ສປ ຈີນ-ສ.ອາເມລິກາ ຄວນພ້ອມກັນຊຸກຍູ້ ໃຫ້ການພົວພັນ ເສດຖະກິດການຄ້າ

16/11/2025 18:57
ຂປລ ​ທ່ານ ເຮີ​ລີ້​ເຟີ່ງ ກຳ​ມະ​ການ​ກົມ​ການ​ເມືອງ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ໄດ້​ພົບ​ປະກັບ​ ທ່ານ ​ອິ​ວານ ກ​ຣີນ​ເບີກ ຮອງ​ປະ​ທານ ​ບໍ​ລິ​ຫານ​​ຄະ​ນະ​ກຳ​ມະ​ການ ແລະ ​ທ່ານ​ສະ​ຕີ​ຟ ​ອໍ​ລິນ ປະ​ທານ ຂອງຄະ​ນະ​ກຳ​ມະ​ການແຫ່ງ​ຊາດ ​ກ່ຽວ​ກັບ​ ການ​ພົວ​ພັນ ​ອາ​ເມ​ລິກາ-ສປ ຈີນ ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ເມື່ອບໍ່ດົນມານີ້ , ​ທ່ານ ເຮີ​ລີ້​ເຟີ່ງ ກຳ​ມະ​ການ​ກົມ​ການ​ເມືອງ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ໄດ້​ພົບ​ປະກັບ​ ທ່ານ ​ອິ​ວານ ກ​ຣີນ​ເບີກ ຮອງ​ປະ​ທານ ​ບໍ​ລິ​ຫານ​​ຄະ​ນະ​ກຳ​ມະ​ການ ແລະ ​ທ່ານ​ສະ​ຕີ​ຟ ​ອໍ​ລິນ ປະ​ທານ ຂອງຄະ​ນະ​ກຳ​ມະ​ການແຫ່ງ​ຊາດ ​ກ່ຽວ​ກັບ​ ການ​ພົວ​ພັນ ​ອາ​ເມ​ລິກາ-ສປ ຈີນ ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​.

   ​ທ່ານ ເຮີ​ລີ້​ເຟີ່ງ ກ່າວ​ວ່າ: ສປ ຈີນ​ ແລະ ສ.​ອາ​ເມ​ລິ​ກາ​ ມີ​ຊ່ອງ​ຫວ່າງ ​ການ​ຮ່ວມ​ມື​ ທີ່ກວ້າງ​ຂວາງ ໃນ​ຂົງ​ເຂດ ​ເສດ​ຖະ​ກິດ​ການ​ຄ້າ, ທັງ​ສອງ​ຝ່າຍ ​ຄວນ​ເດີນ​ໄປ​ສູ່ ເປົ້າ​ໝາຍ​ດຽວກັນ, ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ ແລະ​ ຈັດ​ຕັ້ງ​ປະ​ຕິ​ບັດ ​ຄວາມ​ຮັບ​ຮູ້​ ທີ່​ເປັນ​ເອ​ກະ​ພາບ​ກັນ​ ແລະ ຜົນ​ໄດ້​ຮັບ​ທີ່​ສຳ​ຄັນ​ ຈາກ​ການ​ພົບ​ປະ​​ກັນ ລະ​ຫວ່າງ ປະ​ມຸກ​ລັດ ​ສອງ​ປະ​ເທດ​ ​ຢູ່ນະ​ຄອນບູ​ຊານ​ຂອງ​ ສ.ເກົາ​ຫລີ ນັ້ນ​ໃຫ້​ເປັນ​ຢ່າງ​ດີ, ເພີ່ມ​ທະ​ວີ​ ການ​ຮ່ວມ​ມື ​ແລະ ​​ຄຸ້ມ​ຄອງ​ຄວາມ​ຂັດ​ແຍ້ງ, ຊຸກ​ຍູ້​ການ​ພົວ​ພັນ​ເສດ​ຖະ​ກິດ​ ການ​ຄ້າ​ຈີນ-ອາ​ເມ​ລິ​ກາ​ ໃຫ້​ຂະ​ຫຍາຍ​ຕົວ​ ຢ່າງ​ໝັ້ນ​ທ່ຽງ, ຫວັງ​ວ່າ ຄະ​ນະ​ກຳ​ມະ​ການ​​ແຫ່ງ​ຊາດ ​ກ່ຽວ​ກັບ​ການ​ພົວ​ພັນ​ອາ​ເມ​ລິ​ກາ-ຈີນ ​ຈະ​ປະ​ກອບ​ສ່ວນ​ໃໝ່ ​ເຂົ້າ​ໃນ​ການ​ຊຸກ​ຍູ້ ​ສາຍ​ພົວ​ພັນ ​ມິດ​ຕະ​ພາບ ​ແລະ ການ​ຮ່ວມ​ມື ລະ​ຫວ່າງ​ ສປ ຈີນ-ສ.ອາ​ເມ​ລິ​ກາ.

   ຝ່າຍ ສ.​ອາ​ເມ​ລິ​ກາ ​ກ່າວ​ວ່າ: ການ​ຮັກ​ສາ ​ການ​ພົວ​ພັນ​ ອາ​ເມ​ລິ​ກາ-ຈີນ​ ໃຫ້​ມີຄວາມ​ໝັ້ນ​ທ່ຽງ​ ແມ່ນ​ສຳ​ຄັນ​ຫລາຍ ແລະ ຍິນ​ດີ​ເສີມ​ຂະ​ຫຍາຍ​ ບົດ​ບາດ​ ແບບ​ຂົວ​ຕໍ່​ໃຫ້​ດີ ເພື່ອຊຸກ​ຍູ້​​ ການ​ແລ​ກ​ປ່ຽນ ​ແລະ ​ຮ່ວມ​ມື​ກັນ​ ລະ​ຫວ່າງ​ ສ.ອາ​ເມ​ລິ​ກາ- ສປ ຈີນ ​ໃຫ້​ນັບ​ມື້​ ກ້າວ​ສູ່​ລວງ​ເລິກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top