ປະກາດແຕ່ງຕັ້ງຂັ້ນຮອງລັດຖະມົນຕີ, ຄະນະກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກອງພົນພົນ ແລະ ກອງບັນຊາການ ທີ່ຂຶ້ນກັບກັບກະຊວງປ້ອງກັນປະເທດ

16/01/2025 11:21
Email Print 1537
ຂປລ ຂປລ. ພິທີກາດແຕ່ງຕັ້ງຂັ້ນຮອງລັດຖະມົນຕີ, ຄະນະກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກອງພັນ ແລະ ກອງບັນຊາການ ທີ່ຂຶ້ນກັບກັບກະຊວງປ້ອງກັນປະເທດ, ຈັດຂຶ້ນໃນວັນທີ 15 ມັງກອນ 2025



ຂປລ. ພິທີກາດແຕ່ງຕັ້ງຂັ້ນຮອງລັດຖະມົນຕີ
, ຄະນະກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກອງພັນ ແລະ ກອງບັນຊາການ ທີ່ຂຶ້ນກັບກັບກະຊວງປ້ອງກັນປະເທດ, ຈັດຂຶ້ນໃນວັນທີ 15 ມັງກອນ 2025 ໂດຍການເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການເລຂາທິການສູນກາງພັກ, ຮອງປະທານ ປະເທດ, ມີ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ດອນ ໄພວົງ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດ ຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍການ ແຕ່ງຕັ້ງຂັ້ນຮອງລັດຖະມົນຕີ, ຄະນະກົມໃຫຍ່, ຫ້ອງວ່າການກະຊວງ, ກອງພົນ, ກອງບັນຊາການ ຂຶ້ນກັບກະຊວງປ້ອງກັນປະເທດ. ໃນນີ້, ນາຍຍົກລັດຖະມົນຕີອອກດຳລັດແຕ່ງຕັ້ງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຫົວໜ້າກົມໃຫຍ່ ເສນາທິການກອງທັບ, ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນຮອງ ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ເປັນຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ເປັນຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ, ສະ ຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ເປັນຫົວໜ້າກົມໃຫຍ່ພະລາທິການກອງທັບ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ເປັນຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ສະຫາຍ ພົນຈັດຕະວາ ທະນຸກອນ ສຸລິຍະແສງ ເປັນຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ສະຫາຍ ພັນເອກ ອຸ່ນຄໍາ ສີແຫວນວົງສັກ ເປັນຜູ້ບັນຊາການ ກອງບັນຊາການທະຫານຊາຍແດນ, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ເປັນຫົວໜ້າການເມືອງ ກອງບັນຊາການ ທະຫານຊາຍແດນ, ສະຫາຍ ພັນເອກ ຄໍາຊາວ ລິນທະກຸນແກ້ວ ເປັນຫົວໜ້າການທະຫານ ກອງພົນທີ 1, ສະຫາຍ ພັນເອກ ສອນເພັດ ຈັນສົມ ເປັນຫົວໜ້າການທະຫານກອງທີ 2, ສະຫາຍ ພົນຈັດຕະວາ ຄໍາດີ ໄຊຍະວົງ ເປັນຫົວໜ້າການເມືອງກອງພົນທີ 2, ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ເປັນຫົວໜ້າການເມືອງກອງພົນທີ 4, ສະຫາຍ ພັນເອກ ຄໍາກົດ ອິນສີນາ ເປັນຫົວໜ້າການເມືອງກອງພົນທີ 5.




ຈາກນັ້ນ
, ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຮັກສາການຫົວໜ້າ ການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ. ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພົນຕີ ພັນແສງ ບຸນພັນ ເປັນຮັກສາການ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ຜ່ານມະຕິຕົກລົງວ່າດ້ວຍ ການແຕ່ງຕັ້ງປ່ຽນແທນ ເລຂາຄະນະພັກ ບັນດາກົມໃຫຍ່, ຫ້ອງວ່າການກະຊວງ ປ້ອງກັນປະເທດ, ກອງບັນຊາການທະຫານອາກາດ ແລະ ເລຂາຄະນະພັກຮາກຖານກົມວິທະຍາສາດປະຫວັດສາດການທະຫານ. ຄະນະພັກກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເປັນເລຂາຄະນະພັກ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນເລຂາຄະນະພັກ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ເປັນເລຂາຄະນະພັກ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນເລຂາຄະນະພັກ ຫ້ອງວ່າການກະຊວງ ປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ທະນຸກອນ ສຸລິຍະແສງ ເປັນເລຂາຄະນະພັກ ກອງບັນຊາການທະຫານອາກາດ, ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ເປັນເລຂາຄະນະ ພັກຮາກຖານ ກົມວິທະຍາສາດປະຫັວດສາດ ການທະຫານ.

 


ໂອກາດນີ້
, ທ່ານ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນໂອ້ລົມ ໂດຍເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ນັກຮົບ ເຊື່ອມຊຶມ, ກໍາແໜ້ນແນວທາງ ນະໂຍບາຍຂອງພັກ, ໜ້າທີ່ການເມືອງຂອງກອງທັບ, ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ; ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອ, ວິລະກໍາການຕໍ່ສູ້ພິລະອາດຫານ ແລະ ສູ້ຮົບມີໄຊທີ່ສະຫງ່າ ອົງອາດຂອງກອງທັບເຮົາ, ຕັ້ງໜ້າເສີມຂະຫຍາຍ ທາດແທ້ມູນເຊື້ອປະຕິວັດ ຂອງແຕ່ລະກົມກອງ ໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ຮຽກຮ້ອງໃຫ້ສືບຕໍ່ຊີ້ນໍາ ການປະຕິບັດຍຸດທະສາດ ຫັນລົງກໍ່ສ້າງຮາກຖານ ການເມືອງຕິດພັນກັບ ການພັດທະນາ ຊົນນະບົດ ຮອບດ້ານ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຕາມ 4 ເນື້ອໃນ 4 ຄາດໝາຍ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການແກ້ໄຂ ສະພາບຫຍໍ້ທໍ້ຕ່າງໆ ຢູ່ຮາກຖານ ເປັນຕົ້ນ ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ອາວຸດເສິກ, ອຸບັດເຫດ, ການມົ້ວສຸມຫລິ້ນການພະນັນ, ປັບປຸງຮາກຖານການເມືອງໃຫ້ເຂັ້ມແຂງ ແລະ ໜັກແໜ້ນ, ສ້າງທ່າສະໜາມ 3 ຂັ້ນ, ປັບປຸງກໍາລັງ ກອງຫລອນ-ກໍາລັງປ້ອງກັນຕົວ ໃຫ້ເຂັ້ມແຂງ, ແກ້ໄຂບັນດາໜໍ່ແໜງ ຄວາມບໍ່ສະຫງົບ ໂດຍສະເພາະເຂດຊາຍແດນ, ເຂດຫ່າງໄກສອກຫລີກຊ່ວຍເຫລືອປະຊາຊົນ ພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນໃຫ້ດີຂຶ້ນໄປເລື້ອຍໆ.

ຂ່າວ: ພິດສະໄໝ ແກ້ວມະຫາວົງ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top