ຂປລ
ກະຊວງປ້ອງກັນ ຄວາມສະຫງົບຈີນ ແຈ້ງໃຫ້ຮູ້ວ່າ ກອງປະຊຸມ ຂັ້ນລັດຖະມົນຕີ ກ່ຽວກັບ ສປ ຈີນ, ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ຮ່ວມກັນໂຈມຕີ ອາຊະຍາກຳ ຫລອກລວງ ຜ່ານທາງໂທລະຄົມ ຂ້າມຊາດ ໄດ້ຈັດຂຶ້ນ ຢູ່ນະຄອນຄຸ່ນມີງ ແຂວງຢຸນນານຈີນ ເມື່ອບໍ່ດົນມານີ້

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກະຊວງປ້ອງກັນ ຄວາມສະຫງົບຈີນ ແຈ້ງໃຫ້ຮູ້ວ່າ ກອງປະຊຸມ ຂັ້ນລັດຖະມົນຕີ ກ່ຽວກັບ ສປ ຈີນ, ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ຮ່ວມກັນ ໂຈມຕີ ອາຊະຍາກຳ ຫລອກລວງ ຜ່ານທາງໂທລະຄົມ ຂ້າມຊາດ ໄດ້ຈັດຂຶ້ນ ຢູ່ນະຄອນຄຸ່ນມີງ ແຂວງຢຸນນານຈີນ ເມື່ອບໍ່ດົນມານີ້ ໂດຍມີພາກສ່ວນ ປະຕິບັດກົດໝາຍຂອງ 6 ປະເທດ ດ່ັງກ່າວ ໄດ້ແລກປ່ຽນ ຄວາມຄິດ ຄວາມເຫັນຢ່າງເລິກເຊິ່ງ ກ່ຽວກັບການຮ່ວມມື ຕ້ານອາຊະຍາກຳ ຫລອກລວງ ຜ່ານທາງໂທລະຄົມຂ້າມຊາດ ແລະ ໄດ້ບັນລຸຄວາມຮັບຮູ້ ທີ່ເປັນເອກະພາບກັນຫລາຍຢ່າງ. ກະຊວງ ປ້ອງກັນ ຄວາມສະຫງົບຈີນ ແຈ້ງໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ ເປັນຜົນງານລັກສະນະຂັ້ນຕອນ ອັນສຳຄັນ ຂອງການຮ່ວມມື ປະຕິບັດກົດໝາຍ ລະຫວ່າງ 6 ປະເທດ ເພື່ອຮ່ວມກັນ ຕ້ານອາ ຊະຍາກຳ ຫລອກລວງຜ່ານທາງໂທລະຄົມຂ້າມຊາດ, ພາກສ່ວນປະຕິບັດ ກົດໝາຍຂອງ 6 ປະເທດ ໄດ້ລົງນາມເອກະສານ ທີ່ເປັນຜົນງານຮ່ວມ.ຝ່າຍຕ່າງໆ ກໍ່ໄດ້ສະແດງ ຄວາມປາຖະໜາ ອັນແຮງກ້າ ທີ່ຮ່ວມກັນໂຈມຕີ ອາຊະຍາກຳຫລອກລວງ ຜ່ານທາງໂທລະຄົມ ຂ້າມຊາດ ແລະ ກ່າວວ່າ ຈະພ້ອມກັນ ຈັດການເຄື່ອນໄຫວໂຈມຕີ ທີ່ມີຫລາຍປະເທດ ເຂົ້າຮ່ວມ ເພື່ອປົກປັກຮັກສາ ຄວາມສະຫງົບ ໃນພາກພື້ນ ຮ່ວມກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL