ອັດຕະປືກຽມ 8 ກິດຈະກໍາສະຫລອງປີທ່ອງທ່ຽວລາວປີ 2024

13/12/2024 09:55
Email Print 2736
ຂປລ ໃນວັນທີ 6 ທັນວາ 2024 ແຂວງອັດຕະປື ໄດ້ຈັດງານຖະແຫລງຂ່າວການຈັດງານລະນຶກບຸນຄຸນພຣະເຈົ້າ ໄຊຍະເຊດຖາທິຣາດ ແລະ ສະ ຫລອງປີທ່ອງທ່ຽວລາວ 2024 ທີ່ແຂວງອັດຕະປື.

     *ໃນວັນທີ 6 ທັນວາ 2024 ແຂວງອັດຕະປື ໄດ້ຈັດງານຖະແຫລງຂ່າວການຈັດງານລະນຶກບຸນຄຸນພຣະເຈົ້າ ໄຊຍະເຊດຖາທິຣາດ ແລະ ສະຫລອງປີທ່ອງທ່ຽວລາວ 2024 ທີ່ແຂວງອັດຕະປື ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນເສີດ ເສດ​ທິລາດ , ຮອງເຈົ້າແຂວງ ອັດຕະປື ພ້ອມດ້ວຍພະແນກ ແລະ ຫນ່ວຍງານກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ບຸນເສີດ ເສດ​ທິລາດ , ຮອງເຈົ້າແຂວງ ອັດຕະປື ໃຫ້ຄໍາເຫັນວ່າການຈັດງານຄັ້ງນີ້ແມ່ນຄວາມໝາຍ ແລະ ສຳຄັນຢ່າງຍິ່ງໃນການສົ່ງເສີມກິດຈະກຳການທ່ອງທ່ຽວຂອງ ສປປ ລາວ ໂດຍສະເພາະກໍຄືແຂວງອັດຕະປື ຂອງພວກເຮົາ. ດັ່ງທີ່ຮູ້ນຳກັນແລ້ວວ່າ ການທ່ອງທ່ຽວແມ່ນອຸດສາຫະທີ່ສ້າງລາຍໄດ້, ສ້າງອາຊີບ ແລະ ປົກປັກຮັກສາທໍາທະຊາດຢ່າງຍືນຍົງ ເຊິ່ງມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ຕໍ່ເນື່ອງ ແລະ ໄດ້ກາຍເປັນຂະແໜງການຕົ້ນຕໍ ທີ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະ ກິດໃຫ້ມີຄວາມເຂັ້ມແຂງຂອງຫຼາຍໆທັງພາຍໃນປະເທດ ແລະ ໃນໂລກ. ລັດຖະບານແຫ່ງ ສປປ ລາວ ໄດ້ຖືເອົາວຽກງານທ່ອງທ່ຽວເປັນເສດຖະກິດປາຍແຫຼມຂະແໜງການໜຶ່ງ ທີ່ກະຕຸ້ນບັນດາຂະແໜງການທີ່ເປັນຕ່ອງໂສ້ໃຫ້ມີການພັດທະນາໄປພ້ອມໆກັນ ດ້ວຍການສ້າງອາຊີບ ແລະ ລາຍຮັບທີ່ກວ້າງຂວາງ ຊຶ່ງນຳເອົາເງິນຕາຕ່າງປະເທດມາສູ່ປະເທດຊາດລາວເຮົາເປັນຈຳນວນຫຼາຍພໍສົມຄວນ, ຊ່ວຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ມີຄວາມເຂັ້ມແຂງ, ຊ່ວຍຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຕາມນະໂຍບາຍຂອງພັກ ແລະ  ລັດຖະບານທີ່ໄດ້ວາງອອກເທື່ອລະກ້າວ.

    ໃນໄລຍະຜ່ານມາ ສປປ ລາວ ກໍ່ຄືແຂວງອັດຕະປື ໄດ້ເຄີຍຈັດງານເປີດປີທ່ອງທ່ຽວລາວມາແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ປີ 1999-2000, ຄັ້ງທີ 2 ປີ 2012, ຄັ້ງທີ 3 ປີ 2018 ແລະ ປີ 2024 ເປັນຄັ້ງທີ 4 ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ເເລະ ໄດ້ກໍານົດເອົາຮູບຊ້າງຖືແຄນ ເປັນສັນຍາລັກນຳໂຊກ ໃຫ້ເເກ່ການທ່ອງທ່ຽວລາວ 2024 ຊຶ່ງປະກອບມີ 79 ກິດຈະກໍາ, ໃນນີ້ແມ່ນ 14 ກິດຈະກໍາ ລະດັບຊາດ ແລະ 65 ກິດຈະກໍາ ລະດັບທ້ອງຖິ່ນ.

    ການຈັດງານບຸນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງອັດຕະປື ໃນຄັ້ງນີ້, ພະແນກຖະເເຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວແຂວງ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ແລະ ຫ້ອງການ ຖວທ 5 ຕົວເມືອງໃນທົ່ວແຂວງ ໄດ້ເປັນເອກະພາບກັນກຳນົດເອົາບັນດາກິດຈະກຳທ່ອງທ່ຽວ ປະກອບມີ 7 ກິດຈະກຳ, ໃນນີ້ມີ 2 ກິດຈະກໍາເປັນກິດຈະກຳລະດັບແຂວງ ເເລະ 5 ກິດຈະກຳເປັນກິດຈະກຳລະດັບເມືອງ ໂດຍໄດ້ສົມທົບກັບບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ໂຮງເເຮມ, ເເຫຼ່ງທ່ອງທ່ຽວ, ຮ້ານອາຫານ, ບໍລິສັດຂົນສົ່ງໂດຍສານ ເເລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງປັບປຸງຍົກລະດັບຄຸນນະພາບການບໍລິການ ເພື່ອກຽມຄວາມພ້ອມໃນດ້ານຕ່າງໆ ໂດຍສະເພາະການບໍລິການຕ້ອນຮັບນັກທ່ອງທ່ຽວທີ່ເຂົ້າຢ້ຽມຢາມ ແລະ ທ່ອງທ່ຽວແຂວງອັດຕະປື ຂອງພວກເຮົາ.

     ສໍາລັບການຈັດຈັດງານລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ ແລະ ສະຫລອງປີທ່ອງທ່ຽວລາວ 2024 ຈະດໍາເນີນໄປລະຫວາງວັນທີ 14 – 18 ທັນວາ 2024, ຄາດຄະເນວ່າຫມົດປີ 2024 ນີ້ຈະມີ ນັກທ່ອງທ່ຽວຈະເດີນທາງເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວຢູ່ແຂວງອັດຕະປືປະມານ 160.000 ຄົນ ແລະ ຄາດຄະເນຮັບຈາກການທ່ອງທ່ຽວຫຼາຍກ່ວາ 70 ກວ່າຕື້ກີບ.

    ສໍາລັບງານດັ່ງກ່າວນັ້ນ ຈະປະກອບມີ 8 ກິດຈະກໍາຫຼັກຄື: ກິດຈະກຳຂະບວນຂີ່ລົດຖີບ ເພື່ອສຸຂະພາບຂອງສະຫະພັນລົດຖີບ, ກິດຈະກຳປະກວດນາງສາວທ່ອງທ່ຽວ, ເທດສະການຮ່ອນຄຳ, ກິດຈະກຳແຫ່ຜ້າສາດເຜີ້ງ,  ກິດຈະກຳສະແດງສີລະປະຄົບງັນພາຍໃນ ແລະ ຕ່າງປະເທດ, ກິດຈະກຳຕັກບາດ, ກິດຈະກຳຊ່ວງເຮືອຕາມຕຳນານ ແລະ ອື່ນໆ.

KPL

ຂ່າວອື່ນໆ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

    • ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028ທ່ອງທ່ຽວ

      ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028

      3/1/2026 8:01:34 AM

      ຂປລ. ຖືເປັນອີກໜຶ່ງຂ່າວດີ ທີ່ສ້າງຄວາມປະທັບໃຈໃຫ້ປະຊາຊົນແຂວງຈໍາປາສັກ ລວມເຖິງປະຊາຊົນທົ່ວປະເທດ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຈໍານວນ 21 ລາງວັນ ຈາກງານມະຫະກຳທ່ອງທ່ຽວອາຊຽນ ທີ່ຈັດຂຶ້ນໃນ ຢູ່ປະເທດພິລິປິນ.

    • ນະຄອນ ໄກສອນ ພົມວິຫານ ໄດ້ຮັບລາງວັນ ເມືອງທ່ອງທ່ຽວສະອາດອາຊຽນ ປີ 2026- 2028ທ່ອງທ່ຽວ

      ນະຄອນ ໄກສອນ ພົມວິຫານ ໄດ້ຮັບລາງວັນ ເມືອງທ່ອງທ່ຽວສະອາດອາຊຽນ ປີ 2026- 2028

      2/25/2026 2:15:59 PM

      ຂປລ. ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເປັນອີກເມືອງໜຶ່ງທີ່ໄດ້ຮັບລາງວັນເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນ ເນື່ອງຈາກວ່າ ໄດ້ຮັບມາດຕະຖານ ດ້ານການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການປູກຈິດສໍານຶກດ້ານການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນຕົວເມືອງ

    • ປີນີ້ ຄາດວ່າຈະມີນັກທ່ອງທ່ຽວ ຈີນເຂົ້າມາທ່ຽວລາວເພີ່ມຂຶ້ນ  2 ລ້ານຄົນທ່ອງທ່ຽວ

      ປີນີ້ ຄາດວ່າຈະມີນັກທ່ອງທ່ຽວ ຈີນເຂົ້າມາທ່ຽວລາວເພີ່ມຂຶ້ນ 2 ລ້ານຄົນ

      2/23/2026 10:59:07 AM

      ຂປລ. ປີ 2026 ນີ້ ຄາດວ່າຈະ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ 5-6 ລ້ານເທື່ອຄົນ ໃນນັ້ນ ນັກທ່ອງທ່ຽວ ຈີນຈະກວມເອົາອັດຕາສ່ວນເພີ່ມຂຶ້ນ ເຖິງ 2 ລ້ານເທື່ອຄົນ ນີ້ເປັນຜົນສືບ ເນື່ອງມາຈາກແຮງຍູ້ໜູນຂອງສອງ ປະເທດພວມກະກຽມສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຈີນ ຄົບຮອບ 65 ປີ, ບວກ ກັບຄວາມສົນໃຈຂອງນັກທ່ອງທ່ຽວ ຈາກພາກພື້ນສາກົນຫັນມາໃຊ້ເສັ້ນ ທາງລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງ ຫລວງຫລາຍ

ads
ads

Top