ກິນວິຕາມິນແນວໃດໃຫ້ປອດໄພ?

05/12/2024 10:24
Email Print 1106
ຂປລ ວິຕາມິນ (Vitamins) ຄືສານອາຫານຊະນິດໜຶ່ງທີ່ຮ່າງກາຍຂອງມະນຸດຄວນໄດ້ຮັບ ເຊິ່ງບໍ່ສາມາດສ້າງຂຶ້ນໄດ້ດ້ວຍໂຕເອງ ຫາກຮັບປະທານອາຫານຄົບ 5 ໝູ່ ຄົບທັງສາມຄາບ ຮ່າງກາຍກໍ່ຈະບໍ່ມີພາວະຂາດວິຕາມິນ ແລະ ບໍ່ຈຳເປັນຕ້ອງຮັບປະທານວິຕາມິນເສີມ.

    *ວິຕາມິນ (Vitamins) ຄືສານອາຫານຊະນິດໜຶ່ງທີ່ຮ່າງກາຍຂອງມະນຸດຄວນໄດ້ຮັບ ເຊິ່ງບໍ່ສາມາດສ້າງຂຶ້ນໄດ້ດ້ວຍໂຕເອງ ຫາກຮັບປະທານອາຫານຄົບ 5 ໝູ່ ຄົບທັງສາມຄາບ ຮ່າງກາຍກໍ່ຈະບໍ່ມີພາວະຂາດວິຕາມິນ ແລະ ບໍ່ຈຳເປັນຕ້ອງຮັບປະທານວິຕາມິນເສີມ ແຕ່ສຳລັບບາງຄົນທີ່ມີພາວະຂອງພະຍາດບາງຢ່າງອາດເຮັດໃຫ້ຂາດວິຕາມິນໄດ້ ຈຶ່ງຈຳເປັນຕ້ອງຮັບປະທານວິຕາມິນເສີມ ແຕ່ກໍ່ຄວນກິນພໍດີບ່ໍຫລາຍຈົນເກີນໄປເພາະອາດຈະເກີດຜົນຂ້າງຄຽງຕໍ່ຮ່າງກາຍໄດ້.

    ສໍາລັບວິຕາມິນສາມາດແບ່ງໄດ້ ເປັນ 2 ກຸ່ມໃຫຍ່ ຄື: ວິຕາມິນທີ່ລະລາຍໃນນ້ຳໄດ້ແກ່ວິຕາມິນ B ແລະ C ສາມາດຢູ່ໄດ້ໃນຮ່າງກາຍເປັນໄລຍະເວລາສັ້ນໆ ສ່ວນທີ່ເຫລືອຈາກການໃຊ້ງານຈະຖືກຂັບອອກທາງໄຂ່ຫລັງມາກັບນ້ຳຍ່ຽວ. ວິຕາ ມິນທີ່ລະລາຍໃນໄຂມັນໄດ້ແກ່ A, D, E, K ຕ້ອງອາໄສໄຂມັນໃນການປ່ຽນຮູບ ເພື່ອໃຫ້ຜະໜັງລຳໄສສາມາດດູດຊຶມເຂົ້າຮ່າງກາຍ ເພື່ອນຳໄປໃຊ້ໃຫ້ເກີດປະໂຫຍດບໍ່ສາມາດຂັບອອກທາງນ້ຳຍ່ຽວ ໄດ້ຫາກໄດ້ຮັບຫລາຍເກີນໄປຈະເກັບສະສົມໄວ້ໃນຮ່າງກາຍ ແລະ ອາດເປັນອັນຕະລາຍໄດ້.

    ສໍາລັບການຮັບປະທານອາຫານເສີມ ປະເພດວິຕາມິນ ຄວນກິນໃນປະລິມານທີ່ພໍ່ດີ  ແລະ ຄວນເວ້ັນໄລຍະຫ່າງ ໃນການກິນເພື່ອບ່ໍໃຫ້ເກີດສານອັນຕະລາຍ ສະສົມ ໃນຮ່າງກາຍ.

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top