ກະຊວງ ຜທ ເປີດບັ້ນແຂ່ງຂັນ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V

16/01/2025 13:42
Email Print 1228
ຂປລ ຂປລ. ກະຊວງແຜນການ ແລະ ການລົງທຶນ (ຜທ) ເປີດບັ້ນຂະບວນການແຂ່ງຂັນ ເພືື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ໃນວັນທີ 15 ມັງກອນ 2025



ຂປລ. ກະຊວງແຜນການ ແລະ ການລົງທຶນ (ຜທ) ເປີດບັ້ນຂະບວນການແຂ່ງຂັນ ເພືື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ
V ຂອງອົງຄະນະພັກ ກະຊວງ ໃນວັນທີ 15 ມັງກອນ 2025 ໂດຍການເປັນປະທານ ຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີຄະນະພັກ, ຄະນະນຳ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານ-ລັດຖະກອນ ພາຍໃນ ກະຊວງ ຜທ ເຂົ້າຮ່ວມ.




ການເປີດຂະບວນການດັ່ງກ່າວ
, ແນໃສ່ ຈັດຕັ້ງຜັນຂະຫຍາຍ ແຜນການຂອງຄະນະປະຈຳກະຊວງ ຜທ ກ່ຽວກັບການກະກຽມການດຳເນີນ ກອງປະຊຸມໃຫຍ່ຂັ້ນຮາກຖານພັກ, ຄະນະພັກຮາກຖານ ແລະ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ຜທ ແລະ ເປັນການປຸກລະດົມສະມາຊິກພັກ-ພະນັກງານ ໃຫ້ເຂົ້າຮ່ວມຂະບວນດັ່ງກ່າວ, ທັງເປັນການ ສ້າງຂະບວນການ ເພື່ອທົບຫວນຄືນມູນເຊື້ອ ໂອກາດວັນປະຫວັດສາດສຳຄັນຕ່າງໆ ຂອງພັກ-ລັດ ແລະ ຊຸກຍູ້ຂະບວນການວຽກງານຮອບດ້ານ, ສ້າງເງື່ອນໄຂ ໃຫ້ແກ່ການດໍາເນີນ ກອງປະຊຸມ ໃຫ້ໄດ້ຮັບຜົນດີ, ສ້າງຂະບວນການແຂ່ງຂັນກິລາ ແລະ ສິລະປະວັນນະຄະດີ ແບບມວນຊົນ ໃຫ້ມີບັນຍາກາດຟົດຟື້ນ, ມ່ວນຊື່ນ ໃຫ້ກາຍເປັນຂະບວນການ ຂອງມະຫາຊົນ ຢ່າງກວ້າງຂວາງ, ໄປຄຽງຄູ່ກັບການອອກແຮງງານ, ອະນາໄມ ແລະ ປະດັບປະດາສະຖານທີ່ ໃຫ້ມີຄວາມສະອາດ, ຈົບງາມບົນພື້ນຖານປະຕິບັດ ຕາມນະໂຍບາຍປະຢັດ; ສ້າງຂະບວນ ການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ປະຕິບັດບັນດາຄຳຂວັນ, ຂໍ້ແຂ່ງຂັນ ຂອງບັນດາໜ່ວຍພັກກະຊວງ ຜທ ແລະ ບັນດາ 3 ອົງການຈັດຕັ້ງມະຫາຊົນ; ສ້າງຄວາມສາມັກຄີພາຍໃນກົມກອງ, ສົ່ງເສີມຄວາມຄິດສ້າງສັນ ແລະ ນະວັດຕະກໍາພາຍໃນກະຊວງ ຕາມແນວທາງການປ່ຽນແປງໃໝ່ຂອງພັກ, ປຸກລະດົມ ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວ ກະຊວງ ເປັນເຈົ້າການໃນການປະຕິບັດພາລະບົດບາດຂອງຕົນ, ປະຕິບັດລະບຽບ-ກົດໝາຍ ໃຫ້ມີຄວາມເຂັ້ມງວດ ແລະ ມີຜົນສໍາເລັດ.




ພ້ອມນີ້
, ຍັງເປັນບ່ອນອີງອັນໜັກແໜ້ນ ໃຫ້ແກ່ບັນດາໜ່ວຍພັກຮາກຖານ, ຄະນະພັກຮາກຖານ ແລະ 3 ອົງການຈັດຕັ້ງມະຫາຊົນ  ໄດ້ສືບຕໍ່ນຳພາການກະກຽມກອງປະຊຸມໃຫຍ່ ໃນໜ່ວຍພັກຂັ້ນຕົນ ໃຫ້ໄດ້ຮັບຜົນສຳເລັດອັນຈົບງາມ. ທັງສະແດງໃຫ້ເຫັນເຖິງ ການປະກອບສ່ວນອັນສໍາຄັນ ຕັ້ງໜ້າຂອງຄະນະພັກ-ຄະນະນໍາ ຕະຫລອດຮອດ ພະນັກງານ-ລັດ ຖະກອນ ໃນກະຊວງ ຜທ ສືບຕໍ່ເສີມຂະຫຍາຍ ແລະ ເຊີດຊູມານະຈິດປະຕິວັດ ຂອງພະນັກງານຮຸ່ນສືບທອດໃຫ້ສູງຂຶ້ນ, ເຮັດໃຫ້ຂະແໜງ ຜທ ສືບຕໍ່ມີຄວາມເຂັ້ມແຂງ ແລະ ກ້າວໄປຢ່າງບໍ່ຢຸດຢັ້ງ, ພ້ອມກັນຜ່ານຜ່າສິ່ງທ້າທາຍ ທົດສອບນາໆປະການ ກ້າວໄປສູ່ຈຸດໝາຍທີ່ພັກເຮົາໄດ້ກໍານົດໄວ້.

ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ
KPL

ຂ່າວອື່ນໆ

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

    • ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%ການເມືອງ

      ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%

      7/7/2025 2:06:34 PM

      ຂປລ. ໃນປີ 2025 ນີ້, ຄາດຄະເນວ່າ ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ​ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%,

    • ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ IIການເມືອງ

      ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

      7/7/2025 1:50:34 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II ໃນລະຫວ່າງວັນທີ 7-11 ກໍລະກົດ 2025 ຢູ່ອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ

ads
ads

Top