ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່

20/01/2025 15:25
Email Print 735
ຂປລ ຂປລ. ພິທີປະກາດການຈັດຕັ້ງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ​ໂດຍ​ເປັນ​ກຽດ​ເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງ ຫົວໜ້າພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ



ຂປລ. ພິທີປະກາດການຈັດຕັ້ງ ຮອງເລຂາພັກແຂວງ
, ຮອງເຈົ້າແຂວງບໍ່ແກ້ວ ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ​ໂດຍ​ເປັນ​ກຽດ​ເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງ ຫົວໜ້າພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ




​ໃນ​ພິທີ, ສະຫາຍ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງ ພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານ ມະຕິຕົກລົງເລກທີ
349/ຄລສພ, ຄໍາສັ່ງເລກທີ 03/ນຍ ວ່າດ້ວຍການຍົກຍ້າຍ ພະນັກງານໄປຮັບໜ້າທີ່ໃໝ່ ​ໂດຍເຫັນດີແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ຫົວໜ້າການເມືອງວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ກະຊວງປ້ອງກັນປະເທດ ມາເປັນ ຮອງເລຂາຄະນະບໍລິຫານງານພັກແຂວງພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ແລະ ຍົກຍ້າຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງປ້ອງກັນປະເທດ. ຈາກນັ້ນ, ອະດີດຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ໄດ້ລາຍ​ງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຕະຫລອດໃນໄລຍະ 6 ເດືອນຜ່ານມາ ພາຍໃນຄວາມຮັບຜິດຊອບຂອງຕົນ ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາ​ເລັດ ການເຄື່ອນໄຫວວຽກ​ງານຫລາຍດ້ານ, ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດ​ທາງແຜນໃນການໃນຕໍ່ໜ້າ.




ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ມີຄໍາເຫັນ ​ແລະ ໃຫ້ທິດຊີ້ນໍາໃຫ້ຄະນະພັກ
, ການນໍາທຸກຂັ້ນຂອງແຂວງບໍ່ແກ້ວ ເປັນເອກະພາບນໍາສູນກາງພັກ, ລັດຖະບານ ຕໍ່ການຍົກຍ້າຍ ແລະ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໃນຄັ້ງນີ້ ​ເຊິ່ງເປັນວຽກງານ ປົກກະຕິທີ່ເຄີຍຈັດຕັ້ງປະຕິບັດຜ່ານມາ ໂດຍອີງໃສ່ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະ. ບົນພື້ນຖານນັ້ນ, ໃຫ້ຄະນະພັກ, ຄະນະນໍາສືບຕໍ່ນໍາພາແນວຄິດ ຂອງພະນັກງານ-ສະມາຊິກພັກ ຢູ່ແຕ່ລະພະແນກການ, ແຕ່ລະເມືອງ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງຕໍ່ການແຕ່ງຕັ້ງ ເພື່ອສ້າງຄວາມ ເປັນເອກະພາບ; ພ້ອມກັນສືບຕໍຄົ້ນຄວ້າຊອກວິທີ ການປັບປຸງແກ້ໄຂວຽກງານທີ່ຍັງຄົງຄ້າງ ແລະ ປະຕິບັດໃຫ້ສໍາເລັດເພື່ອກຽມຄວາມພ້ອມ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງທີ່ຈະມາເຖິງ; ສືບຕໍ່ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີພາຍໃນພັກ, ຄະນະປະຈໍາພັກແຂວງ, ຄະນະບໍລິຫານງານ ພັກແຂວງໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ເປັນຫລັກແຫລ່ງ, ເປັນຄັນທຸງ ແລະ ເປັນແກນນໍາໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ. ສິ່ງສໍາຄັນຕ້ອງເອົາໃຈໃສ່ປະຕິບັດ ຫລັກການນໍາພາຂອງພັກຢ່າງເຂັ້ມງວດ, ເອົາໃຈໃສ່ວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ຕໍ່ພະນັກງານ-ສະມາ ຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີທັດສະນະຫລັກໝັ້ນ ການເມືອງໜັກແໜ້ນ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ​ໂດຍສະເພາະ ຕໍ່ການນໍາພາຂອງຄະນະບໍລິຫານງານພັກແຂວງ ຊຸດປັດຈຸບັນ ເພື່ອພ້ອມກັນ ປະຕິບັດໜ້າທີ່ ການເມືອງທີ່ໄດ້ຮັບ ມອບໝາຍໃຫ້ມີຜົນສໍາເລັດ.




ສໍາລັບ ສະຫາຍ ຮອງເລຂາຄະນະບໍລິຫານງານພັກແຂວງ
, ຮອງເຈົ້າແຂວງ (ຜູ້ໃໝ່) ກໍໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອ, ຄຸນງາມຄວາມດີ, ຄວາມຮັບຜິດຊອບຢ່າງປະດິດ ສ້າງຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ຕະຫລອດໄລຍະທີ່ສະຫາຍເຄີຍ ປະຕິບັດວຽກງານຢູ່ທ້ອງຖິ່ນ ກໍຄື ກະຊວງປ້ອງກັນປະເທດ ເພື່ອຮ່ວມກັບຄະນະບໍລິຫານງານ ພັກແຂວງບໍ່ແກ້ວ ນໍາພາ-ຊີ້ນໍາວຽກງານຮອບດ້ານຂອງແຂວງ ໃຫ້ນັບມື້ມີຜົນສໍາເລັດ, ເຮັດໃຫ້ແຂວງບໍ່ແກ້ວ ມີການພັດທະນາກ້າວຂຶ້ນ, ມີການເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ຊີວິດການເປັນຢູ່ທາງວັດຖຸ ແລະ ຈິດໃຈ ຂອງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ ກໍຄື ປະຊາຊົນຊາວແຂວງບໍ່ແກ້ວ ໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ.

ຂ່າວ: ເງິນຫລົງ ຈິດພູວົງ.

KPL

ຂ່າວອື່ນໆ

ads
ads

Top