ວັດປ່າພະບາດພູເຂົາຄວາຍ ແຫລ່ງທ່ອງທ່ຽວອະຣິຍະທໍາທາງຈິດໃຈ

09/12/2015 13:43
Email Print 2796
ຂປລ ວັດປ່າພະບາດພູເຂົາຄວາຍເປັນ ແຫລ່ງທ່ອງທ່ຽວທາງຈິດໃຈອີກ ແຫ່ງໜຶ່ງທີ່ລໍ້າຄ່າເປັນຕົ້ນແມ່ນ ຮອຍພະບາດທີ່ຕັ້ງຢູ່ໃນເຂດ “ທ່າ ຊ້າງ ວັງຫລວງດານໂພ, ດານໄຮ, ດອຍ ພະພັກ, ຖໍ້າພະບູຮານ, ຫີນຊ້າງສີ, ວັງຄ້ອງ ແລະວັງກ້ອງ”, ຕາມ ການບອກເລົ່າ​ຂອງບັນພະບຸລຸດ ສືບທອດກັນມາຫລາຍເຊັ່ນຄົນວ່າ

           

*** ວັດປ່າພະບາດພູເຂົາຄວາຍ ເປັນແຫລ່ງທ່ອງທ່ຽວທາງຈິດໃຈອີກແຫ່ງໜຶ່ງທີ່ລໍ້າຄ່າເປັນຕົ້ນແມ່ນຮອຍພະບາດ ທີ່ຕັ້ງຢູ່ໃນເຂດ “ທ່າຊ້າງ ວັງຫລວງດານໂພ, ດານໄຮ, ດອຍພະພັກ, ຖໍ້າພະບູຮານ, ຫີນຊ້າງສີ, ວັງຄ້ອງ ແລະ ວັງກ້ອງ”, ຕາມການ ບອກເລົ່າ​ຂອງ ບັນພະບຸລຸດສືບທອດກັນມາ ຫລາຍເຊັ່ນຄົນວ່າ  ສະຖານທີ່ດັ່ງກ່າວລຶກລັບຊັບຊ້ອນເປັນທີ່ເຄົາລົບ ແລະ ຢໍາເກງຂອງຜູ້ຄົນຕະຫລອດມາ. ບາງເທື່ອ ສິນດັບ ສິນເພັງ ໄດ້ຍິນສຽງຄ້ອງ ສຽງກອງດັງຂຶ້ນ, ມີແຜ່ນສີລາດານຫີນກວ້າງໃຫຍ່ ເປັນຣາຊະສີ, ມີຕົ້ນໄມ້ໃຫຍ່ນ້ອຍເກີດຕາມດານຫີນ, ບາງບ່ອນເປັນດົງໜາປ່າຕຶບ, ພູສູງຊັນເຫວເລິກ ມີໂງ່ນຫີນນ້ອຍໃຫຍ່, ຖໍ້າຮູຄູຫາມີພະພຸດທະຮູບບູຮານ ປະດິດສະຖານ​ໄວ້, ຫ້ວຍນໍ້າລໍາທານມາຈາກອ່າງ ຢູ່ເນີນພູເຂົາຄວາຍໄຫລຜ່ານ ອ້ອມສະຖານ ທີ່ດັ່ງກ່າວ, ສອງສ່ວນສີ່ ມີນາມວ່າ: “ລໍານໍ້າທົນ”, ບໍລິເວນດັ່ງກ່າວ ເປັນເຂດແດນກວ້າງຂວາງ, ມີເງື່ອນໄຂສະດວກຂອງ ພະສົງອົງສະແຫວງຫາ ຄວາມສຸກທາງດ້ານຈິດໃຈ ແລະ ຍັງເປັນສະຖານທີ່ທ່ອງທ່ຽວທາງຈິດຂອງຄົນທົ່ວໄປອີກດ້ວຍ.   

ວັດປ່າພະບາດພູເຂົາຄວາຍຕັ້ງຢູ່ບ້ານນາຍາງ, ເມືອງທຸລະຄົມ, ແຂວງວຽງຈັນໄປຕາມທາງເລກ 10 ປະມານ 25 ກິໂລແມັດ,​ ລ້ຽວຂວາ ເຂົ້າໄປຜ່ານບ້ານນານົກຂຸ້ມ ແລະ ບ້ານນາຍາງ ຕື່ມປະມານ 3 ກິໂລແມັດເຫັນປະຕູ​ໂຂງໃຫຍ່ ຕັ້ງເຈິ້ນເຖິ້ນ ຢູ່ເບື້ອງຊ້າຍມືເຂົ້າໄປອີກບໍ່ໄກ ກໍເຖິງວັດປ່າພະບາດພູເຂົາຄວາຍແດນແຫ່ງອະຣິຍະທໍາທາງຈິດໃຈແຫ່ງໃໝ່ວ່າຊັ້ນ​ໄດ້. ວັດດັ່ງກ່າວ, ເຖິງວ່າຫາ ກໍຄົ້ນພົບຮອຍພະບາດ ປີ 1991 ຈາກນັ້ນຕໍ່ມາໃນປີ 1997 ໄດ້ຮັບ ການສ້າງຕັ້ງຂຶ້ນ ແລະ ພັດທະນາຕະຫລອດມາ ຮອດປັດຈຸບັນນີ້.

