ທ່ານສີຈິ້ນຜິງ ພົບປະກັບທ່ານໂດນັນ ທຣຳ

25/09/2026 12:17
ຂປລ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາຢູ່ທີ່ທຳນຽບຂາວ.

ຂປລ.ຕອນເຊົ້າວັນທີ 24 ກັນຍານີ້ ຕາມເວລາທ້ອງຖີ່ນ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ຢູ່ທີ່ທຳນຽບຂາວ.

    ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ປະມຸກລັດຈີນ ແລະອາເມຣິກາ ໄດ້ບັນລຸການຢ້ຽມຢາມ ເຊິ່ງກັນ ແລະ ກັນ ພາຍໃນເວລາບໍ່ຮອດເຄິ່ງປີ, ແມ່ນເຫດການ ທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດ ແຫ່ງການພົວພັນ ລະຫວ່າງຈີນ-ອາເມຣິກາ. ຂ້າພະເຈົ້າ ກັບທ່ານປະທາ ນາທິບໍດີທຣຳ ໄດ້ຮັກສາການແລກປ່ຽນ ກັນດ້ວຍວິທີຕ່າງໆ ມາໂດຍຕະຫຼອດ ເພື່ອຮ່ວມຄວບຄຸມ ແລະບັນຊາກຳປັ່ນ ໃຫຍ່ ແຫ່ງການພົວພັນ ລະຫວ່າງຈີນ-ອາເມຣິກາ. ເດືອນພຶດສະພາປີນີ້ ຂ້າພະເຈົ້າກັບທ່ານ ປະທານະທິບໍດີທຣຳ ໄດ້ເຫັນດີເປັນເອກະພາບ ກັນສ້າງການພົວພັນທີ່ ໝັ້ນທ່ຽງທາງຍຸດທະສາດ ທີ່ສ້າງສັນ ເຊິ່ງການພົວພັນອັນໃໝ່ນີ້ ໄດ້ສະທ້ອນໃຫ້ເຫັນ ສະພາບຄວາມເປັນຈິງ ຂອງສາຍພົວພັນ ລະຫວ່າງສອງປະເທດ, ທັງສະແດງໃຫ້ເຫັນຄວາມ ມຸ່ງຫວັງຂອງພວກເຮົາ ທີ່ມີຕໍ່ອະນາຄົດ, ເປັນບາດກ້າວສຳຄັນ ເພື່ອເດີນໄປສູ່ການ ຢູ່ຮ່ວມກັນຢ່າງຖືກຕ້ອງ ລະຫວ່າງສອງປະເທດ. ພວກເຮົາຕ້ອງຫັນ ວິໄສທັດດັ່ງກ່າວ ໃຫ້ເປັນການເຄື່ອນໄຫວ ຕົວຈິງ, ສຸມຄວາມພະຍາຍາມ ຕາມທິດທີ່ມີ ການຮ່ວມມືເປັນຫຼັກ, ມີການແຂ່ງຂັນ ທີ່ສົມເຫດສົມຜົນ, ສາມາດຄວບຄຸມ ຄວາມຂັດແຍ້ງ ແລະມີສັນຕິພາບທີ່ຄາດ ຫວັງໄດ້ ເພື່ອເປີດເສັ້ນທາງໃໝ່ ທີ່ໃຫ້ສອງປະເທດ ໃຫຍ່ຢູ່ຮ່ວມກັນ ຢ່າງຖືກຕ້ອງ. ຈີນ ແລະອາເມຣິກາ ຄວນແລະ ມີຄວາມສາມາດໄດ້ຮັບ ຜົນປະໂຫຍດ ຮ່ວມກັນໃນການ ຮ່ວມມືຕົວຈິງ, ແລະຕ່າງຊ່ວຍຊູຍູ້ ໜູນກັນໃນການແຂ່ງຂັນ ໄປໃນແງ່ດີ, ແລະກໍາຈັດຄວາມຂັດແຍ້ງ ໂດຍສະແຫວງຫາຄຳເຫັນທີ່ຄືກັນ ແລະສະຫງວນສິ່ງທີ່ຕ່າງກັນ, ທັງສ້າງສັນຕິພາບ ໃນທ່າມກາງຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ ການພົວພັນ ທີ່ໝັ້ນທ່ຽງ ທາງຍຸດທະສາດ ທີ່ສ້າງສັນລະຫວ່າງ ຈີນ-ອາເມຣິກາ ນຳເອົາຜົນປະໂຫຍດ ມາໃຫ້ປະຊາຊົນ ສອງປະເທດ ກໍ່ຄືປະຊາຊົນ ໃນປະເທດຕ່າງໆທົ່ວໂລກ ໃຫ້ດີກວ່າເກົ່າ.

ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ທີມງານການຄ້າຂອງສອງຝ່າຍ ໄດ້ຈັດການເຈລະຈາຮອບໃໝ່ ໂດຍໄດ້ບັນລຸຄວາມ ເປັນເອກະພາບສະບັບໃໝ່. ນີ້ເປັນຂ່າວດີ ໃຫ້ແກ່ວົງການ ອຸດສາຫະກຳການຄ້າ, ປະຊາຊົນຂອງສອງປະເທດ ກໍ່ຄືເສດຖະກິດໂລກ. ການຮ່ວມມືເປັນເສັ້ນທາງ ທີ່ຕ້ອງເປັນໄປ ເຊິ່ງຄວາມໝັ້ນທ່ຽງ ຂອງການພົວພັນ ທາງດ້ານເສດຖະກິດ ການຄ້າລະ ຫວ່າງຈີນ-ອາເມຣິກາ ຕ້ອງເປີດກວ້າງຂົງເຂດ ການຮ່ວມມື, ແຕ່ກໍ່ຕ້ອງຫຼຸດຄວາມຂັດແຍ້ງ ໃຫ້ໜ້ອຍລົງເຊັ່ນດຽວກັນ. ພຽງແຕ່ຍຶດຖືຄວາມສະເໝີພາບ, ເຄົາລົບເຊິ່ງກັນ ແລະກັນ, ແລະຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ, ກໍສາມາດຊອກເຫັນທາງອອກ ແລະ ສາມາດແກ້ໄຂບັນຫາໄດ້. ຫວັງວ່າທັງສອງຝ່າຍ ຈະສາມາດເດີນໄປຕາມທິດດຽວກັນ, ຍຶດໝັ້ນເດີນສູ່ ການໄດ້ຮັບຜົນປະໂຫຍດ ຮ່ວມກັນ ເພື່ອຊຸກຍູ້ ໃຫ້ການພົວພັນທາງດ້ານ ເສດຖະກິດ ການຄ້າລະຫວ່າງ ຈີນ-ອາເມຣິກາ ຂະຫຍາຍຕົວໄປດ້ວຍດີ ແລະ ໜັກແໜ້ນ.

    ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ຈີນ ແລະອາເມຣິກາ ແມ່ນປະເທດໃຫຍ່ ດ້ານປັນຍະປະດິດ, ສອງຝ່າຍມີການແຂ່ງຂັນກັນ, ສະນັ້ນ ຍິ່ງຄວນຮ່ວມມືກັນ, ຄວນເສີມຂະຫຍາຍ ທ່າແຮງຂອງໃຜລາວ, ຫາກບໍ່ແມ່ນການສ້າງ ກຳແພງກັ້ນຂຶ້ນມາ. ສອງຝ່າຍຄວນດຳເນີນການ ສົນທະນາກັນກ່ຽວກັບ ປັນຍາປະດິດ ແລະແລກປ່ຽນກັນກ່ຽວ ກັບຄວາມສ່ຽງ ແລະຜົນປະໂດຍ ຂອງປັນຍາປະດິດ, ຮ່ວມກັນປ້ອງກັນ ບໍ່ໃຫ້ປັນຍາປະດິດ ຖືກນຳໃຊ້ໄປໃນທາງທີ່ບໍ່ດີ. ຕ້ອງຮັກສາການ ຄວບຄຸມປັນຍາປະດິດດ້ວຍມະນຸດ, ຍຶດຖືຫຼັກການຖື ເອົາຄົນເປັນກົກ ເພື່ອນຳໃຊ້ປັນຍາ ປະດິດໄປ ໃນທາງທີ່ດີ ແລະ ໃຫ້ປັນຍາປະດິດຮັບໃຊ້ ຄວາມກ້າວໜ້າຂອງມະນຸດ.

