76 ປີ ຜ່ານມາ ກອງທັບປະຊາຊົນລາວ ໄດ້ເສີມ ຂະຫຍາຍທາດແທ້-ມູນເຊື້ອອັນສະຫງ່າງາມຂອງຕົນ

20/01/2025 14:15
Email Print 1259
ຂປລ ຂປລ. ຕະຫລອດ​ໄລ​ຍະ 76 ປີຜ່ານມາ, ກອງທັບປະຊາຊົນລາວ ໄດ້ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ, ຍາມໃດກໍເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກຳລັງຫລັກແຫລ່ງ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໄດ້ຢ່າງໝັ້ນຄົງ ຮັບປະ ກັນໄດ້ສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ປະກອບສ່ວນຢ່າງຕັ້ງໜ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ.



ຂປລ. ຕະຫລອດ​ໄລ​ຍະ 76 ປີຜ່ານມາ, ກອງທັບປະຊາຊົນລາວ ໄດ້ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ, ຍາມໃດກໍເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ
, ເປັນກຳລັງຫລັກແຫລ່ງ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໄດ້ຢ່າງໝັ້ນຄົງ ຮັບປະກັນໄດ້ສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ປະກອບສ່ວນຢ່າງຕັ້ງໜ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານ ພັອ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ສະແດງບາງທັດສະນະ ຕໍ່ກອງທັບປະຊາຊົນລາວ ໃນໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 76 ປີ ວ່າ: ກອງທັບປະຊາຊົນລາວ ໄດ້ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ ເປັນກຳລັງຫລັກແຫລ່ງ ເຮັດໜ້າທີ່ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ. ສຳລັບທາງດ້ານການການທະຫານ ໄດ້ມີອາວຸດ-ຍຸດໂທ ອຸປະກອນທີ່ທັນສະໄໝ, ມີກໍາລັງແຂງແກ່ນ ແລະ ນັບມື້ນັບເຂັ້ມແຂງ ທາງດ້ານການຈັດຕັ້ງ-ບັນຊາ ໂດຍສະເພາະ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໃນຊຸມປີຜ່ານມາ ໄດ້ສໍາເລັດຫລາຍໆດ້ານ ເຊິ່ງເປັນຜົນງານ ແລະ ໝາກຜົນສຳເລັດອັນໜຶ່ງ ທີ່ໄດ້ປະກອບສ່ວນໃຫ້ ການຈັດຕັ້ງຂັ້ນເທິງ ກໍຄື ກະຊວງປ້ອງກັນປະເທດ ໂດຍຖືເອົາການປະຕິບັດ 4 ໜ້າທີ່ໃຫຍ່ ແລະ 26 ແຜນງານ ເປັນຕົ້ນຕໍ່. ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ ນໍາແນວຄິດໃຫ້ພະນັກງານ-ນັກຮົບ ແລະ ນ້ອງນ້ອຍນັກຮຽນ ໃຫ້ມີຫລັກໝັ້ນຄຸນທາດ ການເມືອງໜັກແໜ້ນ, ຮັກຊາດ, ຮັກລະບອບໃໝ່. ພ້ອມນັ້ນ, ກໍໄດ້ຖືເອົາວຽກງານລົງກໍ່ຮາກຖານ ຕິດພັນກັບບ້ານອ້ອມຂ້າງ ເພື່ອເຮັດໃຫ້ສະພາບບໍລິເວນກົມກອງຕັ້ງທັບ ມີຄວາມສະຫງົບປອດໄພ, ກົມກອງໄດ້ສໍາເລັດ ຈັດຕັ້ງກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກຂອງຕົນ, ປັບປຸງການຈັດຕັ້ງບັນຊາຂັ້ນຕ່າງໆ ໃຫ້ມີຄວາມເຂັ້ມແຂງ, ກໍ່ສ້າງຂະຫຍາຍສະມາຊິກພັກ, ກໍ່ສ້າງພະນັກງານສືບທອດປ່ຽນແທນ ໄດ້ຕາມເປົ້າໝາຍ ແລະ ນໍາສົ່ງພະນັກງານໄປກໍ່ສ້າງບໍາລຸງຢູ່ພາຍໃນ ແລະ ຕ່າງປະເທດ, ມີຄູສອນດີ-ສອນເກັ່ງ, ນັກຮຽນດີ-ຮຽນ, ໄດ້ຮັບໃບຢັ້ງຢືນຈາກ ກະຊວງສຶກສາທິການ ແລະ ກິລາ ໃຫ້ໂຮງຮຽນເປັນໂຮງຮຽນສີຂຽວ ໂຮງຮຽນປອດຢາເສບຕິດ, ພ້ອມນັ້ນກໍໄດ້ປັບປຸງວຽງງານການສຶກສາ, ເຮັດໃຫ້ການຮຽນ-ການສອນ ມີວິທະຍາສາດທີ່ທັນສະໄໝ ທຽບເທົ່າກັບໂຮງຮຽນແຫ່ງອື່ນໆ.

ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ ນີ້, ທ່ານ ພັອ ສະແຫວງ ແດນນາມົນ ຍັງໄດ້ອວຍພອນໄຊອັນປະເສີດ ມາ​ຍັງການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ, ພະນັກງານ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບປະຊາຊົນລາວ ຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ ການເມືອງຂອງຕົນ, ສືບຕໍ່ເຮັດສໍາເລັດ ໜ້າທີ່ວຽກງານທີ່ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ຂ່າວ: ກິດ​ຕາ

KPL

ຂ່າວອື່ນໆ

    • ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນການເມືອງ

      ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນ

      1/14/2026 11:36:01 AM

      ໃນວັນທີ 13 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫລິວ ຮາຍຊິງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

ads
ads

Top