ທ່ານ ສີຈິ້ນຜິງ ພົບປະກັບ ເຈົ້າຊີວິດ ແຫ່ງຣາຊະອານາຈັກໄທ

16/11/2025 18:44
ຂປລ ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ ສົມ​ເດັດ ​ວະ​ຊິ​ຣາ​ລົງ​ກອນ ​ເຈົ້າ​ຊີ​ວິດ ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ໄທ ທີ່​ເດີນ​ທາງ​ຢ້ຽມ​ຢາມ​ ສປ ຈີນ ​ທາງ​ລັດ​ຖະ​ກິດ

    ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ຢູ່ຫໍ​ສະ​ພາປະ​ຊາ​ຊົນ ທີ່​ນະ​ຄອນຫລວງ ​ປັກ​ກິ່ງ, ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ ສົມ​ເດັດ ​ວະ​ຊິ​ຣາ​ລົງ​ກອນ ​ເຈົ້າ​ຊີ​ວິດ ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ໄທ ທີ່​ເດີນ​ທາງ​ຢ້ຽມ​ຢາມ​ ສປ ຈີນ ​ທາງ​ລັດ​ຖະ​ກິດ. ຈາກນັ້ນ ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ປີ​ນີ້​ແມ່ນ​​ຄົບ​ຮອບ 50 ປີ ແຫ່ງ​ການ​​ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ສປ ​ຈີນ-ໄທ, ​ຕະຫລອດ 50 ປີ​ມາ​ນີ້, ສອງ​ປະ​ເທດ​ຈີນ-ໄທ​ ໄດ້​ຄຽງ​ບ່າ​ ຄຽງ​ໄຫລ່​ກັນ, ຊ່ວຍ​ເຫລືອ ​ເຊິ່ງ​ກັນ ແລະ​ກັນ, ​ເປັນ​ພີ່​ນ້ອງ​ທີ່​ດີ, ເພື່ອນ​ມິດ​ທີ່​ດີ ແລະ ຄູ່​ຮ່ວມ​ທີ່​ດີ​ ຢ່າງ​ແທ້​ຈິງ. ສປ ຈີນ ຍິນ​ດີ​ຮ່ວມ​ກັບ​ໄທ ​ເພີ່​ມ​ທະ​ວີ​ ການ​​ເຊື່ອມ​ຕໍ່​ກັນ​ ​ດ້ານ​ຍຸດ​ທະ​ສາດ, ຊຸກ​ຍູ້​ການ​ຮ່ວມ​ມື​ ລະ​ຫວ່າງ ສປ ຈີນ-ໄທ ​ຢ່າງ​ໝັ້ນ​ທ່ຽງ, ເຮັດ​ໃຫ້​ປະ​ຊາ​ຊົນ​ ສອງ​ປະ​ເທດ ​ໄດ້​ຮັບ​ຜົນ​ປະ​ໂຫຍດຕົວ​ຈິງ ຫລາຍກວ່າ​ເກົ່າ​ ຈາກ​ການ​ຮ່ວມ​ມື ດັ່ງ​ກ່າວ. ຕ້ອງ​ຊຸກ​ຍູ້​ ການ​ເຊື່ອມ​ໂຍງ ​ຂອງວັດ​ທ​ນະ​ທຳ ​ສອງ​ປະ​ເທດ, ເພີ່ມ​ທະ​ວີ​ ການ​ແລກ​ປ່ຽນ ດ້ານ​ວັດ​ທ​ະ​ນ​າ​ທຳ, ເຮັດ​ໃຫ້​ປະ​ຊາ​ຊົນ ​ສອ​ງ​ປະ​ເທດ​ນັບ​ມື້​ ນັບ​ໃກ້​ຊິດ​​ກັນ ຂຶ້ນ​ຕື່ມ. ສປ ຈີນ ຍິນ​ດີ​ຕັ້ງ​ໜ້າ​ ສະ​ໜັບ​ສະ​ໜູນ ​ໂຄງ​ການ​ສາ​ທາ​ລະ​ນະ​ປະ​ໂຫຍດ​ ຂອງ​ພະ​ບໍ​ລົມ​ວົງ​ສາ​ນຸ​ວົງ​ໄທ, ເພີ່ມ​ທະ​ວີ ​ການ​ແລ​ກ​ປ່ຽນ​ບົດ​ຮຽນ ​ດ້ານ​ການຫລຸດ​ຜ່ອນ​ ຄວາມ​ທຸກ​ຍາກ ແລະ ສຸມກຳ​ລັງ​ແຮງ ​ເຂົ້າ​ໃນ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ ​ຂອງ​ປະ​ຊາ​ຊົນ​ໄທ.

ສົມ​ເດັດ ​ວະ​ຊິ​ຣາ​ລົງ​ກອນ ​ ກ່າວ​ວ່າ: ຫລັງ​ຈາກ ຫລາຍ​ປີ​ຜ່ານ​ໄປ ​ໄດ້ເດີນ​ທາງ ​ມາ​ຢ້ຽມ​ຢາມ​ ສປ ຈີນ​ ອີກ​ຄັ້ງ, ເຫັນ​ວ່າ​ ສປ ຈີນ ​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫລວງ, ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ຕໍ່​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ ສປ ຈີນ ​​ທີ່ໄດ້​ຮັບ​ຜົນ​ງານ​ອັນ​ໃຫຍ່ຫລວງ. ໄທ ແລະ ສປ ​ຈີນ ​ມີ​ຄວາມ​ໃກ້​ຊິດ ແລະ​ ໄມ​ຕີ​ຈິດ​ມິດ​ຕະ​ພາບ, ການ​ໄປ​ມາ ​ຫາ​ສູ່​ກັນ​ ລະ​ຫວ່າງ​ ປະ​ຊາ​ຊົນ​ ມີ​ຄວາມ​ແໜ້ນ​ແຟ້ນ, ການ​ຮ່ວມ​ມື ​ແບບ​ຕ່າງ​ຝ່າຍ ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ ມີ​ຄວາມກວ້າງ​ຂວາງ ແລະ ​​ເລິກ​ເຊິ່ງ. ໄທ ​ຍິນ​ດີ​ຕັ້ງ​ໜ້າ ​ຖອດ​ຖອນ​ບົດ​ຮຽນ ​ດ້ານ​ການ​ພັດ​ທະ​ນາ​ຂອງ​ ສປ ຈີນ, ເປີດກວ້າງ​ການ​ຮ່ວມ​ມື​ ໃນຫລາຍ​ຂົງ​ເຂດ​ກັບ ສປ ​ຈີນ, ເພີ່ມ​ທະ​ວີ​ ການ​ແລກ​ປ່ຽນ​ ດ້ານ​ວັດ​ທະ​ນ​ະ​ທຳ ແລະ ເຮັດ​ໃຫ້​ໄມ​ຕີ​ຈິດ​ ມິດ​ຕະ​ພາບ ທີ່​ເປັນ​ມູນ​ເຊື້ອ​ ຂອງ​ສອງ​ປະ​ເທດ ​ເຂົ້າ​ໃນ​ໃຈ​ ປະ​ຊາ​ຊົນ ​ຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top