ຂປລ
ໃນໄລຍະຈັດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 47 ຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ, ສປ ຈີນ ແລະ ອາຊຽນ ໄດ້ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 28 ຕຸລານີ້, ໃນໄລຍະຈັດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 47 ຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ, ສປ ຈີນ ແລະ ອາຊຽນ ໄດ້ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ. ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ໄດ້ປົກຄຸມເຖິງ 9 ຂົງເຂດໃຫຍ່, ໄດ້ເພີ່ມ 5 ຂົງເຂດໃໝ່ຄື: ເສດຖະກິດ ດີຈີຕອນ, ເສດຖະກິດສີຂຽວ, ຕ່ອງໂສ້ການສະໜອງ ເຊື່ອມຈອດກັນ, ການແຂ່ງຂັນ ກັບ ການປົກປ້ອງ ຜູ້ບໍລິໂພກ, ຈຸນລະວິສາຫະກິດ ແລະ ວິສາຫະກິດ ຂະໜາດກາງ-ນ້ອຍ. ການລົງນາມດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນ ຄວາມປາດຖະໜາ ແລະ ການເຄື່ອນໄຫວ ຮ່ວມກັນຂອງສອງຝ່າຍ ທີ່ຕັ້ງໜ້າ ນຳພາການສ້າງຫລັກການສາກົນ ແລະ ຊຸກຍູ້ການຮ່ວມມື ໃນຂົງເຂດ ພັດທະນາໃໝ່.ຜູ້ຮັບຜິດຊອບ ທີ່ກ່ຽວຂ້ອງ ຂອງກະຊວງການຄ້າຈີນ ເປີດເຜີຍໃຫ້ຮູ້ວ່າ: ພາຍຫລັງ ລົງນາມ ອະນຸສັນຍາ ດັ່ງກ່າວແລ້ວ, ສອງຝ່າຍ ຈະປະຕິບັດ ລະບຽບການ ຮັບຮອງ ຂອງປະເທດຕົນ, ຊຸກຍູ້ໃຫ້ອະນຸສັນຍາມີ ຜົນບັງຄັບໃຊ້ໂດຍໄວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL