ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີ

20/01/2025 15:36
Email Print 1057
ຂປລ ຂປລ. ໃນວັນທີ 18 ມັງກອນ 2025 ຜ່ານມາ, ອະດີດນັກສຶກສາລາວ ແລະ ນັກສຶກສາລາວ ທີ່ຮຽນຢູ່ ແຂວງກວາງຊີ ສປ ຈີນ ຮ່ວມກັບ ສະພາການຄ້າ ແຂວງກວາງຊີ ປະຈໍາ ສປປ ລາວ ຈັດງານພົບປະສັງສັນ ເຊິ່ງກັນ ​ແລະ ກັນ ແລະ ຈັດກິດຈະກໍາສ້າງຂະບວນການແຂ່ງຂັນກິລາ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເພື່ອສະເຫລີມສະຫລອງບຸນປີໃໝ່ຈີນ ປະຈໍາປີ 2025 ແລະ ບຸນເດືອນສາມ ຂອງເຜົ່າຈ້ວງ ກວາງຊີ ທີ່ຈະມາເຖິງນີ້.




ຂປລ. ໃນວັນທີ
18 ມັງກອນ 2025 ຜ່ານມາ, ອະດີດນັກສຶກສາລາວ ແລະ ນັກສຶກສາລາວ ທີ່ຮຽນຢູ່ ແຂວງກວາງຊີ ສປ ຈີນ ຮ່ວມກັບ ສະພາການຄ້າ ແຂວງກວາງຊີ ປະຈໍາ ສປປ ລາວ ຈັດງານພົບປະສັງສັນ ເຊິ່ງກັນ ​ແລະ ກັນ ແລະ ຈັດກິດຈະກໍາສ້າງຂະບວນການແຂ່ງຂັນກິລາ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເພື່ອສະເຫລີມສະຫລອງບຸນປີໃໝ່ຈີນ ປະຈໍາປີ 2025 ແລະ ບຸນເດືອນສາມ ຂອງເຜົ່າຈ້ວງ ກວາງຊີ ທີ່ຈະມາເຖິງນີ້.




ໂອກາດດັ່ງກ່າວ
, ທ່ານ ສົມບູນ ສຸກທະວີ ປະທານອະດີດນັກສຶກສາລາວ ແຂວງກວາງຊີິ ສປ ຈີນ ​ໄດ້​ໃຫ້​ຮູ້ວ່າ: ການຈັດງານພົບປະ ແລະ ກິດຈະກຳແຂງຂັນກິລາ ໃນຄັ້ງນີ້, ຈັດຂຶ້ນເປັນຄັ້ງທີ 2 ເພື່ອຮັດແໜ້ນຄວາມສາມັກຄີ, ປອງດອງ, ຢຶ້ຢາມຖາມຂ່າວ ເຊິ່ງກັນ ແລະ ກັນ ລະຫວ່າງອະດີດນັກສຶກສາລາວ ທີ່ໄດ້ໄປສຶກສາຮໍ່າຮຽນ ຢູ່ ແຂວງກວາງຊີ ສປ ຈີນ, ທັງເປັນການຮັດແໜ້ນການພົວພັນຮ່ວມມື ດ້ານການສຶກສາ ລະຫວ່າງສອງປະເທດ ລາວ-ຈີນ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ.




ສຳລັບ ກິດຈະກຳແຂ່ງຂັນກິລາໃນຄັ້ງນີ້
, ປະກອບມີ: ການແຂ່ງຂັນເຕະບານຊາຍ, ບານສົ່ງ, ຕີດອກປີກໄກ່ ແລະ ດຶງເຊືອກ ເຊິ່ງນັກກິລາ ກໍແມ່ນນັກສຶກສາ ທີ່ມາຈາກມະຫາວິທະຍາໄລກວາງຊີ, ມະຫາວິທະຍາໄລແພດສາດ ກວາງຊີ, ນັກສຶກສາຈາກນະຄອນກຸ້ຍຫລິນ, ສະພາການຄ້າແຂວງກວາງຊີ, ມະຫາວິທະຍາໄລຊົນເຜົ່າກວາງຊີ ແລະ ຊາວໜຸ່ມອົງການໄອຍະການປະຊາຊົນສູງສຸດ ໄດ້ສ້າງບັນຍາ ກາດອັນມ່ວນຊື່ນ ໃຫ້ແກ່ຜູ້ເຂົ້າຮ່ວມງານ, ທັງເປັນການປະກອບສ່ວນເພີ່ມທະວີສາຍພົວພັນ, ຄວາມສາມັກຄີ ແລະ ຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ໃຫ້ຫລາຍຂຶ້ນ.




ທ່ານ ​​ເຊີນ ຊິນອູ ປະທານສະພາການຄ້າ ແຂວງກວາງຊີ ປະຈໍາ ສປປ ລາວ ​ໄດ້ກ່າວວ່າ: ການຈັດກິດຈະກຳ ໃນຄັ້ງນີ້
, ຈັດຂຶ້ນ​ເພື່ອ​ເປັນການສົ່ງທ້າຍປີ​ເກົ່າ, ຕ້ອນຮັບປີ​ໃໝ່ ສປ ຈີນ ປະຈຳປີ 2025 ທີ່ຈະມາ​ເຖິງ, ຖື​ເປັນ​ໂອກາດ​ໃຫ້ບັນດາອະດີດນັກສຶກສາລາວ ທີ່ເຄີຍໄປຮໍ່າຮຽນຢູ່ ບັນດາສະຖາບັນການສຶກສາ ຂອງແຂວງກວາງຊີ ໄດ້ມີເວທີມາພົບປະສັງສັນ ແລະ ແລກປ່ຽນບົດຮຽນຮ່ວມກັນ ພາຍ ຫລັງສຳເລັດການສຶກສາມາແລ້ວ ແລະ ມີຫລາຍທ່ານ ໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ໃນຂົງເຂດວຽກງານການເມືອງ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ລະຫວ່າງສອງປະເທດ.

ທ່ານ ​​ເຊີນ ຊິນອູ ​ໄດ້ໃຫ້ຮູ້ອີກວ່າ: ໃນປີ 2024 ຜ່ານມາ, ສະພາການຄ້າແຂວງກວາງຊີ ໄດ້ເຮັດວຽກຮ່ວມກັບ ບັນດາພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໃນການສົ່ງເສີມການຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ ກັນລະຫວ່າງປະຊາຊົນ ຂອງສອງປະເທດ ຢ່າງເປັນປົກກະຕິ, ຖືເປັນສ່ວນໜຶ່ງໃຫ້ແກ່ການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ລາວ ແລະ ຈີນ ເຮັດໃຫ້ສອງປະເທດ ກາຍເປັນຄູ່ຮ່ວມຊະຕາກຳ ທີ່ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ.




ສຳລັບປີ
2025 ສະພາການຄ້າແຂວງກວາງຊີ ຈະ​ສືບຕໍ່ຊຸກຍູ້ ​ແລະ ສະໜັບສະໜູນດ້ານຂໍ້ມູນຂ່າວສານ, ​ເປັນຂົວຕໍ່ປະສານງານລະຫວ່າງນັກລົງທຶນຈີນ ​ແລະ ອົງການຈັດຕັ້ງພາກລັດ-ເອກະຊົນ ​ໃນການສົ່ງ​ເສີມການຄ້າ, ການລົງທຶນ ​ແລະ ​ແລກປ່ຽນວັດທະນະທໍາ-ສັງຄົມ ຂອງສອງປະ​ເທດ ​​ໂດຍສະ​ເພາະ ​ແມ່ນການປະກອບສ່ວນສ້າງກິດຈະກຳ ໃຫ້ອະດີດນັກສຶກສາ ກໍຄື ນັກສຶກສາລາວ ທີ່ກຳລັງຮໍ່າຮຽນຢູ່ ແຂວງກວາງຊີ ສປ ຈີນ ໄດ້ມາພົບປະສັງສັນຮ່ວມກັນໃຫ້ຫລາຍຂຶ້ນ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມວັດທະນະທຳ-ສັງຄົມ

      ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມ

      9/23/2026 11:55:28 AM

      ໃນໂອກາດແຂວງເຊກອງ ຕົວແທນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23 ປະຈຳປີ 2026 ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ, ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ໄດ້ຮັບລາງວັນຫ້ອງວາງສະແດງດີເດັ່ນ-ສວຍງາມ (Best National Pavilion) ຈາກການຈັດຕົບແຕ່ງ ແລະ ນຳສະເໜີເນື້ອໃນພາຍໃນຫ້ອງວາງສະແດງ.

    • ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດວັດທະນະທຳ-ສັງຄົມ

      ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດ

      9/23/2026 11:51:41 AM

      ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບມູນນິທິເອເຊຍ ຈັດຊຸດຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ປັນຍາປະດິດໃນພາກປະຕິບັດ ແລະ ມີຄວາມຮັບຜິດຊອບ ເພື່ອເພີ່ມປະສິດທິພາບການປະຕິບັດໜ້າທີ່ໃນອົງກອນ ສຳລັບສູນກາງສະຫະພັນແມ່ຍິງ” ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບທັກສະການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ໃນວັນທີ 21-22 ກັນຍາ 2026

    • 4 ພາກສ່ວນຮ່ວມຕີລາຄາ ແລະ ປະເມີນຜົນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳວັດທະນະທຳ-ສັງຄົມ

      4 ພາກສ່ວນຮ່ວມຕີລາຄາ ແລະ ປະເມີນຜົນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ

      9/23/2026 11:44:18 AM

      ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳ ຈັດກອງປະຊຸມຮ່ວມ 4 ພາກສ່ວນ ກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາການນຳຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

    • ກຽມພົບກັບມະຫະກຳສີມືຫັດຖະກຳລາວ ໃນທ້າຍເດືອນຕຸລານີ້ວັດທະນະທຳ-ສັງຄົມ

      ກຽມພົບກັບມະຫະກຳສີມືຫັດຖະກຳລາວ ໃນທ້າຍເດືອນຕຸລານີ້

      9/23/2026 9:55:10 AM

      ສະມາຄົມຫັດຖະກຳລາວ ຮ່ວມກັບກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ກະຊວງອຸດສາຫະກຳ ແລະ ການຄ້າ ກຽມຈະຈັດງານວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາລາວ ຄັ້ງທີ 25 ປະຈໍາປີ 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 8 ພະຈິກ 2026 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ)

    • ບໍລິຄຳໄຊ ຫາລືການພັດທະນາໂຄງການພັດທະນາແສງຕາເວັນວັດທະນະທຳ-ສັງຄົມ

      ບໍລິຄຳໄຊ ຫາລືການພັດທະນາໂຄງການພັດທະນາແສງຕາເວັນ

      9/22/2026 12:22:10 AM

      ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລືແບບເປີດກວ້າງ ລະ ຫວ່າງ ໂຄງການພະລັງງານແສງ ຕາເວັນ 100 ເມກາວັດ ແລະ ຊຸມ ຊົນທ້ອງຖິ່ນ ກ່ຽວກັບການພັດທະ ນາໂຄງການພະລັງງານແສງຕາ ເວັນ ແລະ ກົນໄກສິນເຊື່ອກາກບອນ ໄດ້ຈັດຂ້ຶນທ່ີພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໂດຍການເປັນ ປະທານຮ່ວມຂອງ ທ່ານ ສຸກສາ ຄອນ ບົວທອງ ຮອງຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງ ບໍລິຄຳໄຊ, ທ່ານ ເພັງຊົງ ຕົງນາມະ ວົງ ຜູ້ອຳນວຍການ ໂຄງການພະລັງ ງານແສງຕາເວັນ ພ້ອມດ້ວຍອຳ ນາດການປົກຄອງບ້ານນໍ້າງຽບ, ບ້ານກ້ວຍອຸດົມ, ພະແນກການທ່ ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

ads
ads

Top