ຜູ້ຂຽນມີໂອກາດເລາະທ່ຽວຊົມຕົວຈິງເລີຍເກັບພາບງາມໆເຫລົ່ານັ້ນມາເລົ່າຄືນ, ເມື່ອຜ່ານປະຕູ​ໂຂງວັດລ້ຽວຊ້າຍເຂົ້າໄປທາງໃນ ຈະເຫັນອົງພະທາດ ກວມຮອຍພະບາດ, ພະທາດໜ່ວຍນີ້ ເປັນ ຮູບຈຳລອງບ່ອນພະພຸດທະອົງ ຊົງຕັດສະຣູ້, ຕໍ່ດ້ວຍທາດນ້ອຍສີ່ໜ່ວຍຢູ່ແຈ ສູງ 7 ແມັດ ທີ່​ມີຮູບຊົງລວດລາຍ ແບບປານີດ ວິຈິດບັນຈົງ ແລະ ງົດງາມ, ມີສາລາໂຮງທຳຕັ້ງຢູ່ເທິງແຜ່ນຫີນດານໃຫຍ່, ມີສະຖານທີ່ຈຳລອງທີ່ພະພຸດທະອົງ ຊົງປະຣິນິບພານ, ມີພະພຸດທະຮູບໃຫຍ່ປາງໃສຍາດ, ມີສະຖານ ທີ່ຈຳລອງທີ່ພະພຸດທະອົງ ຊົງປະຖົມມະເທດສະໜາໂຜດປັນຈະວັກຄີທັງ 5 ຢູ່ເທິງດອຍພະພັກ, ພະພຸດທະຮູບຂະໜາດໜ້າຕັກ 9 ແມັດ, ປາງປະຖົມມະເທສະໜາ, ມີສວນລຸມພິນີ ຈຳລອງວັນທີ່ພະພຸດທະອົງຊົງປະສູດ. ສະຖານທີ່ສັກສິດ ທັງສີ່ນີ້ມີຈິງ ຢູ່ປະເທດເນປານ ແລະ ອິນເດຍ, ຖືວ່າຢູ່ລາວເປັນແຫ່ງທຳອິດ ແລະ ແຫ່ງທີສອງຂອງໂລກກໍວ່າໄດ້. ນອກຈາກຄວາມໜ້າ ອັດສະຈັນຂອງສະຖານທີ່ຈຳລອງ ແລະ ພະພຸດທະຮູບແຕ່ລະອົງແລ້ວ, ວັດດັ່ງກ່າວ ຍັງອ້ອມຮອບດ້ວຍທຳມະຊາດ, ປ່າຕຶບດົງໜາ, ແມ່ນໍ້າລຳທານ, ຖໍ້າ, ສັດປ່ານາໆພັນ ແລະ ເປັນເຂດຮັກສາຕົ້ນໄມ້ເຄືອເຂົາທີ່ເປັນຢາອີກດ້ວຍ.

ສະຖານທີ່ສັກສິດດັ່ງກ່າວ ເປັນບ່ອນພຸດທະສາສະໜາ ເປັນພຸດທະບູຊາ ທຳມະບູຊາ ສັງຄະບູຊາ ແລະມໍລະດົກອັນລໍ້າຄ່າ ເພື່ອໃຫ້ຊາວພຸດ ແລະ ລູກຫລານໄດ້ສັກກະຣະບູຊາ ສືບຕໍ່ໄປແລະເປັນແຫລ່ງທ່ອງທ່ຽວ ອະຣິຍະທຳ ທາງຈິດໃຈນຳອີກ...ພິເສດ ຜູ້ຂຽນເຄີຍໄດ້ຍິນວ່າ ຜູ້ຄົນທີ່ໄປກາບໄຫວ້ ບູຊາໃນສະຖານທີ່ດັ່ງກ່າວ ກັບຄືນມາເຮືອນແລ້ວຝັນດີ ແລະ ມີໂຊກໄຊ ວ່າຊັ້ນ !  

 ບົດ-ພາບ: ຄັດທະນາມ ສັງສິນໄຊ 


KPL

ຂ່າວອື່ນໆ

    • ແນວລາວຮັກຊາດ ກັບພາລະກິດເຕົ້າໂຮມກ້ອນກຳລັງຮັກຊາດບົດ-ສາລະຄະດີ

      ແນວລາວຮັກຊາດ ກັບພາລະກິດເຕົ້າໂຮມກ້ອນກຳລັງຮັກຊາດ

      8/18/2026 2:16:45 PM

      ຂປລ. ດັ່ງທີ່ຮູ້ນຳກັນແລ້ວວ່າ, ແນວລາວອິດສະຫລະ ໄດ້ມີບົດບາດສຳຄັນໃນການເຕົ້າໂຮມກ້ອນກໍາລັງສໍາພັນ ທະພາບ ລະຫວ່າງຊົນຊັ້ນກໍາມະກອນ-ຊາວກະສິກອນ ແລະ ບັນດາກໍາລັງການເມືອງ, ການຈັດຕັ້ງສັງຄົມຕ່າງໆ, ໄດ້ອອກແຮງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວຜູ້ຮັກຊາດ ແລະ ສໍາພັນພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ສໍາພັນ 3 ຊາດອິນດູຈີນ, ເຮັດສໍາເລັດພາລະກໍາປະຫວັດສາດອັນສະຫງ່າອົງອາດ

    • ຫວນຄືນມູນເຊື້ອການດຳເນີີດຂອງແນວລາວສ້າງຊາດບົດ-ສາລະຄະດີ

      ຫວນຄືນມູນເຊື້ອການດຳເນີີດຂອງແນວລາວສ້າງຊາດ

      8/18/2026 1:44:26 PM

      ຂປລ. ໃນຕົ້ນສະຕະວັດທີ XIX ປະເທດລາວ ໄດ້ຖືກສັກດີນາ ແລະ ພວກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ, ຢຶດຄອງເອົາເປັນຫົວເມືອງຂຶ້ນ. ຄົນລາວບັນດາເຜົ່າທີ່ຮັກຫອມສັນຕິພາບບໍ່ຍອມເປັນຂ້ອຍຂ້າມ້າຕ່າງໃຫ້ແກ່ພວກລ່າເມືອງຂຶ້ນ, ໄດ້ລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດຕ່າງດ້າວຢ່າງເນື່ອງນິດລຽນຕິດ

    • ວັດທະນະທຳ ຮາກຖານສຳຄັນຂອງຊາດບົດ-ສາລະຄະດີ

      ວັດທະນະທຳ ຮາກຖານສຳຄັນຂອງຊາດ

      8/18/2026 1:41:53 PM

      ຂປລ. ວັດທະນະທຳ ແມ່ນມໍລະດົກອັນລ້ຳຄ່າຂອງຊາດ ເປັນຜົນງານທີ່ມະນຸດໄດ້ສ້າງສັນ, ສະສົມ ແລະ ສືບທອດມາຈາກຮຸ່ນໜຶ່ງໄປສູ່ອີກຮຸ່ນໜຶ່ງ ຕາມຂະບວນວິວັດທາງປະຫວັດສາດ. ວັດທະນະທຳບໍ່ໄດ້ໝາຍເຖິງພຽງແຕ່ສິລະປະ ຫລື ປະເພນີເທົ່ານັ້ນ ແຕ່ຍັງລວມເຖິງວິຖີຊີວິດ, ພາສາ, ຄວາມຄິດ, ຄວາມເຊື່ອ, ຄຸນນະທຳ, ຈັນຍາບັນ ແລະ ພູມປັນຍາຂອງປະຊາຊົນ.

    • ມໍລະດົກພູມປັນຍາ ສູ່ການສ້າງເສດຖະກິດຮາກຖານທີ່ຍົງຍືນບົດ-ສາລະຄະດີ

      ມໍລະດົກພູມປັນຍາ ສູ່ການສ້າງເສດຖະກິດຮາກຖານທີ່ຍົງຍືນ

      8/18/2026 1:38:38 PM

      ຂປລ. ທຸກໆຫັດຖະກຳ ບໍ່ໄດ້ເປັນພຽງແຕ່ສິ່ງຂອງເຄື່ອງໃຊ້ເທົ່ານັ້ນ ແຕ່ແມ່ນຈິດວິນຍານຂອງຊຸມຊົນ. ທຸກໆ ລວດລາຍຂອງຜະລິດຕະພັນ ບໍ່ໄດ້ເປັນພຽງແຕ່ຄວາມສວຍງາມ ແຕ່ແມ່ນເລື່ອງເລົ່າປະຫວັດສາດ ແລະ ວັດທະນະທຳທີ່ຕົກທອດກັນມາ ແລະ ທຸກໆຜະລິດຕະພັນທີ່ຈະກ້າວສູ່ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໂອດັອບ (OTOP) ບໍ່ໄດ້ເປັນພຽງແຕ່ສິນຄ້າ.

    • ກະຊວງ ຍທຂ ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ ຊຸດທີ IIIບົດ-ສາລະຄະດີ

      ກະຊວງ ຍທຂ ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ ຊຸດທີ III

      8/18/2026 10:59:40 AM

      ທ້າຍອາທິດຜ່ານມາ, ສະຖາບັນໂຍທາທິການ ແລະ ຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ ຊຸດທີ III.

ads
ads

Top