ອົດສະຕຣາລີ ມີອັດຕາການຫວ່າງງານສູງເກີນ ຄາດລະດັບ 4,6%

25/09/2026 11:59
ຂປລ ສຳນັກງານສະຖິຕິ ແຫ່ງຊາດ ອົດສະຕຣາລີ ລາຍງານວ່າ: ວັນທີ 24 ກັນຍາ ວ່າ ອັດຕາ ການຫວ່າງງານ ຂອງ ອົດສະຕຣາລີ ໄດ້ປັບຕົວ ເພີ່ມຂຶ້ນ ສູ່ລະດັບ 4,6% ໃນເດືອນສິງຫາ ຈາກລະດັບ 4,5% ໃນເດືອນ ກໍລະກົດ ເຊິ່ງເປັນຕົວເລກສູງກວ່າ ທີ່ ນັກວິເຄາະ ຄາດການໄວ້ວ່າ ຈະຢູ່ທີ່ 4,5%.

ຂປລ. ສຳນັກຂ່າວອິນໂຟເຄວ: ສຳນັກງານສະຖິຕິ ແຫ່ງຊາດ ອົດສະຕຣາລີ ລາຍງານວ່າ: ວັນທີ  24 ກັນຍາ ວ່າ ອັດຕາ ການຫວ່າງງານ ຂອງ ອົດສະຕຣາລີ ໄດ້ປັບຕົວ ເພີ່ມຂຶ້ນ ສູ່ລະດັບ 4,6% ໃນເດືອນສິງຫາ ຈາກລະດັບ 4,5% ໃນເດືອນ ກໍລະກົດ ເຊິ່ງເປັນຕົວເລກສູງກວ່າ ທີ່ ນັກວິເຄາະ ຄາດການໄວ້ວ່າ ຈະຢູ່ທີ່ 4,5%.

ອັດຕາການຫວ່າງງານ ໄດ້ປັບຕົວສູງຂຶ້ນ ເຖິງແມ່ນວ່າ ຕົວເລກ ການຈ້າງງານ ຈະເພີ່ມຂຶ້ນ ຢ່າງແຂງແຮງ ກໍຕາມ ໂດຍຕົວເລກ ການຈ້າງງານ ໃນເດືອນສິງຫາ ເພີ່ມຂຶ້ນ 39.500 ຕຳແໜ່ງ, ເປັນຕົວເລກຫລາຍກວ່າ ທີ່ນັກວິເຄາະຄາດວ່າ ຈະເພີ່ມຂຶ້ນພຽງແຕ່ 20.000 ຕຳແໜ່ງເທົ່າໜັ້ນ. ໃນຂະນະທີ່ ອັດຕາ ການມີສ່ວນຮ່ວມ ໃນກຳລັງແຮງງານ ໄດ້ປັບຕົວເພີ່ມຂຶ້ນ ສູ່ລະດັບ 67,1% ໃນເດືອນສິງຫາ ຈາກ ລະດັບ 66,9% ໃນເດືອນກໍລະກົດ.

ຂໍ້ມູນດັ່ງກ່າວ ຖືເປັນ ຕົວເລກ ເສດຖະກິດ ທີ່ ສຳຄັນ ລາຍການສຸດທ້າຍ ທີ່ ຄະນະກຳມະການ ກຳນົດນະໂຍບາຍການເງິນ ຂອງ ທະນາຄານກາງ ອົດສະຕຣາລີ (RBA) ຈະນຳມາພິຈາລະນາ ກ່ອນການປະຊຸມ ໃນວັນທີ 28-29 ກັນຍາ. /

KPL

ຂ່າວອື່ນໆ

ads
ads

Top