ເຢຍລະມັນ ແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່

08/05/2025 20:34
ຂປລ ທ່ານ ຟຣີດີສ ເມີສ(Friedrich Merz),ຜູ້ນຳພັກ ເດໂມແຄຣດ ຫລື CDU ພັກອະນຸລັກ ນິຍົມຂອງ ເຢຍລະມັນ ທີ່ຊະນະ ການເລືອກຕັ້ງ ທົ່ວໄປ ໃນເດືອນກຸມພາ ຜ່ານມາ ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ນາຍົກລັດຖະມົຍຕີ ຄົນໃໝ່ ຂອງເຢຍລະມັນ

ຂປລ.ຕາມຂ່າວຈາກ ນະຄອນຫລວງ ແບ໋ກແລ໋ງ, ວັນທີ8 ພຶດສະພານີ້, ທ່ານ ຟຣີດີສ ເມີສ(Friedrich Merz),ຜູ້ນຳພັກ ເດໂມແຄຣດ ຫລື  CDU ພັກອະນຸລັກ ນິຍົມຂອງ ເຢຍລະມັນ ທີ່ຊະນະ ການເລືອກຕັ້ງ ທົ່ວໄປ ໃນເດືອນກຸມພາ ຜ່ານມາ ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ນາຍົກລັດຖະມົຍຕີ ຄົນໃໝ່ ຂອງເຢຍລະມັນ ພ້ອມທັງ ນຳພາ ການຈັດຕັ້ງ ຄະນະ ລັດຖະບານ ຊຸດໃໝ່ ທັງໝົດ 17 ຄົນ ຊຶ່ງເປັນ ລັດຖະບານ ປະສົມ ເປັນຄັ້ງທຳອິດ. ຈາກນັ້ນ ທ່ານ ຟຣີດີສ ເມີສ ໃຫ້ຄຳໝັ້ນສັນຍາວ່າ: ຈະນຳພາ ປະເທດ ເຢຍລະມັນ ທີ່ມີຂະໜາດ ເສດຖະກິດ ໃຫຍ່ທີ່ສຸດ ຂອງເອີຣົບ ຜ່ານຜ່າ ວິກິດ ເສດຖະກິດ ໃນໄລຍະ ທີ່ທົ່ວໂລກ ຜະເຊີນກັບ ຄວາມທ້າທາຍ ຈາກນະໂຍບາຍ ພາສີ ຂອງ ສ.ອາເມລິກາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top