ບັນຫາພົ້ນເດັ່ນ ແລະ ຄວນເອົາໃຈໃສ່ແກ້ໄຂ ຢູ່ແຂວງຫົວພັນ

13/12/2024 10:05
Email Print 672
ຂປລ ທ່ານ ຄອນປະພັນ ເລືອງສີຈັນທອງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9.

    *ທ່ານ ຄອນປະພັນ ເລືອງສີຈັນທອງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9  ວ່າ: ສິ່ງທີ່ພົ້ນເດັ່ນພາຍໃນ ແຂວງ ແລະ ສິ່ງທີ່ຄວນເອົາໃຈໃສ່ແກ້ໄຂນັ້ນ, ຄະນະພັກ ແລະ ອົງການປົກຄອງແຂວງ, ເມືອງແຕ່ລະຂັ້ນ ໄດ້ສຸມໃສ່ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ດ້ວຍການຊຸກຍູ້ການຜະລິດກະສິກໍາ ໂດຍສະເພາະການປູກ-ການລ້ຽງ ເພື່ອສົ່ງອອກເປັນສິນຄ້າ, ການອໍານວຍຄວາມສະດວກໃຫ້ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າມາດໍາເນີນທຸລະກິດຢູ່ພາຍໃນແຂວງ ມີຫລາຍກິດຈະກໍາຄື: ໂຄງການຂຸດຄົ້ນແຮ່ທາດ, ໂຮງງານຕັດຫຍິບ ແລະ ອື່ນໆ.

    ທ່ານ ຄອນປະພັນ ເລືອງສີຈັນທອງ ກ່າວຕື່ມວ່າ: ຄຽງຄູ່ກັບການພັດທະນາດັ່ງກ່າວນັ້ນ ຍັງມີບັນຫາຕ່າງໆທີ່ສົ່ງຜົນກະທົບຕໍ່ການຜະລິດກະສິກໍາ ແລະ ການດໍາລົງຊີວິດຂອງປະຊາຊົນເຊັ່ນ: ໄພພິບັດຈາກທໍາມະຊາດ ດິນເຈື່ອນ,  ນໍ້າຖ້ວມຊຸເຮືອນຊານຂອງພະ ນັກງານ ແລະ ປະຊາຊົນ, ນໍ້າຖ້ວມນາຫລວງ ຫລາຍ, ເຮັດໃຫ້ການເກັບກ່ຽວບໍ່ໄດ້ຮັບໝາກຮັບຜົນ, ໂຄງການຂຸດຄົ້ນແຮ່ຕ່າງໆ ສົ່ງຜົນກະທົບຕໍ່ການປູກ- ການລ້ຽງ ແລະ ການດໍາລົງຊີວິດຂອງປະຊາຊົນ ເຮັດໃຫ້ການຈັດຕ້ັງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ ບາງດ້ານບໍ່ໄດ້ຕາມແຜນການທີ່ວາງໄວ້.

    ແນວໃດກໍ່ຕາມເພື່ອຮັບປະກັນໃຫ້ແກ່ການປະບັດແຜນການບັນລຸ ຄວນເອົາໃຈໃສ່ເພີ່ມທະວີການນໍາພາ-ຊ້ີນໍາໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ຊັ້ນຄົນໃຫ້ທົ່ວເຖິງ; ຊຸກຍູ້, ສົ່ງເສີມຕາມ 5 ທ່າແຮງຂອງແຂວງຢ່າງມີແຜນການ, ຈຸດສຸມໃນແຕ່ລະວຽກງານ; ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ເອົາໃຈໃສ່ດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ນັບຫລາຍຂຶ້ນ, ປັບປຸງຂອດບໍລິການຜ່ານປະຕູດຽວ ໃຫ້ມີຄວາມວ່ອງໄວສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນດ້ວຍຄວາມຈິງໃຈໂປ່ງໃສ ສາມາດກວດສອບໄດ້ ແລະ ອື່ນໆ.

   ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top