ພຽງ 3 ປີເປີດໃຫ້ບໍລິການລົດໄຟລາວ-ຈີນສະທ້ອນໃຫ້ເຫັນໝາກຜົນພົ້ນເດັ່ນ

03/01/2025 10:16
Email Print 2457
ຂປລ ນັບແຕ່ໄດ້ເປີດໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນ 3 ປີຜ່ານມາ, ຂະບວນລົດໄຟລາວ-ຈີນ ໄດ້ແລ່ນໃຫ້ບໍລິການຖີ່ຂຶ້ນນັບມື້ທັງກາງເວັນ ແລະ ກາງຄືນຜ່ານບັນດາບ້ານ, ເມືອງ ແລະ ແຂວງຕ່າງໆ.

    *ນັບແຕ່ໄດ້ເປີດໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນ 3 ປີຜ່ານມາ, ຂະບວນລົດໄຟລາວ-ຈີນ ໄດ້ແລ່ນໃຫ້ບໍລິການຖີ່ຂຶ້ນນັບມື້ທັງກາງເວັນ ແລະ ກາງຄືນຜ່ານບັນດາບ້ານ, ເມືອງ ແລະ ແຂວງຕ່າງໆຈາກສູນກາງນະຄອນຫລວງວຽງຈັນ ໄປຫາແຂວງຫລວງນໍ້າ ໃນພາກເໜືອຂອງ ສປປ ລາວ ດ້ວຍໄລຍະທາງ 400 ກວ່າກິໂລແມັດແລ້ວມຸ່ງໜ້າອອກສູ່ ສປ ຈີນ ແລະ ມຸ່ງໜ້າໄປຂົງເຂດອື່ນໆເຊິ່ງໄດ້ສະທ້ອນໃຫ້ເຫັນໝາກຜົນຕົວຈິງທີ່ບໍ່ສາມາດມະໂນພາບໄດ້ຂະນະທີ່ເຂດພັດທະນາເສດຖະກິດໃໝ່, ການຜະລິດກະສິກໍາຂອງປະຊາຊົນລາວບັນ ດາເຜົ່າ,ພາກອຸດສາຫະກໍາທ່ອງທ່ຽວ ແລະ ພື້ນຖານໂຄງລ່າງໄດ້ເກີດເປັນໜໍ່ແໜງໃໝ່ ແລະ ເບັ່ງບານຂຶ້ນຄ້າຍກັບ “ ດອກເຫັດ ” ຕາມແລວເສັ້ນທາງລົດໄຟລາວ-ຈີນ.

     ເມື່ອ 10 ປີກ່ອນໜ້ານີ້, ຜູ້ຂຽນໄດ້ມີໂອກາດນັ່ງລົດເມໄປເຮັດວຽກຢູ່ເມືອງມໍລະດົກໂລກຫລວງພະບາງເຫັນຖະໜົນຫົນທາງຍັງຫຍຸ້ງຍາກທຸລະກັນດານ ແລະ ໃຊ້ເວລາເກືອບ 5 ຊົ່ວໂມງ, ແຕ່ປັດຈຸບັນໃຊ້ເວລານັ່ງລົດໄຟໄປຫລິ້ນຫລວງພະບາງພຽງ 1 ຊົ່ວໂມງເທົ່ານັ້ນ ແລະ ຍັງເຮັດໃຫ້ປະຢັດເງິນ, ປະຢັດເວລາ ແລະ ມີຄວາມປອດໄຟສູງອີກດ້ວຍ.

     ຜູ້ຂຽນຍັງຈື່ໄດ້ອີກວ່າ: ສົກປີ 2018-2019 ສອງພັກ-ລັດລາວ-ຈີນ ໄດ້ຮ່ວມກັນເປີດປີທ່ອງທ່ຽວເຫັນວ່າເວລານັ້ນສາມາດດຶງດູດນັກທ່ອງທ່ຽວທັງໝົດໄດ້ເກືອບ 5 ລ້ານກວ່າຄົນ ໃນນັ້ນນັກທ່ອງທ່ຽວຊາວຈີນມີເຖິງ 1 ລ້ານກວ່າຄົນ ແຕ່ເຖິງແນວໃດກໍດີ ມາເຖິງປັດຈຸບັນນີ້ ຕາມການລາຍງານຂອງໂທລະພາບ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ມາຮອດວັນທີ 25 ທັນວາ 2024 ມີນັກທ່ອງທ່ຽວເຂົ້າໄປມາທ່ຽວ ແຂວງຫລວງພະບາງ ທັງໜົດ 2.326.758 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 1.297.060 ຄົນ, ເທົ່າກັບ 125,96 %. ໃນນີ້ ມີນັກທ່ອງທ່ຽວພາຍໃນ 775.424 ຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂື້ນ 510.322 ຄົນ, ເທົ່າກັບ 192,50% ; ນັກທ່ອງທ່ຽວສາກົນ 1.551.334 ຄົນ, ທຽບໃສ່ປີຜ່ານມາເພີ່ມຂື້ນ 786.738 ຄົນ, ເທົ່າກັບ 102,89 %. ສໍາລັບນັກທ່ອງທ່ຽວສາກົນ ທີ່ມາທ່ຽວຫລວງພະບາງ ຫລາຍກວ່າໝູ່ໂດຍໄດ້ຈັດ 10 ອັນດັບດັ່ງນີ້ 1. ນັກທ່ອງທ່ຽວ ຈີນ 459.297 ຄົນ 2. ນັກທ່ອງທ່ຽວ ໄທ : 175.575 ຄົນ 3. ນັກທ່ອງທ່ຽວ ສ.ເກົາຫຼີ : 151.189 ຄົນ 4. ນັກທ່ອງທ່ຽວ ສ.ອາເມລິກາ : 113.164 ຄົນ 5. ນັກທ່ອງທ່ຽວ ຝລັ່ງ : 90.499 ຄົນ 6. ນັກທ່ອງທ່ຽວ ຍີ່ປຸ່ນ : 80.885 ຄົນ 7. ນັກທ່ອງທ່ຽວ ເຢຍລະມັນ : 59,607 ຄົນ 8. ນັກທ່ອງທ່ຽວ ການາດາ : 51.325 ຄົນ 9. ນັກທ່ອງທ່ຽວ ອົດສຕາລີ: 43.560 ຄົນ 10. ນັກທ່ອງທ່ຽວ ອັງກິດ : 41.254 ຄົນ ເຊິ່ງຕົວເລກທັງໝົດນັ້ນໄດ້ຊີ້ວັດຢ່າງຈະແຈ້ງວ່າ:ເສັ້ນທາງລົດໄຟລາວ-ຈີນກາຍເປັນພື້ນຖານ ແລະ ປັດໃຈສໍາຄັນຊ່ວຍຊຸກຍູ້ໃຫ້ພາກອຸດສາຫະກໍາລະຫວ່າງ ສປປ ລາວ, ອາຊຽນ, ສປ ຈີນ ແລະ ພາກພື້ນອື່ນໆເຕີບໃຫຍ່ຂະຫຍາຍຕົວເຂັ້ມ ແຂງເປັນຄູ່ຂະໜານກັບຂະແໜງການອື່ນໆຢ່າງຕັ້ງໜ້າ. ທາງລົດໄຟຈີນ-ລາວ ຫາກໍໄດ້ເປີດນຳໃຊ້ຢ່າງເປັນທາງການຄົບຮອບ 3 ປີຜ່ານມາແລ້ວ, ສາມາດເຫັນທ່າອ່ຽງພົ້ນເດັ່ນຫລາຍດ້ານໂດຍສະເພາະຂະບວນລົດໄຟໂດຍສານຂ້າມຊາດ ໄດ້ເຮັດໃຫ້ຜູ້ໂດຍສານມີໂອກາດໃຊ້ເວລາຢ່າງເຕັມທີ່ຄື “ຕອນເຊົ້ານັ່ງກິນເຂົ້າປຸ້ນຢູ່ນະຄອນຄຸນໝິງ ແລະ ຕອນແລງມາກິນກາເຟຢູ່ນະຄອນຫລວງວຽງຈັນ”; ສ່ວນຂະບວນລົດໄຟຂົນສົ່ງ “ໝາກໄມ້ ຫລື ພືດກະສິກໍາຕ່ງໆ” ກໍສາມາດແລ່ນຢ່າງສະດວກສະບາຍດ້ວຍລະບົບເຕັກໂນໂລຊີທັນສະໄໝມີ (ຫ້ອງແອເຢັນ) ສາມາດຖະໜອມໝາກໄມ້ໃຫ້ມີຄວາມສົດຕະຫລອດ ແລະ ມີຄວາມວ່ອງໄວໄປເຖິງມືລູກຄ້າຢ່າງປອດໄພ. ເມື່ອບໍ່ດົນມານີ້ “ຂະບວນລົດໄຟສາຍດ່ວນແມ່ນ້ຳລ້ານຊ້າ-ແມ່ນ້ຳຂອງ” ກຳລັງເປີດກວ້າງຮູບແບບຕ່າງໆ ເຊັ່ນ “ການຄ້າເອເລັກໂຕຣນິກ” “ຂະບວນລົດໄຟຈີນ-ເອີຣົບ” ແລະອື່ນໆ ເຊິ່ງໄດ້ເປັນຫົວໃຈສໍາຄັນອີກອັນໜຶ່ງ ແລະ ໃນຮອບ 3 ປີທີ່ຜ່ານມາ, ທາງລົດໄຟຈີນ-ລາວໄດ້ກາຍເປັນຊ່ອງທາງຂົນສົ່ງສິນຄ້າອັນພົ້ນເດັ່ນທີ່ສຸດ ເຊິ່ງໄດ້ເປັນການຄ້ຳປະກັນຢ່າງແຂງແຮງໃຫ້ແກ່ການພັດທະນາການຄ້າເອເລັກໂຕຣນິກຂອງອາຊີຕາເວັນອອກສຽງໃຕ້.

    ທາງລົດໄຟສາຍດັ່ງກ່າວໄດ້ຫລຸດຕົ້ນທຶນ ແລະ ເວລາຂອງການຂົນສົ່ງພາຍໃນພາກພື້ນຢ່າງຫລວງຫລາຍ. ເວລາການຂົນສົ່ງດ້ວຍທາງລົດໄຟຈາກລາວ ແລະ ໄທ ໄປສູ່ເອີຣົບໄດ້ຫລຸດລົງເປັນ 15 ວັນ; ຕົ້ນທຶນການຂົນສົ່ງຈາກນະຄອນຄຸນໝິງຂອງຈີນໄປຫາລາວ ແລະ ໄທໄດ້ຫຼຸດລົງ 30%-50%, ຕົ້ນທຶນການຂົນສົ່ງພາຍໃນປະເທດລາວໄດ້ຫລຸດລົງ 20%-40%. ຕາມຂ່າວລາຍງານວ່າ: ມາຮອດວັນທີ 2 ທັນວານີ້, ທາງລົດໄຟຈີນ-ລາວໄດ້ຂົນສົ່ງສິນຄ້າເຖິງ 48,3 ລ້ານໂຕນ, ໃນນັ້ນ, ຂົນສົ່ງສິນຄ້າຂ້າມຊາດເຖິງ 10,6 ລ້ານໂຕນ ໂດຍເພີ່ມຂຶ້ນຈາກ 500 ກວ່າຊະນິດໃນເມື່ອກ່ອນເປັນ 3.000 ກວ່າຊະນິດໃນປັດຈຸບັນ. ປັດຈຸບັນ, ທາງລົດໄຟຈີນ-ລາວ ໄດ້ກາຍເປັນສ່ວນປະກອບອັນສຳຄັນຂອງເຄືອຂ່າຍຄົມມະນາຄົມຂອງອາຊີຕາເວັນອອກສຽງໃຕ້ ໂດຍໄດ້ເຊື່ອມຕໍ່ກັບທາງຫຼວງ, ທາງນ້ຳ ແລະ ຊ່ອງທາງອື່ນໆ ເຊິ່ງໄດ້ສະໜອງທາງເລືອກອັນຫຼາກຫຼາຍໃຫ້ແກ່ການຈໍລະຈອນສິນຄ້າສຳລັບການຄ້າເອເລັກໂຕຣນິກ.

    ສໍາລັບຢູ່ນະຄອນຫຼວງວຽງຈັນຂອງລາວ, ທາງລົດໄຟຈີນ-ລາວໄດ້ເຊື່ອມຕໍ່ກັບການຂົນສົ່ງທາງຫຼວງຢ່າງແໜ້ນແຟ້ນ ເຊິ່ງໄດ້ຍົກສູງຄວາມຄ່ອງແຄ້ວ ແລະ ປະສິດທິພາບຂອງການຂົນສົ່ງສິນຄ້າ. ຍົກຕົວຢ່າງຄື ໃນເມື່ອກ່ອນ, ຜະລິດຕະພັນກະສິກຳທີ່ມີມູນຄ່າເພີ່ມສູງຂອງລາວ ມີຂະໜາດການສົ່ງອອກໜ້ອຍ ທັງສູນເສາຍຫຼາຍ ຍ້ອນເງື່ອນໄຂການສົນສົ່ງມີຄວາມຈຳກັດ. ຫຼັງຈາກທາງລົດໄຟຈີນ-ລາວເປີດນຳໃຊ້ແລ້ວ, ປະສິດທິພາບການຂົນສົ່ງໄດ້ຮັບການຍົກສູງຂຶ້ນຢ່າງຫຼວງຫຼາຍ, ຜະລິດຕະພັນກະສິກຳສາມາດເຂົ້າສູ່ເວທີການຄ້າເອເລັກໂຕຣນິກໂດຍຜ່ານຂະບວນລົດໄຟຕູ້ແຊ່ເຢັນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top