ຂປລ
ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ, ປະເທດ ມາເລເຊຍ. ກ່າວຄຳເຫັນ ທີ່ກອງປະຊຸມ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດ ນາມ ຢືນຢັນວ່າ: ສສ ຫວຽດນາມ ສະໜັບສະໜູນ ອິນເດຍ ສືບຕໍ່ຜັນຂະຫຍາຍນະໂຍບາຍ “ການກະທຳມຸ່ງໄປສູ່ ທິດຕາເວັນອອກ”, ເພີ່ມທະວີ ການຮ່ວມມື ຢ່າງຮອບດ້ານ, ແທດຈິງກັບ ອາຊຽນ. ເພື່ອ ເຮັດໃຫ້ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຢ່າງຮອບດ້ານ ອາຊຽນ - ອິນເດຍ ໃຫ້ເລິກເຊິ່ງ ກວ່າເກົ່າ, ແລະ ໄດ້ສະເໜີ ການກຳນົດທິດໃຫຍ່ ຈຳນວນໜຶ່ງ, ຄື: ເພີ່ມທະວີ ການເຊື່ອມຕໍ່ ດ້ານເສດ ຖະກິດ, ສ້າງໂຄງປະກອບສະພາວິສາຫະກິດ ອາຊຽນ-ອິນເດຍ ຄືນໃໝ່; ຍູ້ແຮງການລົງທຶນ ເຂົ້າເຕັກໂນໂລຊີສູງ, logistics, AI ແລະ ເຄິ່ງຊັກນຳໄຟຟ້າ; ເປີດກວ້າງການພົວພັນແລກປ່ຽນປະຊາຊົນ, ຮ່ວມມື ດ້ານ ການສຶກສາ, ສາທາລະນະສຸກ, ວັດທະນະທຳ, ທ່ອງທ່ຽວ; ສືບຕໍ່ສະໜັບສະໜູນຫລັກໝັ້ນຂອງ ອາຊຽນ ກ່ຽວກັບທະເລ ຈີນໃຕ້, ຮັບປະກັນ ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີ ໃນການເດີນ ທະເລ ແລະ ແກ້ໄຂການຂັດແຍ້ງກັນ ໃຫ້ສອດຄ່ອງກັບ ກົດໝາຍສາກົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL