ຂປລ
ຂປລ. ຄໍລຳ “ຊິວິດແລະກົດໝາຍ” ໄດ້ສະເໜີເນື້ອໃນຂອງປະມວນກົດໝາຍອາຍາ ມາດຕາ 195 ຫາ ມາດຕາ 199 ໃຫ້ຜູ້ອ່ານໄດ້ຮັບຮູ້ມາແລ້ວ ແລະ ໃນສະບັບນີ້ ຈຶ່ງຂໍສືບຕໍ່ນຳສະເໜີເນື້ອໃນມາດ 200 ຫາ ມາດຕາ 209 ເພື່ອໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ຄຳນຶງເຖິງສິດ, ໜ້າທີ່ ລວມເຖິງຜົນທາງກົດໝາຍຈາກການກະທຳຜິດຕໍ່ຊີວິດ, ສຸຂະພາບ ແລະ ກຽດສັກສີຂອງບຸກຄົນ.
ຂປລ. ຄໍລຳ “ຊິວິດແລະກົດໝາຍ” ໄດ້ສະເໜີເນື້ອໃນຂອງປະມວນກົດໝາຍອາຍາ ມາດຕາ 195 ຫາ ມາດຕາ 199 ໃຫ້ຜູ້ອ່ານໄດ້ຮັບຮູ້ມາແລ້ວ ແລະ ໃນສະບັບນີ້ ຈຶ່ງຂໍສືບຕໍ່ນຳສະເໜີເນື້ອໃນມາດ 200 ຫາ ມາດຕາ 209 ເພື່ອໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ຄຳນຶງເຖິງສິດ, ໜ້າທີ່ ລວມເຖິງຜົນທາງກົດໝາຍຈາກການກະທຳຜິດຕໍ່ຊີວິດ, ສຸຂະພາບ ແລະ ກຽດສັກສີຂອງບຸກຄົນ.
ມາດຕາ 200 ການເຮັດໃຫ້ຜູ້ອື່ນທີ່ຢູ່ໃນການຄຸ້ມຄອງຂອງຕົນໄດ້ຮັບບາດເຈັບ
ບຸກຄົນໃດ ຫາກໄດ້ປະຕິບັດຕໍ່ບຸກຄົນອື່ນ ທີ່ຢູ່ໃນການຄຸ້ມຄອງຂອງຕົນ ຢ່າງປ່າເຖື່ອນ ຫລື ເຮັດໃຫ້ ໄດ້ຮັບບາດເຈັບໂດຍເຈດຕະນາ ຈະຖືກຕຳນິວິຈານ ຫລື ດັດສ້າງໂດຍບໍ່ຕັດອິດສະລະພາບ ຫລື ລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 500.000 ກີບ ຫາ 1.500.000 ກີບ. ໃນກໍລະນີທີ່ການກະທຳຜິດດັ່ງກ່າວ ຫາກໄດ້ເຮັດໃຫ້ມີການບາດເຈັບສາຫັດ, ເສຍອົງຄະ ຫລື ພິການຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.
ມາດຕາ 201 ການຫລຸລູກໂດຍບໍ່ຖືກຕ້ອງຕາມກົດໝາຍ
ບຸກຄົນໃດ ຫາກໄດ້ທຳການຫລຸລູກໃຫ້ຜູ້ອື່ນຢ່າງຜິດກົດໝາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 15.000.000 ກີບ. ໃນກໍລະນີທີ່ຜູ້ກະທຳຜິດ ຫາກໄດ້ທຳການຫລຸລູກໃຫ້ຜູ້ອື່ນເປັນອາຈິນ ຫລື ໃນກໍລະນີທີ່ການຫລຸລູກໂດຍ ບໍ່ຖືກຕ້ອງຕາມກົດໝາຍນັ້ນ ຫາກເຮັດໃຫ້ສຸຂະ ພາບຂອງແມ່ຊຸດໂຊມ ຫລື ເຮັດໃຫ້ແມ່ເສຍຊີວິດ ຈະຖືກລົງ ໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ເຈັດປີ ແລະ ຈະຖືກປັບໃໝແຕ່ 7.000.000 ກີບ ຫາ 20.000.000ກີບ.
ຜູ້ຍິງໃດ ຫາກໄດ້ທຳການຫລຸລູກດ້ວຍຕົນເອງ ຫລື ໃຊ້ຜູ້ອື່ນເຮັດໃຫ້ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈະຖືກລົງ ໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝແຕ່ 3.000.000 ກີບ ຫາ 10.000.000 ກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍຈະຖືກລົງໂທດ.
ມາດຕາ 202 ການບໍ່ໃຫ້ຄວາມຊ່ວຍເຫລືອແກ່ຜູ້ອື່ນໃນເວລາຕົກຢູ່ໃນໄພອັນຕະລາຍ
ບຸກຄົນໃດ ຫາກໄດ້ພົບເຫັນຜູ້ອື່ນຕົກຢູ່ໃນໄພອັນຕະລາຍແກ່ຊີວິດ ຫລື ສຸຂະພາບ ແຕ່ບໍ່ໃຫ້ຄວາມຊ່ວຍ ເຫລືອທັງໆ ທີ່ຕົນເອງກໍມີເງື່ອນໄຂຊ່ວຍເຫລືອໄດ້ ຫລື ບອກຄົນອື່ນໃຫ້ຊ່ວຍເຫລືອ ຈະຖືກລົງໂທດຕັດອິດ ສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝແຕ່ 1.000.000 ກີບ ຫາ 5.000.000 ກີບ. ບຸກຄົນໃດ ທີ່ມີໜ້າທີ່ຊ່ວຍເຫລືອ ແຕ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນໃນການຊ່ວຍເຫລືອຜູ້ທີ່ຕົກຢູ່ໃນໄພ ອັນຕະລາຍແກ່ຊີວິດ ຫລື ສຸຂະພາບ ຈະຖືກລົງໂທດຕັດອິດສະລະພາບ ແຕ່ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝແຕ່ 3.000.000 ກີບ ຫາ 15.000.000 ກີບ
ມາດຕາ 203 ການຂູ່ຈະຄາດຕະກາ
ບຸກຄົນໃດ ຫາກຮູ້ວ່າຈະຄາດຕະກໍາບຸກຄົນອື່ນດ້ວຍວິທີໃດກໍຕາມ ໂດຍໄດ້ເຮັດໃຫ້ບຸກຄົນດັ່ງກ່າວ ເຊື່ອວ່າການຂູ່ນັ້ນ ຈະເປັນຈິງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສາມປີ ຫລື ດັດສ້າງ ໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 500.000 ກີບ ຫາ 1.500.000 ກີບ. ໃນກໍລະນີມີການຂູ່ຈະຄາດຕະກໍາ ແຕ່ ສອງຄົນ ຂຶ້ນໄປ, ມີການສວຍໃຊ້ໜ້າທີ່, ຕໍາແໜ່ງ, ມີການຈັດຕັ້ງເປັນກຸ່ມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.
ມາດຕາ 204 ການຫມິ່ນປະຫມາດຊາກສົບ ຫລື ຊື່ສຽງຂອງຜູ້ຕາຍ
ບຸກຄົນໃດ ຫາກໄດ້ກະທ ໍາ ຫລື ໃຊ້ວາຈາຢ່າງຫຍາບຊ້າ ຕໍ່ຊາກສົບ, ຊື່ສຽງ, ບ່ອນຝັງສົບ ຫລື ທາດ ຂອງຜູ້ຕາຍ ຊຶ່ງເປັນການແຕະຕ້ອງຈິດໃຈຂອງມະຫາຊົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມ ເດືອນ ຫາ ໜຶ່ງປີ ຫລື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ
ມາດຕາ 205 ການນິນທາ ແລະ ການໃສ່ຮ້າຍ
ບຸກຄົນໃດ ຫາກໄດ້ເຮັດໃຫ້ຜູ້ອື່ນເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ດ້ວຍການຂຽນ, ການເວົ້າ ຫລື ດ້ວຍຮູບການອື່ນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ຫລື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.
ບຸກຄົນໃດ ຫາກໄດ້ໃສ່ຮ້າຍປ້າຍສີຜູ້ອື່ນ ໂດຍບໍ່ມີຄວາມຈິງ ດ້ວຍການຂຽນ, ການເວົ້າ ຫລື ດ້ວຍຮູບການອື່ນ ຊຶ່ງເຮັດໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ໜຶ່ງປີ ຫລື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.
ມາດຕາ 206 ການເຮັດໃຫ້ບຸກຄົນອື່ນອັບອາຍ
ບຸກຄົນໃດ ຫາກລະເມີດກຽດສັກສີຂອງບຸກຄົນອື່ນ ແລະ ເຮັດໃຫ້ໄດ້ຮັບຄວາມອັບອາຍ ຈະຖືກຕໍານິວິຈານ ຫລື ດັດສ້າງໂດຍບໍ່ຕັດອິດສະລະພາບ ຫລື ລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.
ມາດຕາ 207 ການປ້ອຍວ່າ
ບຸກຄົນໃດ ຫາກໄດ້ໃຊ້ວາຈາ, ຂຽນ ຫລື ກະທໍາແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ຫລື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.
ມາດຕາ 208 ການເຮັດໃຫ້ຜູ້ອື່ນເສຍຊີວິດດ້ວຍຄວາມບໍ່ລະມັດລະວັງ
ບຸກຄົນໃດ ຫາກໄດ້ເຮັດໃຫ້ຜູ້ອື່ນເສຍຊີວິດດ້ວຍຄວາມປະໝາດ, ຄວາມເລິ່ນເລີ້ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 2.000.000 ກີບ ຫາ 10.000.000 ກີບ. ໃນກໍລະນີ ການກະທໍາຜິດຫາກໄດ້ເຮັດໃຫ້ຄົນເສຍຊີວິດແຕ່ ສອງຄົນ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມປີ ຫາ ສິບປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 30.000.000 ກີບ.
ມາດຕາ 209 ການເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບດ້ວຍຄວາມບໍ່ລະມັດລະວັງ
ບຸກຄົນໃດ ຫາກເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບດ້ວຍຄວາມປະຫມາດ, ຄວາມເລິ່ນເລີ້ ຈະຖືກປັບໃໝແຕ່ 1.000.000 ກີບ ຫາ 5.000.000 ກີບ. ໃນກໍລະນີການກະທໍາຜິດ ຫາກໄດ້ເຮັດໃຫ້ມີບາດເຈັບສາຫັດ, ບາດເຈັບຫລາຍຄົນ, ເສຍອົງຄະ ຫລື ພິການ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກປັບໃໝແຕ່ 3.000.000 ກີບ ຫາ 15.000.000 ກີບ
KPL