ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີ

20/01/2025 15:16
Email Print 436
ຂປລ ຂປລ. ໃນ​ວັນ​ທີ 20 ມັງກອນ 2025 ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ຄະນະ ໄດ້​ເຂົ້າ​ອວຍພອນ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຮອງ​ປະ ທານ​ຜູ້​ປະຈຳການ ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 76 ປີ.



ຂປລ. ໃນ​ວັນ​ທີ
20 ມັງກອນ 2025 ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ຄະນະ ໄດ້​ເຂົ້າ​ອວຍພອນ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຮອງ​ປະ ທານ​ຜູ້​ປະຈຳການ ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 76 ປີ.




ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ໄດ້​ຕາງໜ້າ​ໃຫ້​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ກໍ​ຄື​ ນາຍ ແລະ ພົນທະຫານ​ ໃນ​ທົ່ວ​ກອງທັບ​ປະຊາຊົນ​ລາວ ກ່າວ​ຄຳ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ ສະ ຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຈົ່ງ​ມີ​ພະ​ລາ​ນະ​ໄມ​ສົມບູນ
, ມີ​ສຸຂະພາບ​ແຂງແຮງ, ມີ​ຄວາມ ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ​ຂອງ​ສະຫາຍ ແລະ ສືບຕໍ່​ໃຫ້ການ​ນຳພາ​-ຊີ້​ນຳກອງທັບ​ປະຊາຊົນ​ລາວ​ ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ ກາຍເປັນ​ກອງທັບ​ທີ່​ມີ​ແບບແຜນ ແລະ ທັນ​ສະໄໝ.




ໂອກາດ​ນີ້
, ສະຫາຍ ພົນ​ເອກ ຈັນ​ສະໝອນ ກໍ​ໄດ້ສະແດງ​ຄວາມ​ຂອບໃຈ​ຕໍ່ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ພ້ອມ​ດ້ວຍ​ຄະນະ ທີ່​ໄດ້​ມາ​ອວຍພອນ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ອວຍພອນ​ໃຫ້ ສະຫາຍ​ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ດ້ວຍ​ຄະນະ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ເຮັດ​ສຳເລັດ​ໃນ​ໜ້າທີ່​ ວຽກ​ງານ​ອັນ​ມີ​ກຽດ, ສືບຕໍ່​ນຳພາ-ຊີ້ນຳ ແລະ ເສີມ​ຂະຫຍາຍ​ມູນເຊື້ອ ​ອັນ​ດີງາມ​ຂອງ​ກອງທັບ ​ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ​​ຂຶ້ນ​ເລື້ອຍໆ.

KPL

ຂ່າວອື່ນໆ

ads
ads

Top