ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທ

20/01/2025 15:11
Email Print 543
ຂປລ ຂປລ. ສື່​ມວນ​ຊົນ ຈາກ ສປປ ລາວ ສໍາ​ເລັດ​ການເຂົ້າຮ່ວມຝຶກອົບຮົມ ພາຍໃຕ້ຫົວຂໍ້ “ສຸຂະພາບໜຶ່ງດຽວ” ໃນວັນທີ 13-17 ມັງກອນ 2025 ຢູ່ຣາຊະ​ອານາຈັກໄທ ​ໂດຍ​ໄດ້​ຮຽນ​ຮູ້​ການ​ເຮັດ​ຄລິບ​ວິ​ດີ​ໂອ​ ດ້ວຍ​ມື​ຖື ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ການ​ເຝົ້າ​ລະວັງ​ພະຍາດຕ່າງໆ ພາຍ​ໃຕ້​ໂຄງການ​ດັ່ງກ່າວ.




ຂປລ. ສື່​ມວນ​ຊົນ ຈາກ ສປປ ລາວ ສໍາ​ເລັດ​ການເຂົ້າຮ່ວມຝຶກອົບຮົມ ພາຍໃຕ້ຫົວຂໍ້ “ສຸຂະພາບໜຶ່ງດຽວ” ໃນວັນທີ
13-17 ມັງກອນ 2025 ຢູ່ຣາຊະ​ອານາຈັກໄທ ​ໂດຍ​ໄດ້​ຮຽນ​ຮູ້​ການ​ເຮັດ​ຄລິບ​ວິ​ດີ​ໂອ​ ດ້ວຍ​ມື​ຖື ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ການ​ເຝົ້າ​ລະວັງ​ພະຍາດຕ່າງໆ ພາຍ​ໃຕ້​ໂຄງການ​ດັ່ງກ່າວ.

​ໂອກາດ​ນີ້, ສື່​ມວນ​ຊົນ​ລາວ​ທີ່​ເຂົ້າ​ຮ່ວມ​ຝຶກ​ອົບຮົມ ຍັງໄດ້ເດີນທາງໄປ ແຂວງຊົນບູລີ ເພື່ອຕິດ ຕາມເບິ່ງການເກັບຕົວຢ່າງ ຂີ້ເຈຍ ເພື່ອມາວິໄຈຊອກຫາເຊື້ອພະຍາດ ນິປາໄວຣັດ (​ເປັນ​ເຊື້ອ​ພະຍາດ​ທີ່​ເກີດ​ຈາກ​ສັດ​ສູ່​ຄົນ) ຢູ່ວັດຫລວງພົມມະວາດ ແລະ ການໃຊ້ຊີວິດຂອງເຈຍ ແລະ ປະຊາຊົນຢູ່ໃນເຂດດັ່ງກ່າວ.




ທ່ານນາງສຸພາພອນ ວັດສະລະພຸດສະດີ ນັກ​ຄົ້ນຄວ້າ​ຈາກ​ມະຫາວິທະຍາ​ໄລ​ຈຸລາ​ລົງ​ກອນ ປະ​ເທດ​ໄທ ໄດ້​ໃຫ້​ຮູ້ກ່ຽວກັບ ສຸຂະພາບໜຶ່ງດຽວ ກໍ​ຄື ການເຝົ້າລະວັງເຊື້ອພະຍາດ ນິປາໄວຣັດ ທີ່ຢູໃນເຈຍແມ່ໄກ່, ປັດຈຸບັນ ​ແມ່ນກວດ​ພົບ​ເຊື້​ອພະຍາດ​ດັ່ງກ່າວ ຈາກ​ເຈຍ​ແມ່​ໄກ່ ຢູ່ແຂວງຊົນບູລີ ​ແຕ່​ຍັງ​ບໍ່​ພົບ​ເຊື້ອ​ພະຍາດ ນິປາໄວຣັດ ຕິດ​ຕໍ່​ສູ່​ຄົນ​ເທື່ອ. ປັດຈຸບັນ, ປະຊາກອນ ​ເຈຍ​ແມ່​ໄກ່ ຢູ່​ແຂວງ​ຊົນ​ບູລີ​ ມີ  ປະມານ
8.000-10.000 ໂຕ ແລະ ທົ່ວປະທດໄທ ມີ​ປະມານ 20 ລ້ານໂຕ.

ເຊື້ອພະຍາດ ນິປາໄວຣັດ ແມ່ນເຮັດໃຫ້ເກີດ ພະຍາດສະໝອງອັກເສບ, ພະຍາດທາງເດີນຫາຍ ໃຈ ​ເຊິ່ງພະຍາດດັ່ງກ່າວ  ເປັນອັນຕະລາຍຫລາຍຊີວິດ ​ເຊິ່ງອາການຂອງພະຍາດດັ່ງກ່າວແມ່ນ ມີໄຂ້, ໄອ ແລະ ເຈັບຫົວ ຖ້າຕິດ​ເຊື້ອ​ພະຍາດ​ດັ່ງກ່າວແລ້ວ ແມ່ນ​ເຮັດ​ໃຫ້ເສຍຊີວິດ​ໄດ້ ເພາະປັດຈຸບັນ, ຍັງບໍ່ທັນມີວັກຊິນປ້ອງກັນ ແລະ ຍັງບໍ່ທັນມີຢາປົວພະຍາດດັ່ງກ່າວ.




ເຊື້ອພະຍາດນິປາໄວຣັດ ເກີດຈາກສັດສູ່ຄົນ ​ເຊິ່ງ​ໄລຍະຜ່ານມາແມ່ນໄດ້ຄົ້ນພົບຈາກ ໝູ
, ເຈຍ, ມ້າ ຢູ່ປະເທດ ມາເລເຊຍ, ຟີລິບປິນ, ອິນເດຍ, ບັງກະລາເທດ, ສິງກະໂປ ​ແລະ ມີຄົນ​ເສຍ​ຊີວິດ​ຈາກ​ພະຍາດ​ດັ່ງກ່າວ​ແລ້ວ ​ເປັນ​ຈໍ​ານວນ​ຫລາຍ. 

​ ​ໂອກາດ​ດຽວກັນ, ສື່​ມວນ​ຊົນລາວ ຍັງໄດ້ໄປຢ້ຽມຢາມ ມະຫາວິທະຍາໄລມະຫິດົນ, ສະຖານ ບັນຄົ້ນຄວ້າວິໄຈ ເຊື້ອພະຍາດ ແລະ ກະຊວງສາທາລະນະສຸກ ຢູ່ກຸງ​ເທບ​ມະຫາ​ນະຄອນ ຕື່ມ​ອີກ.

ຂ່າວ-ພາບ: ວິນ​ນາລີ

KPL

ຂ່າວອື່ນໆ

ads
ads

Top