ກິດຈະກຳ “ທ່ຽວຊົມປະເທດຈີນ” ປີ 2025 ຈັດຂຶ້ນຢູ່ນະຄອນອູຮັ້ນ

08/05/2025 21:38
ຂປລ ໂທ​ລະ​ພາບ​ ສາ​ກົນ​ຈີນ ຫລື CGTN ຂອງ ວິ​ທະ​ຍຸ​ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMG ແລະ ຄະ​ນະ​ ໂຄ​ສະ​ນາ ​ອົບ​ຮົມ​ ນະ​ຄອນ​ອູ​ຮັ້ນ ​ໄດ້​ເຊື້ອ​ເຊີນ ​ເຈົ້າ​ໜ້າ​ທີ່ ​ການ​ທູດ​​ຈາກ 5 ປະ​ເທດ ຄື: ສປປ ລາວ, ສສ ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ, ເນ​ປານ ແລະ ຕູ​ຣາ​ເຄຍ ພ້ອມ​ດ້ວຍ​ນັກ​ຂ່າວ 20 ຄົນ ​ຈາກ​ອົງ​ການ ​ສື່ມວນ​ຊົນ​ຂອງ 5 ປະ​ເທດ ເຫລົ່າ​ນີ້

ຂປລ. ເມື່ອບໍ່ດົນມານີ້, ໂທ​ລະ​ພາບ​ ສາ​ກົນ​ຈີນ ຫລື CGTN ຂອງ ວິ​ທະ​ຍຸ​ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMG ແລະ ຄະ​ນະ​ ໂຄ​ສະ​ນາ ​ອົບ​ຮົມ​ ນະ​ຄອນ​ອູ​ຮັ້ນ ​ໄດ້​ເຊື້ອ​ເຊີນ ​ເຈົ້າ​ໜ້າ​ທີ່ ​ການ​ທູດ​​ຈາກ 5 ປະ​ເທດ ຄື: ສປປ ລາວ, ສສ ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ, ເນ​ປານ ແລະ ຕູ​ຣາ​ເຄຍ ພ້ອມ​ດ້ວຍ​ນັກ​ຂ່າວ 20 ຄົນ ​ຈາກ​ອົງ​ການ ​ສື່ມວນ​ຊົນ​ຂອງ 5 ປະ​ເທດ ເຫລົ່າ​ນີ້ ເພື່ອ​ເຂົ້າ​ຮ່ວມ​ການ​ລິ​ເລີ່ມ​ ກິດ​ຈະ​ກຳ​ເກັບ​ກຳ​ຂ່າວ​ຮ່ວມ “ທ່ຽວ​ຊົມ​ປະ​ເທດ​ຈີນ” ປີ 2025 ຢູ່​ນະ​ຄອນ​ອູ​ຮັ້ນ​ ແຂວງ​ຫູ​ເປີຍ ສ​ປ ຈີນ.ໃນໂອກາດນີ້  ທ່ານ ຈິນດາວົງ ໄຊຍະສິນ ທີ່ປຶກສາດ້ານ​ການສຶກສາ ແລະ ວັດທະນະທຳສະຖານທູດລາວ ປະຈໍາ ສ​ປ ຈີນໄດ້​ຍົກ​ເອົາ​ລາຍ​ການ “ທຸກ​ທິດ​ທາງ” ທີ່​ໂທ​ລະ​ພາບ ​ແຫ່ງ​ຊາດ​ລາວ ຫລື LNTV ແລະ ວິ​ທະ​ຍຸ​ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMG ຮ່ວມ​ກັນ​ຖ່າຍ​ທຳ​ເປັນ​ຕົວ​ຢ່າງ ໂດຍ​ກ່າວ​ວ່າ: ການ​ຮ່ວມ​ມື​ລະ​ຫວ່າງ​ ສື່ມວນ​ຊົນ​ ສອງ​ປະ​ເທດ​ລາວ ແລະ ຈີນ​ ໄດ້​ນຳ​ສະ​ເໜີ ​ລາຍ​ການ ​ໂທ​ລະ​ພາບ​ດີ​ເດັ່ນ ​ໃຫ້​ແກ່​ຜູ້​ຊົມ​ລາວ ເຊິ່ງ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ສຳ​ຄັນ ໃນ​ການ​ເພີ່ມ​ທະ​ວີ​ ມິດ​ຕະ​ພາບ ແລະ ຄວາມ​ເຂົ້າ​ໃຈ​ກັນ ​ລະ​ຫວ່າງ ປະ​ຊາ​ຊົ​ນ​ ສອງ​ຊາດ.ໃນ​ອາ​ທິດ​ໜຶ່ງ​ຕໍ່​ໄປ, ນັກ​ຂ່າວ​ຈີນ ແລະ ຕ່າງ​ປະ​ເທ​ດ ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຄັ້ງ​ນີ້​ ຈະ​ຮ່ວມ​ກັນ​ຖ່າຍ​ທຳ ​ລາຍ​ການ “ທ່ຽວ​ຊົມ​ປະ​ເທດ​ຈີນ ແລະ ພົບ​ເຫັນ​ອູ​ຮັ້ນ” ໂດຍ​ປິ່ນ​ອ້ອມ​ຂົງ​ເຂດ​ຈຸດ​ສຸມ​ ດ້ານ​ການ​ພັດ​ທະ​ນາ​ ຂອງ​ນະ​ຄອນ​ອູ​ຮັ້ນ ເຊັ່ນ: ການ​ປະ​ດິດ​ສ້າງ​ໃໝ່ ດ້ານ​ວິ​ທະ​ຍ​າ​ສາດ​ ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ​ນິ​ເວດ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ແລະ​ ການຄົມ​ມະ​ນາ​ຄົມ. ຫລັງ​ຈາກ​ນັ້ນ, ຈະ​​ເຜີຍ​ແຜ່ ​ລາຍ​ການ​ເຫລົ່າ​ນີ້​ ​ຜ່ານ​ສື່​ຕ່າງໆ​ຂອງ CGTN ແລະ ສື່​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຄັ້ງ​ນີ້, ໂດຍ​ຖື​ເອົາ​ເລື່ອງ​ລາວ ​ອູ​ຮັ້ນ ​ເປັນ​ຕົວ​ຢ່າງ, ພະ​ຍາ​ຍາມ​ ເພີ່ມ​ຄວາມ​ເຂົ້າ​ໃຈ ແລະ ຮັບ​ຮູ້​ຕໍ່ ​ຄວາມ​ທັນ​ສະ​ໄໝ ​ແບບ​ຈີນ ​ຂອງ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top