ອາຊຽນບວກສາມ ເພີ່ມສາງສຳຮອງເຂົ້າ ຮັບມືກັບ ວິກິດການສະພາບອາກາດ

14/01/2025 20:33
Email Print 3712
ຂປລ ໜ່ວຍງານ ສຳຮອງເຂົ້າ ສຸກເສີນ ລະດັບ ພະຫຸພາຄີ ຂອງ ສະມາຄົມ ປະຊາຊາດ ແຫ່ງອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ກຽມຄວາມພ້ອມ ເພື່ອຮັບມືກັບ ໄພພິບັດ ທີ່ເກີດຂຶ້ນ ຈາກ ການປ່ຽນແປງ ຂອງສະພາບພູມອາກາດ

ຂປລ. ສຳນັກ​ຂ່າວ ​ເອ​ເອຟພີ ລາຍ​ງານ​ຈາກ ນະຄອນຫລວງ ກົວ​ລາ​ລຳ​ເ​ປີ ປະ​ເທດ ມາ​ເລ​ເຊຍ ​ເມື່ອ​ວັນ​ທີ 13 ມັງກອນ 2025, ໜ່ວຍ​ງານ ​ສຳຮອງ​ເຂົ້າ ​ສຸກ​ເສີນ​ ລະດັບ ພະຫຸ​ພາຄີ​ ຂອງ ​ສະມາຄົມ ​ປະຊາ​ຊາດ ​ແຫ່ງ​ອາຊີ ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ກຽມ​ຄວາມ​ພ້ອມ ​ເພື່ອ​ຮັບ​ມື​ກັບ ​ໄພພິບັດ ທີ່​ເກີດ​ຂຶ້ນ​ ຈາກ​ ການ​ປ່ຽນ​ແປງ ຂອງ​ສະພາບ​ພູມ​ອາກາດ ຊຶ່ງ​ອາດຈະ​ຄຸກ​ຄາມ​ ຄວາມ​ໝັ້ນຄົງ ດ້ານສະບຽງ ​ອາຫານ ຂອງ ​ອາ​ຊຽນ​ໃນ​ປີ​ນີ້.

          ໂດຍ ​ອົງການ​ ສຳຮອງ​ເຂົ້າ​ ສຸກ​ເສີນ​ ຂອງ ອາ​ຊຽນ ບວກ​ສາມ ຫລື ​ແອບ​ເຕີຣ (APTERR) ຊຶ່ງ​ເປັນ ຄວາມ​ຮ່ວມ​ມື ພະຫຸ​ພາຄີ ທີ່ ​ປະກອບ​ດ້ວຍ ສະມາຊິກ ​ອາ​ຊຽນ 10 ປະ​ເທດ ກັບ ສປຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫລີ ​ພວມເຝົ້າ​ລະວັງ ​ໄພພິບັດ ທີ່ ​ອາດ​ຈະເກີດ​ຂຶ້ນ ຫລັງ​ຈາກ​ ພາຍຸ​ໄຕ້​ຝຸ່ນ ຮຸນ​ແຮງ​ ຫລາຍ​ລູກ ພັດ​ຖະຫລົ່ມ​ ພາກ​ພື້ນ ​ເມື່ອ​ປີ​ກາຍ. ໂດຍ​ບັນດາ ປະ​ເທ​ດ ທີ່ ​ເພິ່ງ​ພາ​ເຂົ້າ ​ເຊັ່ນ: ຟີ​ລິບ​ປິນ, ສປປ ລາວ, ມຽນມາ ​ແລະ ຫວຽດນາມ ຕ່າງກໍ​ປະສົບກັບ ​ຄວາມ​ລຳບາກ​ ຈາກ​ຄວາມ​ບໍ່​ແນ່ນອນ​ ຂອງ​ ສະພາບ​ ອາກາດ​ສຸດ​ຂົ້ວ ທີ່ ສົ່ງ​ຜົນ​ກະທົບ​ ຕໍ່​ການ​ຜະລິດ​ອາຫານ. ນອກນັ້ນ, ປະ​ເທດ​ ສະມາ​ຊິກ ​ແອບ​ເຕີຣ ໄດ້ຈັດ​ສາງ ​ສຳຮອງເຂົ້າ ​ສຸກ​ເສີນ ​ໃນ​ຮູບແບບ ​ສັນຍາ ​ເພື່ອ​ຮັບ​ມື​ກັບ​ ບັນຫ າ​ດ້ານ​ອາຫານ . ປັດຈຸບັນ ມີ​ເຂົ້າ​ລວມ 787.000 ​ໂຕນ ຈາກ​ ສປຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫລີ. ​ໂດຍ​ເຂົ້າ 7.522 ​ເມ​ຕິກ​​ໂຕນ ​ໄດ້​ຈັດ​ກຽມ​ໄວ້​ ລ່ວງ​ໜ້າ​ ໃນ ສປປລາວ, ມຽນມາ ​ແລະ ຟີ​ລິບ​ປິນ ​ເພື່ອ​ສະໜັບ ສະໜູນ ຄວາມ​ພະຍາຍາມ ​ໃນ​ການ​ຕອບສະໜອງ​ ຕໍ່​ໄພພິບັດ./

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top