ອົງຄະນະພັກ ຮວຜທ ສະຫລຸບການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024

05/05/2025 11:16
Email Print 1026
ຂປລ ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ທົ່ວອົງຄະນະພັກໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ




ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກປອດໃສ
, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ທົ່ວອົງຄະນະພັກໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ໄດ້ຈັດຂຶ້ນ ເມື່ອບໍ່ດົນຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງໂຮງຮຽນ, ມີ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລາຂາຄະນະພັກ, ຫົວໜ້າການທະຫານໂຮງຮຽນ, ຄະນະພັກ-ຄະນະອຳນວຍການ, ຄະນະໜ່ວຍພັກ 4 ຫ້ອງ 2 ກອງພັນ, ຕະຫລອດຮອດ ພະນັກງານຫລັກແຫລ່ງ ທົ່ວໂຮງຮຽນ ເຂົ້າຮ່ວມ.




ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ກຳມະການຄະນະພັກ
, ຮອງຫົວໜ້າຫ້ອງການເມືອງໂຮງຮຽນ ໄດ້ຜ່ານບົດສະຫລຸບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ເຊິ່ງໄລຍະຜ່ານມາ ຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງຄົ້ນຄວ້າເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ດຳເນີນຊີວິດການເມືອງຢ່າງກວ້າງຂວາງ ແລະ ເລິກເຊິ່ງ; ຈັດປາຖະກະຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ເພື່ອສ້າງຜົນງານຂ່ຳນັບຮັບຕ້ອນ ວັນສໍາຄັນຕ່າງໆ ຢ່າງເປັນຂະບວນຟົດຟື້ນ; ຄະນະພັກ, ພະນັກງານ-ສະມາຊິກພັກ ມີຄວາມເປັນເອກະພາບສູງ ຕໍ່ແນວທາງນະໂຍບາຍຂອງພັກ, ຍຶດໝັ້ນຕໍ່ອຸດົມການຂອງພັກ, ມີຄວາມສາມັກຄີ ເປັນເອກະພາບພາຍໃນຢ່າງແໜ້ນແຟ້ນ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ; ແຕ່ລະໜ່ວຍພັກໄດ້ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍທໍາລາຍ ມ້າງເພຂອງສັດຕູ, ນໍາພາຈັດຕັ້ງລະບອບປະຈຳການ ຈັດຕັ້ງປ້ອງກັນເປົ້າໝາຍສຳຄັນຕ່າງໆ ມີຄວາມສະຫງົບປອດໄພ 100%. ຜ່ານການຈັດຕັ້ງປະຕິບັດ ຂະບວນການ ກໍ່ສ້າງໜ່ວຍພັກ ສາມາດສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024, ທົ່ວອົງຄະນະພັກໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ມີ 6 ໜ່ວຍພັກຮາກຖານ. ໃນນີ້, ໜ່ວຍພັກແຂງ ມີ 3 ໜ່ວຍພັກ, ໜ່ວຍພັກກາງ ມີ 3 ໜ່ວຍ, ໜ່ວຍພັກທີ່ໄດ້ສະເໜີ ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ມີ 3 ໜ່ວຍພັກ ຄື: ໜ່ວຍພັກຫ້ອງການເມືອງ, ໜ່ວຍພັກຫ້ອງພະລາທິການ-ເຕັກນິກ, ໜ່ວຍພັກຫ້ອງການ ແລະ ບໍລິຫານ.




ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບ ຄໍາຄິດຄໍາເຫັນໃສ່ບົດສະຫລຸບ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອພ້ອມກັນປັບປຸງແກ້ໄຂບັນຫາ ຈຸດອ່ອນ-ຂໍ້ຄົງຄ້າງ ໃຫ້ບັນລຸໄດ້ຕາມລະດັບຄາດໝາຍ ທີ່ວາງໄວ້, ພ້ອມທັງ ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ ສ້າງຂະບວນການກໍ່ສ້າງໝ່ວຍພັກ ປອດໃສ
, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ມອບໃບຢັ້ງຢືນ ໃຫ້ໜ່ວຍພັກ ທີ່ໄດ້ຮັບຮອງເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕື່ມອີກ.




ໂອກາດນີ້
, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາໜ່ວຍພັກ ແລະ ບັນດາກົມກອງຍາດມາໄດ້ ຕະຫລອດ ໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈົ່ງເຊື່ອມຊຶມ, ກໍາແໜ້ນຄໍາສັ່ງ ແນະນໍາຂອງຂັ້ນເທິງ, ປະຕິບັດຢ່າງເຂັ້ມງວດ ຕໍ່ທິດຊີ້ນໍາຂອງພັກ, ກໍາແໜ້ນ 5 ເນື້ອໃນ ໃນການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງກົມກອງ ໃຫ້ແທດເໝາະ ກັບສະພາບເງື່ອນໄຂຕົວຈິງ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

ads
ads

Top