ຂປລ
ນັບແຕ່ ທາງລົດໄຟລາວ-ຈີນ ເປີດບໍລິການ ເປັນຕົ້ນມາ ໄດ້ກາຍເປັນ ທາງຜ່ານທີ່ສຳຄັນ ຂອງການຂົນສົ່ງ ໝາກໄມ້ ຈາກອາຊີ ຕາເວັນອອກ ສຽງໃຕ້ (ອາຊຽນ) ເຂົ້າສູ່ຕະຫລາດຈີນ ໂດຍອີງໃສ່ ທ່າແຮງ ດ້ານການຂົນສົ່ງ ທີ່ປອດໄພ ປະສິທິພາບສູງ ແລະ ສະດວກວ່ອງໄວ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ນັບແຕ່ ທາງລົດໄຟລາວ-ຈີນ ເປີດບໍລິການ ເປັນຕົ້ນມາ ໄດ້ກາຍເປັນ ທາງຜ່ານທີ່ສຳຄັນ ຂອງການຂົນສົ່ງ ໝາກໄມ້ ຈາກອາຊີ ຕາເວັນອອກ ສຽງໃຕ້ (ອາຊຽນ) ເຂົ້າສູ່ຕະຫລາດຈີນ ໂດຍອີງໃສ່ ທ່າແຮງ ດ້ານການຂົນສົ່ງ ທີ່ປອດໄພ ປະສິທິພາບສູງ ແລະ ສະດວກວ່ອງໄວ. ເມື່ອບໍ່ດົນມານີ້, ປະລິມານ ຂົນສົ່ງຕໍ່ມືວັນ ຂອງໝາກໄມ້ເຂດຮ້ອນ ຊະນິດຕ່າງໆ ເຊັ່ນ: ໝາກຖົ່ວລຽນ ໝາກມັງຄຸດ ແລະ ອື່ນໆຈາກ ສປປ ລາວ, ໄທ, ມາເລເຊຍ ແລະ ປະເທດອື່ນໆ ຜ່ານເສັ້ນທາງລົດໄຟລາວ-ຈີນ ໄດ້ສ້າງສະຖິຕິໃໝ່ ຢ່າງຕໍ່ເນື່ອງ, ຄື ປະລິມານ ການຂົນສົ່ງ ສະເລ່ຍ ຕໍ່ວັນ ໄດ້ລື່ນກາຍ 2.000 ໂຕນ. ລະຫວ່າງ ທ້າຍເດືອນເມສາ ຫາ ຕົ້ນເດືອນພຶດສະພາ, ຍອດປະລິມານ ການຂົນສົ່ງ ໝາກໄມ້ ໂດຍຜ່ານ ສະຖານີວຽງຈັນໃຕ້ ໄດ້ລື່ນກາຍ 20.000 ໂຕນ, ເຊິ່ງໄດ້ສະແດງ ໃຫ້ເຫັນເຖິງ ບົດບາດສຳຄັນ ຂອງທາງລົດໄຟລາວ-ຈີນ ໃນການຊຸກຍູ້ ການຄ້າ ໝາກໄມ້ ໃນພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL