ປະທານ ອາຊຽນ 2025 ຈະເປີດກວ້າງອອກສູ່ວົງນອກກອງປະຊຸມສຸດຍອດ

15/01/2025 22:50
Email Print 4599
ຂປລ ກອງປະຊຸມ ຖະແຫລງຂ່າວ, ທ່ານ ອຳຣານ ໂມຮາເມັດ ຊິມ(Amran Mohamed Zin) ເລຂາທິການໃຫຍ່ ກະຊວງ ການຕ່າງປະເທດ ມາເລເຊຍ ໃຫ້ຮູ້ວ່າ: ມີທັງໝົດ 29 ລາຍການ ໄດ້ຮັບການສ້າງຂຶ້ນ ສະເພາະ ໃຫ້ບັນດາພາກສ່ວນທີ່ ແຕກຕ່າງກັນ ຂອງສັງຄົມ, ລວມທັງ ປະຊາຄົມ ຊົນນະບົດ, ຈຸລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ (MSME), ຊາວໜຸ່ມ, ແມ່ຍິງ, ຄົນພິການ, ຜູ້ສູງອາຍຸ ແລະ ເດັກນ້ອຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ຖະແຫລງຂ່າວ, ທ່ານ ອຳຣານ ໂມຮາເມັດ ຊິມ(Amran Mohamed Zin) ເລຂາທິການໃຫຍ່ ກະຊວງ ການຕ່າງປະເທດ ມາເລເຊຍ ໃຫ້ຮູ້ວ່າ: ມີທັງໝົດ 29 ລາຍການ ໄດ້ຮັບການສ້າງຂຶ້ນ ສະເພາະ ໃຫ້ບັນດາພາກສ່ວນທີ່ ແຕກຕ່າງກັນ ຂອງສັງຄົມ, ລວມທັງ ປະຊາຄົມ ຊົນນະບົດ, ຈຸລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ (MSME), ຊາວໜຸ່ມ, ແມ່ຍິງ, ຄົນພິການ, ຜູ້ສູງອາຍຸ ແລະ ເດັກນ້ອຍ. ນີ້ແມ່ນໂຄງການ ດຳເນີນງານແຫ່ງຊາດ, ຮຽກຮ້ອງ ໃຫ້ປະຊາຊົນ ມາເລເຊຍ ທຸກຄົນ ເຂົ້າຮ່ວມ, ລວມທັງ ບັ້ນໂຄສະນາສິນຄ້າ ໂດຍ ມາເລເຊຍ ຜະລິດ, ເວທີປາໄສ ອາຊຽນ + 3 ເພື່ອແນໃສ່ ມອບສິດ ໃຫ້ແກ່ ແມ່ຍິງຊົນນະບົດ, ກອງປະຊຸມ ສຸດຍອດ ຊາວໜຸ່ມ ອາຊຽນ ແລະ ງານວາງສະແດງ Halal ສາກົນ ມາເລເຊຍ ຄັ້ງພິເສດ (MIHAS), ກໍຄື ບັນດາຂໍ້ລິເລີ່ມ ສະເພາະແກ່ ນັກຮຽນມັດທະຍົມ ແລະ ນັກສຶກສາ ມະຫາວິທະຍາໄລ. ບັນດາການເຄື່ອນໄຫວ ແລະ ໂຄງການນີ້ ລ້ວນແຕ່ເໝາະສົມກັບວິໄສທັດ ກ່ຽວກັບ ປະຊາຄົມ ອາຊຽນ ຖືປະຊາຊົນ ເປັນໃຈກາງ, ກໍຄື ຫົວຂໍ້ ຂອງປະທານ ອາຊຽນ 2025 ແມ່ນ “ກວມລວມ ແລະ ຍືນຍົງ”. ມີທັງໝົດ 357 ກອງປະຊຸມ ທີ່ກ່ຽວຂ້ອງເຖິງ ອາຊຽນ ຈະດຳເນີນ ໃນທົ່ວໂລກໃນປີນີ້, ລວມມີ 14 ກອງປະຊຸມ ສຸດຍອດ ທີ່ມີການເຂົ້າຮ່ວມ ຂອງການນຳ ບັນດາປະເທດ ແລະ ລັດຖະບານ. ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 46 ຄາດວ່າ ຈະດຳເນີນ ໃນກາງປີ, ພ້ອມດຽວກັນນັ້ນ ກໍມີກອງປະຊຸມສຸດຍອດ ອາຊຽນ - ສະພາຮ່ວມມືເຂດອ່າວ (GCC) - ຈີນ, ໃນຂະນະທີ່ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ຈະໄດ້ຈັດຂຶ້ນໃນທ້າຍປີນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top