ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

29/10/2025 16:13
Email Print 161
ຂປລ ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 28 ຕຸ​ລາ​ນີ້, ທ່ານ ​ຫລີ​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ ​ສຸດຍອດ​ ຈີນ-ອາ​ຊຽນ ​ຄັ້ງ​ທີ 28 ທີ່​ຈັດ​ຂຶ້ນ​ຢູ່ ​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ ​ມາ​ເລ​ເຊຍ. ທ່ານ ​ຫລີສຽງ​ ກ່າວ​ວ່າ: ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ. ທ່ານ ​ຫລີສຽງ​ ໄດ້​ສະ​ເໜີ ​ຂໍ້​ສະ​ເໜີ 3 ຂໍ້​ກ່ຽວ​ກັບ​ເລື່ອງ​ນີ້​ຄື: ໜຶ່ງ, ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ ​ເຊື່ອ​ໃຈ​ກັນ ​ທາງ​ຍຸດ​ທະ​ສາດ​ເຂັ້ມ​ແຂງກວ່າ​ເກົ່າ, ເພີ່ມ​ທະ​ວີ​ ການ​ແລກ​ປ່ຽນ​ ທາງ​ຍຸດ​ທະ​ສາດ, ແກ້​ໄຂ​ຄວາມ​ເຫັນ​ຂັດ​ແຍ້ງ​ກັນ ​ຢ່າງ​ເໝາະ​ສົມ, ເລັ່ງ​ລັດ​ຊຸກ​ຍູ້​ ການ​ປຶກ​ສາ​ຫາ​ລື​ ກ່ຽວ​ກັບກົດ​ແຫ່ງ​ການ​ປະ​ພຶດ ​ຢູ່​ທະ​ເລ​ຈີນ​ໃຕ້”; ສອງ, ເຮັດ​ໃຫ້​ການ​ເຊື່ອມ​ໂຍງ ​​ດ້ານ​ຜົນ​ປະ​ໂຫຍດ ​ລົງ​ເລິກ ກວ່າ​ເກົ່າ, ຖື​​ເອົາການ​ປະ​ຕິ​ບັດ ​ເຂດ​ການ​ຄ້າ​ ເສ​ລີ​ຈີນ-ອາ​ຊຽນ ​ສະ​ບັບ 3.0 ເປັນ​ໂອ​ກາດ ທີ່​ດີ​ເພື່ອ​ຊຸກ​ຍູ້​ການ​ຄ້າ ແລະ ການ​ລົງ​ທຶນ​ຫັນ ​ເປັນ​ເສ​ລີ ແລະ ​ສະ​ດວກກວ່າ​ເກົ່າ, ລົງ​ເລິກການ​ຮ່ວມ​ມື ໃນ​ຂົງ​ເຂດ​ເສດ​ຖະ​ກິດ ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ ​ແລະ​ ອື່ນໆ; ສາມ, ເຮັດ​ໃຫ້​​ຄວາມ​ຜູກ​ພັນ ​ທາງ​ດ້ານຈິດ​ໃຈ ​ໝັ້ນ​ທ່ຽງ​ ກວ່າ​ເກົ່າ, ຈັດ​ກິດ​ຈະ​ກຳ​ຕ່າງໆ​ ທີ່​ກ່ຽວ​ຂ້ອງ ​ສຳ​ລັບ​ປີ​ແລກ​ປ່ຽນ​ ວັດ​ທະ​ນະ​ທຳ​ໃຫ້​ດີ, ສ້າງ​ກົນ​ໄກ​ ສຳ​ລັບ​ ກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ​ ທ່ອງ​ທ່ຽວ ແລະ ການ​ສຶກ​ສາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top