ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາ ການປະຕິບັດ ວຽກງານໄລຍະ 2020-2024

16/01/2025 13:15
Email Print 807
ຂປລ ຂປລ. ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງສາທາລະນະສຸກ ສະໄໝທີ X ຈັດຂຶ້ນໃນວັນທີ 15 ມັງກອນ 2025 ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານຊາວໜຸ່ມໄລຍະ 2020-2024



ຂປລ. ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງສາທາລະນະສຸກ ສະໄໝທີ
X ຈັດຂຶ້ນໃນວັນທີ 15 ມັງກອນ 2025 ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານຊາວໜຸ່ມໄລຍະ 2020-2024 ໂດຍມີ ສະຫາຍ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີ ສະຫາຍ ມອນໄຊ ລາວມົວຊົ່ງ  ຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ນາງ ແສງຈັນ ຈັນທະສຸກ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ໄດ້ຍົກໃຫ້ເຫັນຜົນງານ ການຈັດຕັ້ງປະຕິບັດ ວຽກງານຊາວໜຸ່ມ ກະຊວງ ສາທາລະນະສຸກ ໃນໄລຍະຜ່ານມາ ເຊິ່ງຊາວໜຸ່ມແມ່ນ ບຸກຄະລາກອນທີ່ສໍາຄັນ ແລະ ເປັນຜູ້ທີ່ແບກຫາບ ວຽກຂອງທຸກກົມກອງເປັນສ່ວນໃຫຍ່ ໄດ້ຕິດຕາມຊຸກຍູ້ ການປະຕິບັດວຽກງານ ຕາມນະໂຍບາຍ 5 ດີ 1 ພໍໃຈ, ຍົກສູງຄຸນນະພາບ ການບໍລິການ ດ້ານສາທາລະນະສຸກ,  ຊາວໜຸ່ມຢູ່ແຕ່ລະສະຖານທີ່ບໍລິການ ໄດ້ມີການພັດທະນາດ້ານວຽກງານ ວິຊາສະເພາະຂອງຕົນ, ສາມາດກວດ ແລະ ປີ່ນປົວ ດ້ວຍເຕັກນິກຕ່າງໆ ນຳໃຊ້ເຄື່ອງມືການແພດທີທັນສະໄໝ, ປະກອບສ່ວນຫັນໂຮງໝໍເປັນທັນສະໄໝ ແລະ ກຸ້ມຕົນເອງເທື່ອລະກ້າວ. ພ້ອມນີ້, ຍັງໄດ້ສົ່ງເສີມວິຊາຊີບຊາວໜຸ່ມ ຕັ້ງໜ້າປະກອບສ່ວນ ໜ້າທີ່ການເມືອງ ຕາມພາລະບົດບາດໜ້າທີ ການບໍລິການສາທາລະນະສຸກ ໃຫ້ນັບມື້ນັບທົ່ວເຖິງ ແລະ ມີຄຸນນະພາບດີ ຂຶ້ນເປັນກ້າວໆ, ການພັດທະນາບຸກຄະລາກອນ ສາທາລະນະສຸກ ສ່ວນໃຫຍ່ແມ່ນ ສະມາຊິກຊາວໜຸ່ມ ທີ່ຢູ່ທຸກຂົງເຂດວຽກງານ ນັບແຕ່ສູນກາງຮອດທ້ອງຖິ່ນ ໄດ້ຮັບການກໍ່ສ້າງ ເປັນລະບົບຄົບຊຸດທັງຢູ່ພາຍໃນປະເທດ, ນອກຈາກວຽກງານ ໃນໂມງລັດຖະການແລ້ວ ໄດ້ຊຸກຍູ້ໃຫ້ສະມາຊິກຊາວໜຸ່ມ ຜູ້ມີເງື່ອນໄຂສ້າງອາຊີບເສີມ ນອກໂມງລັດຖະການ ຖືກຕ້ອງຕາມ ລະບຽບກົດໝາຍ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ເສດຖະກິດຂອງຄອບຄົວ; ຄະນະຊາວໜຸ່ມຖືວຽກງານກວດກາ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຂາດບໍ່ໄດ້ຂອງການນໍາພາ ຂອງຄະນະຊາວໜຸ່ມ, ການກວດກາດ້ວຍການຕິດຕາມ ການປະຕິບັດກົດລະບຽບ ຂອງສະມາຊິກຊາວໜຸ່ມ, ກົດລະບຽບຂອງການຈັດຕັ້ງ, ການຕິດຕາມມະຫາຊົນກ້າວໜ້າ ຢູ່ຮາກຖານ ຂອງຕົນຂະຫຍາຍເຂົ້າພັກ, ຫາງສຽງສັງຄົມທາງສື່ຕ່າງໆ. ເຖິງຢ່າງໃດກໍຕາມຍັງມີບາງຂໍ້ຄົງຄາງທີ່ຕ້ອງປັບປຸງ ເຊັ່ນ: ການເຕົ້າໂຮມຊາວໜຸ່ມ ເພື່ອສຶກສາອົບຮົມການເມືອງ-ແນວ ຄິດສະເພາະຂອງຊາວໜຸ່ມ ຈັດຂຶ້ນເອງຍັງບໍ່ທັນກວ້າງຂວາງ-ເລິກເຊິ່ງ, ເນື້ອໃນ, ຮູບການ, ວິທີການສືກສາອົບຮົມ ຍັງບໍ່ທັນອຸດົມສົມບູນ; ຄະນະພັກ-ອຳນາດ ປົກຄອງບາງບ່ອນ ຍັງບໍ່ໄດ້ຕັ້ງໜ້ານຳພາ-ຊີ້ນຳ ແລະ ນໍາໃຊ້ກຳລັງແຮງຂອງຊາວໜຸ່ມ ເຂົ້າໃນການປະຕິບັດໜ້າທີ່ ການເມືອງຂອງຕົນເທົ່າທີ່ຄວນ.




ສຳລັບທິດທາງຕໍ່ໜ້າ ແຕ່ປີ 2025-2029 ຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ຈະເພີ່ມທະວິການສືກສາອົບຮົມ ການເມືອງ-ແນວຄິດໃຫ້ຄະນະຊາວໜຸ່ມ
, ສະມາຊິກຊາວໜຸ່ມ ດ້ວຍຫລາຍຮູບຫລາຍວິທີ, ມີເນື້ອອຸດົມສົມບູນ ແທດເໝາະກັບກຸ່ມເປົ່າໝາຍ; ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ ແລະ ຄົບຊຸດ, ປັບປຸງກອງອາສາສະໝັກໃຫ້ເຂັ້ມແຂງ ແລະ ຍືນຍົງ ສາມາດປະກອບສ່ວນຢ່າງແຂງແຮງ ເຂົ້າໃນທຸກວຽກງານ ທີ່ການຈັດຕັ້ງ ກໍຄື ຂັ້ນເທິງຕ້ອງການ; ຈັດຕັ້ງ ແລະ ນຳພາຂະບວນການ ຂອງຊາວໜຸ່ມໃຫ້ຟົດຟື້ນ ປົກກະຕິ ແລະ ຕໍ່ເນື່ອງ, ຍູ້ຂະບວນການຂອງຊາວໜຸ່ມ ປະກອບສ່ວນເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານວິຊາສະເພາະ ແລະ ວຽກງານວັດທະນະທຳ-ສັງຄົມ; ສູ້ຊົນຕ້ານ ແລະ ສະກັດກັ້ນປະກົດການຍໍ້ທໍ້ ຖັນແຖວຊາວໜຸ່ມໃຫ້ໄດ້. ໃນນັ້ນ, ຕ້ອງສະກດກັ້ນບັນຫາສິ່ງເສບຕິດ, ການລະເມີດລະບຽບກົດໝາຍ, ອຸບັດເຫດການສັນຈອນ, ການຫລິ້ນກິນ ຟຸມເຟື່ອຍ ແລະ ບັນຫາໄພສັງຄົມ.

ກອງປະຊຸມ, ຍັງໄດ້ປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ຈໍານວນ 21 ສະຫາຍ, ຍິງ  6 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະຊຸດໃໝ່ ໄດ້ເລືອກເອົາ ຄະນະປະຈໍາ 17 ສະຫາຍ, ຍິງ 4 ສະຫາຍ. ໃນນັ້ນ,ເລືອກເອົາ ສະຫາຍ ສະຫາຍ ນາງ ແສງຈັນ ຈັນທະສຸກ ເປັນເລຂາຄະນະບໍລິຫານງານ ຊາວໜຸ່ມ ກະຊວງສາທາລະນະສຸກ,  ສະຫາຍ ຫວັງນະຄອນ ດິດຕະພົງ, ສະຫາຍ ນາງ ໄພຄຳ ແກ້ວບູນໄຊ ແລະ ສະຫາຍ ຄຳຫລ້າ ພົນໄຊຍະລິນຄຳ ເປັນຮອງເລຂາ ຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ.




ໃນກອງປະຊຸມ, ສະຫາຍ ບຸນແຝງ ພູມມະໄລສິດ ໄດ້ຕີລາຄາສູງຕໍ່ ຜົນສໍາເລັດຜ່ານມາ ຂອງຊາວໜຸ່ມສົມແລ້ວ ທີ່ເປັນກະດູກສັນຫລັງຂອງຊາດ
, ສົມແລ້ວທີ່ເປັນ ນົກອິນຊີທີ່ບໍ່ຫວັນກົວ ຕໍ່ພາຍຸລົມແດງ, ສົມແລ້ວທີ່ໄດ້ຮັບສັນຍານາມວ່າ ເປັນນັກຮົບເສື້ອຂາວ ຫລື ແພດປະຕິວັດ, ໄລຍະມີການລະບາດ ຂອງພະຍາດໂຄວິດ-19, ພະຍາດໄຂ້ຍຸງລາຍ ແລະ ພະຍາດລະບາດ ຕາມລະດູການ ອື່ນໆ ສະມາຊິກຊາວໜຸ່ມ ຂອງຂະແໜງການສາທາລະນະສຸກ ໄດ້ເປັນກໍາລັງແຮງ ປະຈັນບານດ່ານໜ້າ, ໄດ້ມີໜ່ວຍຊາວໜຸ່ມຕະລຸມບອນ ທີ່ອາສາສະໝັກ ເຂົ້າຮ່ວມທຸກຂະບວນການຂອງວຽກງານ ໂດຍຍົກສູງຜົນປະໂຫຍດສ່ວນລວມ ສູງກວ່າສ່ວນຕົວ, ເພີ່ມທະວີ ຄວາມສາມັກຄີເປັນປຶກແຜ່ນ ຈັບມືກັນ ແໜ້ນຜ່ານຜ່າ ທຸກອຸປະສັກ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ໄດ້ຮັບຜົນສໍາເລັດຢ່າງເພີ່ງພໍໃຈ ເຊິ່ງສະແດງອອກຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ກໍຄື ຮາກຖານຊາວໜຸ່ມ ໄດ້ຮັບນາມມະຍົດ ເປັນຊາວໜຸ່ມກະຊວງ 4 ບຸກ ແລະ ໄດ້ຮັບທຸງໄຊ ຈາກສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍວັດທະນະທຳ-ສັງຄົມ

      ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍ

      2/17/2025 2:14:49 PM

      ຂປລ. ໃນລະຫວ່າງວັນທີ 10 ກຸມພາ ຫາ 7 ມີນາ 2025 ທີມງານຄົ້ນຄວ້າເກັບກຳຂໍ້ມູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູຈາກ ຫລວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ຈະເດີນທາງ ໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອກໍານົດການປະຕິບັດ ການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນ ຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ

    • ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມວັດທະນະທຳ-ສັງຄົມ

      ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

      2/17/2025 2:06:26 PM

      ຂປລ. ໃນວັນທີ 13-14 ກຸມພາ 2025 ຜ່ານມາ, ສະຖາບັນເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ໂດຍມີບັນດານັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ກົມກອງລວມໝູ່ ແລະ ພາກສ່ວນຕ່າງໆ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ເປັນຈຳນວນຫລາຍ.

    • ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊວັດທະນະທຳ-ສັງຄົມ

      ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊ

      2/17/2025 1:59:16 PM

      ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ຜ່ານມາ ໂດຍມີ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າບໍລິສັດ vnv

    • ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5ວັດທະນະທຳ-ສັງຄົມ

      ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5

      2/17/2025 1:53:57 PM

      ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະນຳ ແຂວງບໍລິຄຳໄຊ ລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກໄທ ໂດຍມີ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທແຫ່ງທີ 5 ໃຫ້ການຕ້ອນຮັບ.

    • ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ

      2/14/2025 5:54:46 PM

      ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ ຈຳວນ 01 ຄັນ ໃຫ້ສານທະຫານຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະ ພະນັກງານ ວິຊາການທັງສອງພາກສ່ວນເຂົ້າຮ່ວມ.

ads
ads

Top