    ທ່ານ ສີຈິ້ນຜິງ ເນັ້ນໜັກຕື່ມວ່າ: ຈີນມີຫຼັກໝັ້ນ ທີ່ຈະແຈ້ງທີ່ສຸດໃນການປົກປັກ ຮັກສາຄວາມເປັນເອກະພາບແຫ່ງຊາດ ແລະຜືນແຜ່ນດິນອັນຄົບຖ້ວນ. ຫວັງວ່າ ອາເມຣິກາ ຈະຍຶດໝັ້ນຫຼັກໝັ້ນ ທີ່ຖືກຕ້ອງໃນການຕໍ່ຕ້ານ “ໄຕ້ຫວັນເປັນເອກະລາດ”, ແກ້ໄຂບັນຫາໄຕ້ຫວັນ ຢ່າງລະມັດລະວັງ, ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການຮ່ວມມືດ້ານຍຸດທະສາດ ແລະ ຂະຫຍາຍ ການພົວພັນລະຫວ່າງ ສອງປະເທດຈີນ-ອາເມຣິກາ.

    ທ່ານ ໂດນັນ ທຣຳກ່າວວ່າ: ການເດີນທາງຢ້ຽມຢາມ ອາເມຣິກາຂອງ ປະທານ ສີຈິ້ນຜິງ ໃນຄັ້ງນີ້ ຖືເປັນການຢ້ຽມຢາມ ທີ່ຍິ່ງໃຫຍ່ຄັ້ງໜຶ່ງ. ອາເມລິກາ ແລະຈີນ ລ້ວນແຕ່ແມ່ນປະເທດໃຫຍ່, ຂ້າພະເຈົ້າກັບທ່ານ ປະທານສີຈິ້ນຜິງ ແມ່ນເພື່ອນທີ່ດີ, ໄດ້ຮັກສາການຕິດຕໍ່ພົວພັນ ແລະແລກປ່ຽນກັນ ຢ່າງເລິກເຊິ່ງ. ການພົວພັນອາເມລິກາ-ຈີນ ຍ່ອມຈະດີຂຶ້ນ ພາຍໃຕ້ການນຳພາ ຂອງພວກເຮົາ. ທິມງານເສດຖະກິດການຄ້າ ຂອງສອງປະເທດ ໄດ້ເຈລະຈາກັນຮອບໃໝ່ ແລະໄດ້ຮັບໝາກຜົນໃໝ່. ສອງຝ່າຍຈະສືບຕໍ່ເຈລະຈາກັນ ເພື່ອບັນລຸສັນຍາທີ່ດີກວ່າເກົ່າ. ປັນຍາປະດິດ ພົວພັນ ເຖິງອະນາຄົດຂອງມວນມະນຸດ, ອາເມລິກາ ແລະຈີນຄວນຮັກສາ ການສົນທະນາກັນ ເພື່ອເພີ່ມທະວີການຮ່ວມມືກັນ.

   ປະມຸກລັດສອງປະເທດ ຈີນ-ອາເມຣິກາ ຍັງໄດ້ແລກປ່ຽນຄຳເຫັນກັນກ່ຽວກັບ ສະຖານະການ ໃນຕາເວັນອອກກາງ, ວິກິດການອູແກຣນ, ບັນຫາແຫຼມເກົາຫຼີ ກໍ່ຄືບັນຫາສາກົນ ແລະ ທ້ອງຖິ່ນທີ່ສຳຄັນອື່ນໆ.

    ນອກນີ້, ປະມຸກລັດສອງປະເທດ ຍັງໄດ້ຕົກລົງກັນວ່າ ຈະຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອຈັດກອງປະຊຸມ ບໍ່ເປັນທາງການຂອງຜູ້ນຳ ອົງການເອເປັກປີ 2026  ແລະ ກອງປະຊຸມ ສຸດຍອດຜູ້ນຳ G20 ໃຫ້ດີ.

 

KPL

ຂ່າວອື່ນໆ

ads
ads

Top