ກຳປູເຈຍ ຈັດກອງປະຊຸມ ຕ້ານການສໍ້ໂກງສາກົນ

25/09/2026 11:59
ຂປລ ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ກ່າວ ໃນກອງປະຊຸມສາກົນ ວ່າດ້ວຍການຕ້ານ ການສໍ້ໂກງອອນລາຍ ເຊິ່ງກຳປູເຈຍ ເປັນເຈົ້າພາບ ໂດຍລະບຸວ່າ: ການສໍ້ໂກງ ທາງອອນລາຍ ແມ່ນບັນຫາ ຂ້າມຊາຍແດນ ລະດັບພາກພື້ນ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ: ໃນວັນທີ 23 ກັນຍາ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ກ່າວ ໃນກອງປະຊຸມສາກົນ ວ່າດ້ວຍການຕ້ານ ການສໍ້ໂກງອອນລາຍ ເຊິ່ງກຳປູເຈຍ ເປັນເຈົ້າພາບ ໂດຍລະບຸວ່າ: ການສໍ້ໂກງ ທາງອອນລາຍ ແມ່ນບັນຫາ ຂ້າມຊາຍແດນ ລະດັບພາກພື້ນ ບໍ່ແມ່ນບັນຫາ ຂອງ ປະເທດໃດ ປະເທດໜຶ່ງ ເຊິ່ງກຳປູເຈຍ ບໍ່ສາມາດ ລຶບລ້າງ ອາຊະຍາກຳ ຂ້າມຊາດນີ້ ໄດ້ພຽງລໍາພັງ ແລະ ຈຳເປັນຕ້ອງ ອາໄສຄວາມຮ່ວມມືລະຫວ່າງ ປະເທດ ເພື່ອເອົາຊະນະ ສິ່ງທ້າທາຍດັ່ງກ່າວ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ ຫົວຂໍ້ “ຮ່ວມມືທຳລາຍ ແລະ ກໍາຈັດກົນໂກງອອນລາຍ” ໂດຍໄດ້ຮັບຄວາມຮ່ວມມື ໃນການຈັດງານຈາກ ອົງການ ຕຳຫລວດສາກົນ, ສຳນັກງານ ວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳ ແຫ່ງສະຫະປະຊາຊາດ (UNODC) ປະຈຳພາກພື້ນ ອາຊີຕາເວັນອອກ ສຽງໃຕ້ ແລະ ປາຊີຟິກ, ລວມທັງ ສູນຄວາມຮ່ວມມື ດ້ານຄວາມໝັ້ນຄົງ ແລະ ການບັງຄັບໃຊ້ ກົດໝາຍ ແບບລວມສູນ ລ້ານຊ້າງ-ແມ່ໂຂງ.

ກອງປະຊຸມດັ່ງກ່າວ ຈະຈັດຂຶ້ນໃນ ໄລຍະ 2 ວັນ, ໂດຍມີ ເຈົ້າໜ້າທີ່ ແລະ ຜູ້ຊ່ຽວຊານຈາກ ກວ່າ 20 ປະເທດ ແລະ ອົງການລະຫວ່າງປະເທດ ເຂົ້າຮ່ວມ ເພື່ອປຶກສາຫາລື ໃນຫລາກຫລາຍຫົວຂໍ້ ລວມທັງ ປະເດັນ: ການສໍ້ໂກງທາງອອນລາຍ ທີ່ເປັນບັນຫາຮີບດ່ວນ ລະດັບໂລກ; ການຮັບມື ການສໍ້ໂກງ ທາງໄຊເບີ ລະດັບພາກພື້ນ ແລະ ລະດັບໂລກ; ເຕັກໂນໂລຊີ ແລະ ການປ້ອງກັນ; ການເສີມສ້າງ ຄວາມພ້ອມ ຮັບມື ໄພຄຸກຄາມ ທາງໄຊເບີ, ລວມທັງ ຄວາມພະຍາຍາມ ຂອງ ແຕ່ລະປະເທດ ໃນການຕ້ານການສໍ້ໂກງ./

KPL

ຂ່າວອື່ນໆ

ads
ads

Top