ໂຮງຮຽນອະນຸບານ-ປະຖົມເດັກດີ ສ້າງໄດ້ໜໍ່ແໜງຂອງຊາດ

28/11/2024 09:06
Email Print 690
ຂປລ ຍາມໃດ ພັກ-ລັດ ກໍ່ຖືສໍາຄັນຕໍ່ການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ເປັນໜ້າທີ່ສໍາຄັນຕົ້ນຕໍ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.

   *ຍາມໃດ ພັກ-ລັດ ກໍ່ຖືສໍາຄັນຕໍ່ການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ເປັນໜ້າທີ່ສໍາຄັນຕົ້ນຕໍ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ. ພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານ ຕະຫລອດ 49 ປີ ແຫ່ງການສ້າງຕັ້ງ ສປປ ລາວ ໂດຍສະເພາະໃນໄລຍະແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ປະເທດຊາດພວກເຮົາໄດ້ຮັບການປົກປັກຮັກສາ ແລະ ສ້າງສາພັດທະນາໃນຫລາຍດ້ານ, ອັນສໍາຄັນພວກເຮົາສາມາດປົກປັກຮັກສາໄດ້ຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ລະບອບການເມືອງ ມີສະຖຽນລະພາບໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ປະຊາຊົນມີຄວາມສາມັກຄີປອງດອງ ແລະ ທໍາມາຫາກິນດ້ວຍຄວາມເບີກບານມ່ວນຊື່ນທັງໝົດນີ້ຈະເປັນພື້ນຖານອັນໜັກແໜ້ນເຮັດໃຫ້ປະເທດຊາດພວກເຮົາຫລຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ແລະ ກ້າວໄປສູ່ປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງ ແລະ ກ້າວສູ່ທິດທາງການພັດທະນາສີຂຽວຍືນຍົງ. ຕະຫລອດໄລຍະຜ່ານມາ, ພັກເຮົາໄດ້ວາງແນວທາງ, ແຜນນະໂຍບາຍກ່ຽວກັບການພັດທະນາວຽກງານການສຶກສາ. ພ້ອມທັງເປີດກວ້າງໃຫ້ທຸກພາກສ່ວນໃນທົ່ວສັງຄົມ ໂດຍສະເພາະແມ່ນພາກເອກະຊົນໃຫ້ມີສ່ວນຮ່ວມໃນການພັດທະນາດ້ານການສຶກສາ ແລະ ຂະ ຫຍາຍຕາໜ່າງການສຶກສາອອກສູ່ຊົນນະບົດເຂດຫ່າງໄກສອກຫລີກໃຫ້ທົ່ວເຖິງ.

    ທ່ານ ໄກ່ອໍາພອນ ພົມມະຈັນ ອາຊີບພະນັກງານລັດຢູ່ແຂວງເຊກອງ ແມ່ນຄອບຄົວໜຶ່ງທີ່ມັກ-ຮັກ ໃນດ້ານການພັດທະນາຊັບພະຍາກອນມະນຸດ ແລະ ສຶກສາຮຽນຮູ້ໃນດ້ານບໍລິຫານການສຶກສາຈຶ່ງໄດ້ ຂໍອະນຸຍາດຈາກຂະແໜງການທີ່ ກ່ຽວຂ້ອງເພື່ອດໍາເນີນກິດຈະການ ບໍລິການດ້ານການສຶກສາ ແລະ ໄດ້ສ້າງຕ້ັງໂຮງຮຽນຂ້ຶນໃນສົກປີ 2017-2018  ໂດຍໃສ່ຊື່: ໂຮງຮຽນອະນຸບານ-ປະຖົມສຶກສາສົມບູນເດັກດີ ຕັ້ງຢູ່ບ້ານໂນນມີໄຊ ເມືອງ ລະມາມ ແຂວງເຊກອງ (ໃຈກາງເທສະບານແຂວງ) ມີເນື້ອທີ່ທັງ ໝົດ 1.271,55 ຕາແມັດ, ມີອາຄານຮຽນ 2 ຫລັງ, ມີຊັ້ນອະນຸບານ- ລ້ຽງເດັກ 4 ຫ້ອງ, ຊັ້ນປະຖົມ 8 ຫ້ອງ. ນອກນັ້ນ, ຍັງມີຫ້ອງຈັດກິດຈະກຳ, ຫ້ອງຫລິ້ນສໍາລັບເດັກ, ຫ້ອງສະໝຸດ, ຫ້ອງອາຫານທ່ຽງ ແລະ ສິ່ງອໍານວຍຄວາມສະດວກອື່ນໆ. ນັບແຕ່ມື້ສ້າງຕັ້ງທາງໂຮງຮຽນໄດ້ເອົາໃຈໃສ່ປັບປຸງ-ພັດທະນາພື້ນຖານໂຄງລ່າງຕິດພັນກັບການພັດທະນາຮູບແບບການຮຽນ-ການສອນ ໂດຍຖືເອົາຄຸນນະພາບເປັນຫລັກດ້ວຍການຊຸກຍູ້ໃຫ້ຄູ-ອາຈານພັດທະນາຕົນເອງ, ຫັນເອົາການຮຽນ-ການສອນເປັນທັນສະໄໝ ເພື່ອຖ່າຍທອດຄວາມຮູ້ໃຫ້ນັກຮຽນໄດ້ຢ່າງມີປະສິດທິພາບ; ມຸ່ງໝັ້ນໃນການລ້ຽງເບິ່ງເດັກແຍງໃຫ້ມີຄວາມປອດໄພ ຄວບຄູ່ກັບການຈັດກິດຈະກຳໃຫ້ຫລາກຫລາຍ, ນໍາໃຊ້ຫລັກສູດການຮຽນ-ການສອນ, ປະຕິບັດ 3 ຂໍ້ແຂ່ງຂັນ 3 ລັກສະນະ ແລະ 5 ຫລັກມູນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດເພື່ອພັດທະນາເດັກໃຫ້ເໝາະສົມຕາມໄວອາຍຸ ກຽມພ້ອມກ້າວສູ່ຄວາມເປັນຜູ້ໃຫຍ່ ທີ່ມີຄວາມຮູ້ຄວາມສາມາດໃນອະນາຄົດ ແລະ ເປັນລູກທີ່ດີຂອງພໍ່- ແມ່.

   ດ້ວຍຄວາມມຸ່ງໝັ້ນໃນການພັດທະນາ ເຮັດໃຫ້ສັງຄົມ ກໍຄື ພໍ່- ແມ່ຜູ້ປົກຄອງເດັກມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈິ່ງໄດ້ນໍາເອົາລູກ- ຫລານຂອງຕົນມາເຂົ້າຮຽນພາຍ ໃນໂຮງຮຽນເດັກດີເພີ່ມຂຶ້ນໃນແຕ່ລະປີ.ໃນນີ້, ສົກຮຽນ 2017- 2018 ປີທຳອິດ ທີ່ເປີດການຮຽນ- ການສອນມີພຽງແຕ່ 3 ຫ້ອງຮຽນ ຄື: ຫ້ອງອະນຸບານ 1, ອະນຸບານ 2 ແລະ ຫ້ອງອະນຸບານ 3 ມີນັກຮຽນ ທັງໝົດ 76 ນ້ອງ, ຍິງ 36 ນ້ອງ, ມີຄູສອນ 7 ຄົນ; ຕໍ່ມາໃນສົກຮຽນ 2023 - 2024 ມີນັກຮຽນທັງໝົດ 375 ນ້ອງ, ຍິງ 199 ນ້ອງ, ມີຄູ ສອນທັງໝົດ 18 ຄົນ. ດ້ວຍຄວາມເອົາໃຈໃສ່ປັບປຸງ-ພັດທະນາພ້ືນຖານໂຄງລ່າງ, ພັດທະນາຮູບແບບການຮຽນ-ການສອນ ແລະ ຈາກການປະເມີນຂອງຂະແໜງການກ່ຽວຂ້ອງ.

    ໃນສົກຮຽນ 2018-2019 ໂຮງຮຽນພວກເຮົາໄດ້ຮັບນາມມະຍົດ ເປັນໂຮງຮຽນຕົວແບບ. ນອກນີ້, ຍັງໄດ້ຮັບການຍ້ອງຍໍຈາກຂະແໜງການຕ່າງໆຂັ້ນແຂວງ ແລະ ເມືອງ ຈົນເຮັດໃຫ້ມີບັນດາໂຮງຮຽນຈາກ 4 ຕົວເມືອງໃນທົ່ວແຂວງມາຖອດຖອນບົດຮຽນນໍາ ເພື່ອສືບຕໍ່ພັດທະນາໂຮງຮຽນເດັກດີໃຫ້ກາຍເປັນໂຮງຮຽນຕົວແບບທີ່ມີຄຸນນະພາບ ອີກແຫ່ງໜຶ່ງຂອງເມືອງລະມາມ ກໍຄືແຂວງເຊກອງ ພວກເຮົາຈະຍຶດໝັ້ນຖືເອົາຫລັກການບໍລິຫານການສຶກສາ ໂດຍເນັ້ນຄຸນນະພາບການຮຽນ-ການສອນເປັນຫລັກ, ປັບປຸງຮູບແບບການຮຽນ-ການສອນດ້ວຍການເພີ່ມກິດຈະກຳ, ໃຫ້ຫລາກຫລາຍຮູບແບບ ແລະ ຫັນໄປສູ່ການຮຽນ-ການສອນທີ່ທັນ ສະໄໝຂຶ້ນເທື່ອລະກ້າວ; ເອົາໃຈໃສ່ສົ່ງເສີມຝຶກຄູ-ອາຈານໃນໂຮງຮຽນໄປຍົກລະດັບ, ເຂົ້າຮ່ວມຝຶກອົບຮົມ ແລະ ແລກປ່ຽນຖອດຖອນບົດຮຽນກັບບັນດາໂຮງຮຽນແຫ່ງຕ່າງໆພາຍໃນແຂວງ, ຕ່າງແຂວງ ກໍຄືຕ່າງປະເທດ.

   ທັງນີ້ ກໍເພື່ອເຮັດໃຫ້ຄູ-ອາຈານໄດ້ມີປະສົບການ, ມີທັກສະການສອນອັນໃໝ່ໃນການສົ່ງຄວາມຮູ້ໃຫ້ນັກຮຽນ ແລະ ສ້າງ ໃຫ້ໄດ້ນັກຮຽນດີ-ຮຽນເກັ່ງ ເພື່ອເຂົ້າຮ່ວມສອບເສັງນັກຮຽນເກັ່ງໃນຂັ້ນຕ່າງໆ. ພ້ອມທັງປະກອບສ່ວນເຂົ້າໃນການປະຕິບັດແນວທາງຂອງພັກ, ແຜນນະໂຍບາຍຂອງລັດ ໃນດ້ານການພັດທະນາການສຶກສາ-ການພັດທະນາຊັບພະຍາກອນມະນຸດຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນເງື່ອນໄຂໃໝ່ ກໍຄືການສ້າງວຽກເຮັດງານທໍາໃຫ້ນັກສຶກສາ ຜູ້ທີ່ຮຽນຈົບວິຊາຊີບຄູ ແລະ ຜູ້ທ່ີມັກຮັກໃນອາຊີບຄູຕື່ມອີກ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top