ນຸດວິໄລ ຄ້ວາຕຳແໜງນາງສາວວັດທະນະທຳບັນດາເຜົ່າ

28/11/2024 08:58
Email Print 734
ຂປລ ອາທິດ​ຜ່ານ​ມາ​ແຂວງ​ສາລະ​ວັນ ​ໄດ້​ຈັດ​ບຸນ​ປະເພນີແຫ່ພະໄຕປີດົກ​ເພື່ອສືບສານວັດທະນະທໍາ ລໍາວົງສາລະວັນ ຕິດພັນກັບການສະເຫລີມສະຫລອງປີທ່ອງທ່ຽວລາວ ປີ 2024.

     *ອາທິດ​ຜ່ານ​ມາ​ແຂວງ​ສາລະ​ວັນ ​ໄດ້​ຈັດ​ບຸນ​ປະເພນີແຫ່ພະໄຕປີດົກ​ເພື່ອສືບສານວັດທະນະທໍາ ລໍາວົງສາລະວັນ ຕິດພັນກັບການສະເຫລີມສະຫລອງປີທ່ອງທ່ຽວລາວ ປີ 2024 ​ໂດຍ​ໃນ​ງານ​ຄັ້ງ​ນີ້ ກໍ​ມີ​ຫລາຍ​ກິດຈະ​ກໍາ​ທີ່ໜ້າສົນ​​ເປັນ​ຕົ້ນ​ແມ່ນການປະກວດນາງງາມ ວັດທະນະທຳບັນດາເຜົ່າ ​ເພື່ອ​ຄົ້າຫາ​ສາວ​ງາມ ທີ່​ງາມ​ພ້ອມທັງບຸກຄະ​ລິກ, ໜ້າຕາ, ຄວາມ​ຮູ້ຄວາມ​ສາມາດ ທີ່​ຈະ​ໄດ້​ເປັນ​ໂຕ​ແທນ​​ແຂວງ ​ໃນ​ການ​ເຜີ​ຍ​ແຜ່ສິລະ​ປະວັດ​ທະນະ​ທໍາ ​​ໃຫ້​ສັງຄົມໄດ້​ຮັບ​ຮູ້​ຫລາຍ​ຂຶ້ນ.

   ງານປະກວດຄັ້ງນີ້ ມີຜູ້ເຂົ້າຮ່ວມປະກວດທັງໜົດ 18 ສາວງາມ ທີ່ເປັນ​ໂຕແທນ ຈາກ10 ເຜົ່າພາຍໃນແຂວງສາລະວັນ ທີ່ມາຈາກ 8 ຕົວເມືອງ ມາ​ປະຊັນ​ຄວາມ​ສາມາດ​ໃນ​ດ້ານ​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ການຍ່າງ​ແບບ, ການສະ​ແດງ​ຄວາມ​ສາມາດ​ພິ​ເສດ ​ແລະ ການ​ຕອບ​ຄໍາ​ຖາມ  ​ເພື່ອ​ເອົາ​ຊະນະ​ໃຈ​ຄະນະ​ກໍ​າມະ​ການ ​ເຊິ່ງຜ່ານການປະກວດ ສາມາດຄັດເລືອກໄດ້ນາງງາມທີ່ມີຄວາມຮູ້, ຄວາມສາມາດທີ່ມີພອນສະຫວັນ ຄົບຕາມມາດຖານເງື່ອນໄຂຂອງຄະນະກຳມະການວາງອອກ ນັ້ນ​ຄື ໝາຍເລກ 12 ນາງ ນຸດວິໄລ ຂຸນສະນິດ ໄດ້ຮັບສາຍສະພາຍ, ໃບຢັ້ງຢືນ ແລະ ເງິນສົດ ຈຳນວນ 3 ລ້ານກີບ; ອັນດັບທີ 2 ໄດ້ແກ່ໝາຍເລກ 13 ນາງ ພອນທິບ ໄຊມົນຕີ ໄດ້ສາຍສະພາຍ, ໃບຢັ້ງຢືນ ແລະ ເງີນສົດ ຈຳນວນ 2 ລ້ານກີບ; ອັນດັບທີ 3 ໄດ້ແກ່ ໝາຍເລກ 4 ນາງ ຈຳປາ ເທບທອງໃສ ໄດ້ສາຍສະພາຍ, ໃບຢັ້ງຢືນ ແລະ ເງີນສົດ ຈຳນວນ 1 ລ້ານກີບ.

    ການຈັດງານແຂ່ງຂັນ-ປະກວດ ໃນງານບຸນປະເພນີ ແຫ່ພະໄຕປິດົກ, ສືບສານວັດທະນະທໍາ, ລໍາວົງສາລະວັນ ຕິດພັນກັບການສະ​ເຫລີມສະຫລອງປີທ່ອງທ່ຽວລາວ 2024 ທີ່ແຂວງສາລະວັນ ປະຈໍາປີ 2024  ຄັ້ງນີ້ ຈຸດປະສົງ ແມ່ນການສົ່ງເສີມວັດທະນະທໍາ ທີ່ເປັນມໍລະດົກຂອງຊາດ ແລະ ຂອງທ້ອງຖີ່ນ ທັງເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ແຜນພັດທະນາ ເສດຖະກິດສັງຄົມຂອງພັກ-ລັດ, ກໍ່ຄືມະຕິ 25 ຂອງກົມການເມືອງສູນກາງພັກ ແລະ ສ້າງຂະບວນການຂໍ່ານັບຊົມເຊີຍກອງປະຊຸມໃຫ່ຍ 03 ຂັ້ນຂອງພັກ, 03 ວັນບຸນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955-22 ມີນາ 2025); ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ( 2 ທັນວາ 1975 ຫາ 2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ ( 13 ທັນວາ 1920 ຫາ 13 ທັນວາ 2025) ແລະ ການສ້າງຄວາມກຽມພ້ອມ ເປັນເຈົ້າພາບທີ່ດີ ໃນງານມະຫາກໍາກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII ທີ່ສາລະວັນ ພວກເຮົາໄດ້ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top