ສາມໝື່ນຕູບເຟືອງ ຈໍາລອງວິຖີຊີວິດ ຮີດຄອງປະເພນີ ຂອງປະຊາຊົນເຜົ່າຕ່າງໆ

06/01/2025 14:36
Email Print 1867
ຂປລ ຂປລ. ສວນວັດທະນະ​ທໍາ “ສາມໝື່ນຕູບເຟືອງ” ຕັ້ງ​ຢູ່ບ້ານນາ​ທົວ ​ເມືອງ​ເຟືອງ ​ແຂວງ​ວຽງ​ຈັນ ​ໄດ້​ເປີດ​ໃຫ້​ບໍລິການ​ແກ່​ນັກ​ທ່ອງ​ທ່ຽວ ​ຢ່າງ​ເປັນ​ທາງ​ການ​ ໃນ​ທ້າຍ​ເດືອນ​ທັນວາ ຜ່ານ​ມາ



ຂປລ. ສວນວັດທະນະ​ທໍາ
ສາມໝື່ນຕູບເຟືອງຕັ້ງ​ຢູ່ບ້ານນາ​ທົວ ​ເມືອງ​ເຟືອງ ​ແຂວງ​ວຽງ​ຈັນ ​ໄດ້​ເປີດ​ໃຫ້​ບໍລິການ​ແກ່​ນັກ​ທ່ອງ​ທ່ຽວ ​ຢ່າງ​ເປັນ​ທາງ​ການ​ ໃນ​ທ້າຍ​ເດືອນ​ທັນວາ ຜ່ານ​ມາ, ພາຍໃນສວນ ໄດ້ມີການຈໍາລອງ ວິຖີຊີວິດ-ຮີດຄອງປະເພນີອັນດີງາມ ຂອງພໍ່ແມ່ປະຊາຊົນເຜົ່າຕ່າງໆ ຕັ້ງແຕ່ບູຮານ ເຊິ່ງຫາເບິ່ງໄດ້ຍາກແລ້ວໃນປັດຈຸບັນ.



ທ່ານ ນາງ​ ວອນ​ມະນີ​ວົງ ສະ​ເຕີນ ​ປະທານ​ສະມາຄົມ ​ນັກທຸລະ​ກິດ​​ເຮືອນ​ແພ​ເມືອງ​ຟືອງ​ ​​​ໄດ້ໃຫ້​ຮູ້​ວ່າ: ​ສວນວັດທະນະ​ທໍາ
ສາມໝື່ນຕູບເຟືອງ ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ໃໝ່ ​ໂດຍ​ເປີດ​ໃຫ້​ບໍລິ ການ​ທຸກໆ​ວັນ ​​ແຕ່​ເວລາ 08:00 ​ໂມງ ຈົນ​ຮອດ 22:00 ​ໂມງ ​ໂດຍ​ຈະມີ​ຂາຍ​ເຄື່ອງຫັດຖະ​ກໍາ, ​ເຄື່ອງ​ຝາກ​ຂອງຕ້ອນ, ຮ້ານ​ກາ​ເຟ, ຮ້ານ​ອາຫານ ​ແລະ ຜົນລະປູກ ​ຂອງ​ປະຊາຊົນ​. ນອກ​ນີ້​, ຍັງ​ມີເຮືອນ​ຈໍາ​ລອງ​ບັນດາ​ຊົນ​ເຜົ່າ​ຕ່າງໆ ​ໃນ​ສະ​ໄໝ​ບູຮານ ​ເປັນ​ຕົ້ນ ​ເຜົ່າ​ມົ້ງ, ​ເຜົ່າ​ລາວ, ເຜົ່າກຶມ​ມຸ, ​ໄທ​ດໍາ, ​ໄທ​ແດງ ​ແລະ ອື່ນໆ ​​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​​ເຫັນ​ເຖິງ​ວິ​ຖີຊີວິດ​, ຮີດຄອງ​ປະ​ເພນີ​ດັ້ງ​ເດີມ​ຂອງຊົນ​ເຜົ່າ​ຕ່າງໆ​ໃນ​ລາວ ​ເຊິ່ງນັກ​ທ່ອງ​ທ່ຽວ​ສາມາດ​ໃສ່​ຊຸດ​ຂອງ​ແຕ່ລະ​ເຜົ່າ ​ເພື່ອ​ເລາະ​ຖ່າຍຮູບບັນຍາກາດ​ຕ່າງໆ. ຈາກຈຸດທີ່ຕັ້ງຂອງສວນນີ້, ສາມາດແນມເຫັນ ຜາທໍ່ໜໍ່ຄໍາ ແລະ ຖ້າມີກ້ອງສ່ອງທາງໄກ ຈະສາມາດສ່ອງເຫັນໜໍ່ຄໍາ 2 ໜໍ່ຕັ້ງຢູ່ຜາດັ່ງກ່າວ.




ທ່ານ ນາງ​ ວອນ​ມະນີ​ວົງ ສະ​ເຕີນ ຍັງ​ໃຫ້​ຮູ້​ອີກ​ວ່າ: ສໍາລັບ​ການ ​ເຂົ້າ​ຊົມ ສວນວັດທະນະ​ທໍາ ສາມໝື່ນຕູບເຟືອງ ຈະ​ບໍ່​ໄດ້​ເກັບ​ຄ່າ​ເຂົ້າ​ຊົມ ​ເພາະ​ພວກ​ເຮົາ​ຢາກ​ຈະ​ເຜີ​ຍແຜ່ ວັດທະນະທຳ, ຮີດຄອງ​ປະ​ເພນີ​ດັ້ງ​ເດີມ ທີ່ເປັນເອກະລັກ ຕິດພັນກັບປະຫວັດສາດ ຄວາມເປັນມາຂອງສາມໝື່ນຕູບເຟືອງ ທີ່ເຄີຍຊ່າລື. ນອກຈາກ, ມາ​ທ່ຽວ​ຊົມ ມາ​ຮັບ​ປະທານ​ອາຫານ​ແລ້ວ, ນັກ​ທ່ອງ​ທ່ຽວ​ສາມາດ​ມາ​ພັກຜ່ອນ ​ຢູ່​ເຮືອນ​ຂອງ​ບັນດາ​ເຜົ່າ ພວກ​ເຮົາ​ກໍ​ມີ​ໃຫ້​ບໍລິການ​ພັກ​ແຮມ ຕື່ມ​ອີກ.

         


ໃນ​ອະນາຄົດ, ສວນວັດທະນະ​ທໍາ
ສາມໝື່ນຕູບເຟືອງ ຍັງ​ມີ​ແຜນ​ຈະ​ເປີດ​ຕະຫລາດ​ສົດ​ໃນ​ຕອນ​ເຊົ້າ ​ໂດຍ​ເນັ້ນ​ຂາຍ​ພືດ​ຜັກ​ປອກສານພິດ, ຈະ​ໃຫ້​ປະຊາຊົນ​ມີສ່ວນ​ເຮົາ​ເຂົ້ມາ​ຂາຍ​ເຄື່ອງ, ທຸກໆ​ຕອນ​ເຊົ້າ​ວັນ​ສຸກ, ​ເສົາ ​ແລະ ວັນ​ອາທິດ ​ແມ່ນ​ຈະມີ​ພະ​ມາ​ບິນທະບາດ ຕື່ມ​ອີກ.

ຂ່າວ: ຈັນທະ​ລອນ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top