂອງຊາວບ້ານແຕ່ບູຮານນະການ ແລະ ຍັງເຊື່ອຖືກັນມາເຖິງທຸກວັນນີ້.

    ລັກສະນະຂອງຕາດປະກອບມີຫລາຍພັກເປັນຊັ້ນ ແລະ ມີລັກສະນະເນີນຂຶ້ນໄປປະກອບມີສາມຕາດລຽນກັນຂຶ້ນຄື:

ຕາດທີ 1: ມີຄວາມສູງ ປະມານ 13 ແມັດ,

ຕາດທີ 2: ມີ ຄວາມສູງ ປະມານ 8 ແມັດ ແລະ

ຕາດທີ 3: ສູງປະມານ 5 ແມັດ.

    ຕາດນ້ຳແຮງມີຄວາມຍາວທັງໝົດ ປະມານ 20 ແມັດ, ແມ່ນ້ຳນີ້ໄຫລອອກມາຈາກບ້ານນ້ຳຍື່ງໄປສູ່ບ້ານ ສີບຸນເຮືອງ ທີ່ອຸດົມໄປດ້ວຍລະບົບນິເວດວິທະຍາ ແລະ ຊີວະນາໆພັນແຕ່ລະພັກສາມາດລົງຫລິ້ນອາບນ້ຳໄດ້. ນອກຈາກນີ້ ຍັງສາມາດທ່ຽວຊົມວິຖີຊີວິດ, ຊົມການຜະລິດກະສິກຳຂອງຊາວບ້ານທ່ີມີຄວາມຜູກພັນກັບຕາດແຫ່ງນີ້ມາແຕ່ດົນນານ. ຕາດນ້ຳແຮງເປັນນ້ຳຕົກຕາດທ່ີເກີດຂຶ້ນມາໂດຍທຳມະຊາດ ແລະ ໄດ້ຄ້ົນພົບເຫັນໃນສະຕະວັດທີ 3, ໃນສະໄໝກ່ອນແມ່ນທ້າວແຊນມີເປັນຜູ້ນຳພາມາຕັ້ງບ້ານປະກອບ ມີ 15 ຄອບຄົວ, ໄດ້ຕັ້ງຊ່ືວ່າບ້ານແຊມ ມີຫລັງຈາກນ້ັນມາໄດ້ຕັ້ງຊ່ືວ່າ ບ້ານນ້ຳແຮງ ເພາະວ່ານ້ຳໄຫລຕົກລົງຕາດມີຄວາມແຮງ ແລະ ສົ່ງສຽງດັງສະໜັ່ນໄປໄກ, ສຽງນໍ້າດັງແຮງ, ຊາວບ້ານກໍ່ໄດ້ໃສ່ຊື່ວ່າຕານ້ຳແຮງ. ອີກສາເຫດໜຶ່ງທີ່ວ່າຕາດນ້ຳແຮງນັ້ນ ຍ້ອນວ່າແຕ່ກ່ອນນ້ັນ ມີປ່າດົກໜາປົກຫຸ້ມອຸດົມສົມບູນດ້ວຍປ່າໄມ້ໃຫຍ່, ເຄືອເຂົາ ແລະ ຢູ່ບໍລິເວນໜ້າຕາດມີເຄືອໝາກແຫລະ ເສັ້ນໜຶ່ງໃຫຍ່ຢ່ອນລົງມາໜ້າຕາດເວລານ້ຳຕົກໂຕນຕາດຖືກເຄືອເຂົາດັ່ງກ່າວນັ້ນມັນກະເດັນອອກທັບໃສ່ນ້ຳໂຕນຕາດກາຍເປັນສຽງດັງແຮງ ອອກໄປໄກຫລາຍກິໂລແມັດ, ບາງເທື່ອກໍ່ໄດ້ຍິນສຽງດັງໄປຮອດເມືອງຮຸນ. ດ້ວຍເຫດນັ້ນປະຊາຊົນເມືອງຮຸນ ຈຶ່ງພາກັນເອີ້ນຊື່ຕາດນີ້ວ່າຕາດນ້ຳແຮງ.

    ໃນບໍເວນຕາດດັ່ງກ່າວຮົ່ມເຢັນໄປດ້ວຍຕ້ົນໄມ້ໃບຫຍ້າ, ມີຮ່ົມໄມ້ໃຫ້ນັກທ່ອງທ່ຽວໄດ້ນັ່ງຊົ້ນຮົ່ມເງົາ, ເໝາະແກ່ການພາຄອບຄົວ, ພີ່ນ້ອງ, ລູກຫລານ, ໝູ່ເພື່ອນໄປພັກຜ່ອນຍ່ອຍອາລົມ, ໄປປ່ຽນບັນຍາກາດກິນເຂົ້າກິນນ້ຳສາມັກຄີ, ໄປນັ່ງຟັງສຽງນຳ້ຕົກ, ລົງຫລິ້ນນ້ຳໃຫ້ສົດຊື່ນຈິດໃຈ. 

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top