ຂປລ
ທ່ານ ຫວາງຢີ້, ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງທູຕານຸທູດຂອງ 10 ປະເທດ ສະມາຊິກ ອາຊຽນ ຢູ່ນະຄອນຫລວງ ປັກກິ່ງ ໂດຍກ່າວວ່າ: ໃນຫວ່າງມໍ່ໆມານີ້, ຢູ່ເຂດຊາຍແດນໄທ-ມຽນມາ ໄດ້ເກີດຄະດີ ການພະນັນ ທາງອິນເຕີເນັດ ແລະ ການຫລອກລວງທາງ ໂທລະຄົມ ແບບໂຫດຮ້າຍ ຫລາຍຄະດີ ໂດຍເປັນໄພຂົ່ມຂູ່ ແລະ ທຳລາຍຜົນປະໂຫຍດຕົວຈິງ ຂອງພົນລະເມືອງຈີນ ແລະ ພົນລະເມືອງ ປະເທດອື່ນ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ທ່ານ ຫວາງຢີ້, ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງທູຕານຸທູດຂອງ 10 ປະເທດ ສະມາຊິກ ອາຊຽນ ຢູ່ນະຄອນຫລວງ ປັກກິ່ງ ໂດຍກ່າວວ່າ: ໃນຫວ່າງມໍ່ໆມານີ້, ຢູ່ເຂດຊາຍແດນໄທ-ມຽນມາ ໄດ້ເກີດຄະດີ ການພະນັນ ທາງອິນເຕີເນັດ ແລະ ການຫລອກລວງທາງ ໂທລະຄົມ ແບບໂຫດຮ້າຍ ຫລາຍຄະດີ ໂດຍເປັນໄພຂົ່ມຂູ່ ແລະ ທຳລາຍຜົນປະໂຫຍດຕົວຈິງ ຂອງພົນລະເມືອງຈີນ ແລະ ພົນລະເມືອງ ປະເທດອື່ນ ເຊິ່ງຕ້ອງໄດ້ໃຫ້ຄວາມສຳຄັນ ໃນລະດັບສູງຕໍ່ເລື່ອງນີ້. ຫວັງວ່າ ປະເທດ ທີ່ກ່ຽວຂ້ອງ ຈະແບກຫາບ ຄວາມຮັບຜິດຊອບ, ປະຕິບັດ ມາດຕະການ ຢ່າງເຂັ້ມງວດ, ເດັດດ່ຽວປາບປາມ ການພະນັນ ທາງອິນເຕີເນັດ ແລະ ການຫລອກລວງ ທາງໂທລະຄົມ, ປົກປ້ອງຄວາມປອດໄພ ດ້ານຊັບສິນ ແລະ ຊີວິດຂອງປະຊາຊົນ, ບໍ່ອະນຸຍາດ ໃຫ້ຜູ້ຕ້ອງໂທດ ພົ້ນຈາກການລົງໂທດ ຂອງກົດໝາຍ ໄດ້ຢ່າງເດັດຂາດ.ສປ ຈີນ ຍິນດິຮ່ວມກັບ ບັນດາປະເທດ ສະມາຊິກ ອາຊຽນ ເພີ່ມທະວີ ການຮ່ວມມື ສອງຝ່າຍ ແລະ ຫລາຍຝ່າຍ ໃນດ້ານການປະຕິບັດ ກົດໝາຍ ແລະ ຄວາມປອດໄພ ເພື່ອສ້າງ ສະພາບແວດລ້ອມ ທີ່ປອດໄພ ໃຫ້ແກ່ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ບັນດາປະເທດ, ປົກປ້ອງ ຄວາມເປັນລະບຽບ ທີ່ດີສຳລັບ ການໄປມາຫາສູ່ກັນ ແລະ ການຮ່ວມມຶ ລະຫວ່າງ ປະເທດອ້ອມຂ້າງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL