ຮວຜທ ຈັດກອງປະຊຸມສະພາສອບເສັງ ພາກຮຽນທີ I ສົກຮຽນ 2024-2025

10/01/2025 14:52
Email Print 6135
ຂປລ ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະພາສອບເສັງ ພາກຮຽນ ທີ I ປະຈຳສົກຮຽນ 2024-2025 ໃນວັນທີ 9 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ ຕະຫລອດຮອດພະນັກງານ-ນັກຮົບ ແລະ ນ້ອງນັກຮຽນທົ່ວໂຮງຮຽນ ເຂົ້າຮ່ວມ.



ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະພາສອບເສັງ ພາກຮຽນ ທີ
I ປະຈຳສົກຮຽນ 2024-2025 ໃນວັນທີ 9 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ ຕະຫລອດຮອດພະນັກງານ-ນັກຮົບ ແລະ ນ້ອງນັກຮຽນທົ່ວໂຮງຮຽນ ເຂົ້າຮ່ວມ.




ກອງປະຊຸມ ໄດ້ຜ່ານແຜນການສອບເສັງ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ
, ອະນຸກຳມະການ ສອບເສັງພາກຮຽນທີ I ປະຈຳສົກຮຽນ 2024-2025, ຜ່ານກົດລະບຽບການສອບເສັງ, ສິດ ແລະ ໜ້າທີ່ຂອງກຳມະການຍາມຫ້ອງສອບເສັງ ແລະ ຜ່ານຕາຕະລາງສອບເສັງ. ທັງນີ້, ກໍເພື່ອເປັນການກວດກາຄືນ ໃນການຈັດຕັ້ງການຮຽນ-ການສອນ ໃນໄລຍະໜຶ່ງພາກຮຽນ ທີ່ຜ່ານມາ ຂອງຄູອາຈານ ແລະ ນັກຮຽນ, ເປັນການປະຕິບັດຂັ້ນຕອນ ບາດກ້າວ ຂອງການຮຽນ-ການສອນ ຂອງລະບົບສາມັນສຶກສາ ຕາມທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ແລະ ເປັນການວັດແທກ ປະເມີນຜົນການຮຽນ-ການສອນ, ທັງເປັນການຮັບປະກັນ ໃຫ້ບັ້ນດຳເນີນການສອບເສັງ ໃຫ້ນັກຮຽນ ມ2, ມ6 ແລະ ມ7 ເຂົ້າຮ່ວມສອບເສັງ ຢ່າງເປັນຂະບວນການຟົດຟື້ນ, ມີຄວາມເປັນລະບຽບຮຽບຮ້ອຍ  ແລະ ບັນລຸຕາມແຜນການວາງອອກໃຫ້ໄດ້ຮັບຜົນສູງ. 




ໂອກາດນີ້ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ພ້ອມທັງຮຽກຮ້ອງໃຫ້ ບັນດາສະຫາຍທີ່ຖືກການແຕ່ງຕັ້ງ ຮັບຜິດຊອບນັ້ນ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີໄດ້ຮັບການມອບໝາຍ ໃຫ້ປະສົບຜົນສຳເລັດ
, ຮັກສາຈັນຍາບັນ-ຈັນຍາທຳ, ຮັກສາຄວາມສະຫງົບໃຫ້ໄດ້ 100%, ປະຕິບັດບັດຕາມກົດລະບຽບ ເພື່ອເຮັດໃຫ້ການສອບເສັງ ພາກຮຽນທີ I ສົກຮຽນ 2024-2025 ນີ້ໄດ້ຮັບໝາກຜົນຕາມຂາດໝາຍທີ່ວາງໄວ້.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ສຳເລັດການແຂ່ງຂັນ ລາວດີຈິຕອນອາວອດ 2026ສຶກສາ-ກິລາ

      ສຳເລັດການແຂ່ງຂັນ ລາວດີຈິຕອນອາວອດ 2026

      9/23/2026 9:48:21 AM

      ງານແຂ່ງຂັນລາວດີຈິຕອນອາວອດ (Lao Digital Awards) ປະຈໍາປີ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 20 ກັນຍາ 2026 ຜ່ານມາ, ຢູ່ຕຶກອາຄານອຸທິຍານດີຈິຕອນ, ນະຄອນຫລວງວຽງຈັນ.

    • ແລ່ນມິນິມາຣາທອນ ສະຫລອງວັນລັດຖະທຳມະນູນ ແລະ ວັນສ້າງຕັ້ງສາຍພົວພັນ ລາວ-ຈີນສຶກສາ-ກິລາ

      ແລ່ນມິນິມາຣາທອນ ສະຫລອງວັນລັດຖະທຳມະນູນ ແລະ ວັນສ້າງຕັ້ງສາຍພົວພັນ ລາວ-ຈີນ

      9/22/2026 9:05:21 AM

      ໃນວັນທີ 20 ກັນຍາ 2026 ນີ້, ສະພາແຫ່ງຊາດ ຮ່ວມກັບສະຖານທູດຈີນ ປະຈຳລາວ ຈັດກິດຈະກຳແຂ່ງຂັນແລ່ນມິນິມາຣາທອນ (Mini Marathon) 10 ກິໂລແມັດ ແລະ ແລ່ນເພື່ອສຸຂະພາບ 5 ກິໂລແມັດ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (25/4/1961-25/4/2026) ແລະ ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພທຳມະຊາດ

    • ສປປ ລາວ ນຳສະເໜີຜົນສຳເລັດສື່ການຮຽນ-ການສອນພາສາລາວ ຢູ່ລາຊະອານາຈັກອັງກິດສຶກສາ-ກິລາ

      ສປປ ລາວ ນຳສະເໜີຜົນສຳເລັດສື່ການຮຽນ-ການສອນພາສາລາວ ຢູ່ລາຊະອານາຈັກອັງກິດ

      9/22/2026 8:47:29 AM

      ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ນຳສະເໜີຜົນສຳເລັດຂອງສື່ການຮຽນ-ການສອນຝຶກເວົ້າພາສາລາວ ທີ່ມະຫາວິທະຍາໄລ ອອກສະຟອດ ລາຊະອານາຈັກອັງກິດ ໃນລະຫວ່າງວັນທີ 15-16 ກັນຍາ 2026 ຜ່ານມາ, ເພື່ອສະແດງໃຫ້ເຫັນວ່າ ຂໍ້ມູນຫຼັກຖານ, ການຄົ້ນຄວ້າຈາກຫ້ອງຮຽນ ແລະ ການຮ່ວມມືກັນ ໄດ້ຊ່ວຍເສີມສ້າງພື້ນຖານດ້ານພາສາ ແລະ ການອ່ານ-ການຂຽນພາສາລາວ ໃຫ້ແກ່ນັກຮຽນຂັ້ນ ປ1 ຢ່າງເຂັ້ມແຂງ ໂດຍສະເພາະແມ່ນເດັກທີ່ບໍ່ເວົ້າພາສາລາວເປັນຫຼັກຢູ່ໃນຄອບຄົວ.

    • ສົກຮຽນຜ່ານມາ ໂຮງຮຽນຫງວຽນຢູສາມາດຍາດໄດ້ຜົນສຳເລັດຫລາຍດ້ານສຶກສາ-ກິລາ

      ສົກຮຽນຜ່ານມາ ໂຮງຮຽນຫງວຽນຢູສາມາດຍາດໄດ້ຜົນສຳເລັດຫລາຍດ້ານ

      9/17/2026 12:52:20 PM

      ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຈັດພິທີເປີດສົກຮຽນໃໝ່ 2026-2027 ຢ່າງເປັນທາງການຂຶ້ນໃນ ວັນທີ 14 ກັນຍາ 2026 ໂດຍມີ ທ່ານ ນາງ ນ້ຳທິບ ອິນທະວົງ ຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ສປປ ລາວ ຈະສົ່ງ 12 ປະເພດກິລາ ຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ 14 ທີ່ມາເລເຊຍສຶກສາ-ກິລາ

      ສປປ ລາວ ຈະສົ່ງ 12 ປະເພດກິລາ ຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ 14 ທີ່ມາເລເຊຍ

      9/11/2026 9:37:33 AM

      ຄະນະຜູ້ແທນຂັ້ນສູງຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ນຳໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະຫະພັນກິລາຄົນພິການອາຊຽນ (ASEAN Para Sports Federation-APSF Board of Governors Meeting) ຈັດຂຶ້ນລະຫວ່າງວັນທີ 7-11 ກັນຍາ 2026 ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ. ຂະນະດຽວກັນ, ສປປ ລາວ ກໍໄດ້ສະເໜີ 12 ປະເພດກິລາ ເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໄລຍະວັນທີ 17-23 ຕຸລາ 2027 ທີ່ນະຄອນຫຼວງກົວລາລຳເປີ ປະກອບມີ: ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ບັອກເຊຍ, ໂກນບານ (ຍິງ), ບານເຕະຄົນພິການຕາ (ຊາຍ), ບານບ້ວງລໍ້ເລື່ອນ (ຍິງ), ລົດຖີບ, ດອກປີກໄກ່, ຟັນດາບ, ເທັນນິດ ແລະ ຍິງປືນ.

ads
ads

Top