ສາລະວັນ ຕີລາຄາການຈັດຕັ້ງປະຕິບັດວຽກ ຂອງກໍາມະການເຕັກນິກ-ຈັດການແຂ່ງຂັນ

21/11/2024 10:24
Email Print 1931
ຂປລ ກອງປະຊຸມລາຍງານຄວາມຄືບໜ້າຂອງກໍາມະການເຕັກນິກ-ຈັດການແຂ່ງຂັນ ເພື່ອການກະກຽມງານມະຫາກຳກິລານັກຮຽນມັດທະຍົມສຶກສາທົວ ປະເທດຄັ້ງທີ VII ປີ 2024 ທີ່ແຂວງສາລະວັນ ໄດ້ຈັດຂື້ນໃນວັນທີ 19 ພະຈິກນີ້.

     *ກອງປະຊຸມລາຍງານຄວາມຄືບໜ້າຂອງກໍາມະການເຕັກນິກ-ຈັດການແຂ່ງຂັນ ເພື່ອການກະກຽມງານມະຫາກຳກິລານັກຮຽນມັດທະຍົມສຶກສາທົວ ປະເທດຄັ້ງທີ VII ປີ 2024 ທີ່ແຂວງສາລະວັນ ໄດ້ຈັດຂື້ນໃນວັນທີ 19 ພະຈິກນີ້, ທີ່ສະໂມສອນແຂວງສາລະວັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ຮອງປະທານຈັດງານກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ,ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຈັດງານ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ 18 ແຂວງ, ນະຄອນຫຼວງ, ບັນດາທ່ານປະທານ ສະຫະພັນກິລາແຫ່ງຊາດ ແລະ ບັນດາທ່ານປະທານ ສະຫະພັນກິລາລາວ 12 ສະຫະພັນຂອງແຂວງສາລະວັນ ເຂົ້້າຮ່ວມ.

     ທ່ານ ຄໍາພາວັນ ກວ້າງມະນີວັນ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສີລະປະສຶກສາ ໃນນາມ ຫົວໜ້າກໍາມະການເຕັກນິກ-ຈັດການແຂ່ງຂັນ ໄດ້ລາຍງານໃຫ້ຮູ້ວ່າ: ໄລຍະຜ່ານມາ ກຳມະການເຕັກນິກ-ຈັດການແຂ່ງຂັນໄດ້ມີການຈັດຕັ້ງປະຕິບັດໜ້າໜ້າວຽກຢ່າງເປັນປົກກະຕິ, ມີການປັບປຸງບາງນິຕິກຳ, ບັນດາໜ້າວຽກຕາມທິດຊີ້ນໍາ ແລະ ມະຕິກອງປະຊຸມເຕັກນິກທົ່ວປະເທດຄັ້ງທີ 1 ໂດຍມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ສຳເລັດການຄົ້ນຄວ້າ ແລະ ກຳນົດເອົາ 12 ປະ ເພດກິລາບັນຈຸເຂົ້າໃນການແຂ່ງຂັນ; ສຳເລັດການຄົ້ນຄວ້າ ແລະ ກຳນົດເອົາລາຍການແຂ່ງຂັນຂອງ 12 ປະເພດກິລາໂດຍມີທັງໝົດ 128 ລາຍການແຂ່ງຂັນ; ສໍາລັດການຈັດກອງປະຊຸມຮ່ວມກັບ 12 ສະຫະພັນກິລາແຫ່ງຊາດເພື່ອຄົ້ນຄວ້າຮັບຮອງລະບຽບການຈັດການແຂ່ງຂັນຂອງກິລາ 12 ປະເພດ ໂດຍໄດ້ອີງໃສ່ຂໍ້ກຳນົດຂອງການຈັດງານ ແລະ ກະຕິກາຂອງສາກົນ; ສຳເລັດການລົງຊຸກຍູ້ການກໍ່ສ້າງສ້ອມແປງສະໜາມແຂ່ງຂັນ ແລະ ຝຶກຊ້ອມກິລາ ເພື່ອໃຫ້ຖືກຕ້ອງຕາມລະບຽບການຈັດການແຂ່ງຂັນ ແລະ ກຳນົດຕາຕະລາງສະຖານທີ່ ແລະ ວັນເວລາ ແຂ່ງຂັນກິລາ; ສຳເລັດການປະມູນຈັດຊື້-ຈັດຈ້າງ ອຸປະກອນຮັບໃຊ້ບໍລິຫານ ແລະ ອຸປະກອນຮັບໃຊ້ຈັດການແຂ່ງ ຂັນ ກິລາ; ສຳເລັດອອກຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການແຕ່ງຕັ້ງບຸກຄະລາກອນກຳມະການຕັດສິນຈາກ ສະຫະພັນສູນກາງ ແລະ ສະຫະພັນຂອງແຂວງ ລວມທັງຜູ້ຊ່ວຍວຽກຕ່າງໆທີ່ນອນຢູ່ໃນວຽກເຕັກນິກ- ຈັດການແຂ່ງຂັນ ທີ່ບັນຈຸເຂົ້າໃນ 12 ປະເພດກິລາ ພ້ອມທັງກຳນົດໄລຍະເວລາປະຈໍາການຂອງຄະນະຮັບຜິດຊອບຈັດການແຂ່ງຂັນກິລາແຕ່ລະປະເພດ; ສຳເລັດການລົງຕິດຕາມກວດກາ ແລະ ກຳນົດສະໜາມຝຶກຊ້ອມ ແຂ່ງຂັນກິລາທັງ 12 ປະເພດ.

    ກຳມະການເຕັກນິກ-ຈັດການແຂ່ງຂັນທັງໝົດແມ່ນໄດ້ເລີ່ມປະຈຳການທີ່ແຂວງ ສາລະວັນ ນັບແຕ່ວັນທີ 14 ພະຈິກ 2024 ເປັນຕົ້ນມາ ໂດຍນໍາໃຊ້ຫ້ອງກ້ອງສະໜາມເປັນຫ້ອງການປະຈຳການ. ແຜນໃນຕໍ່ໜ້າ ຈະສືບຕໍ່ຕິດຕາມຊຸກຍູ້ການລົງທະບຽນເຂົ້າຮ່ວມແຂ່ງຂັນດ້ວຍລາຍຊື່ ແລະ ລາຍການແຂ່ງຂັນຂອງຄະນະນໍາກອງເລຂາ, ຄູຝຶກ ແລະ ນັກກິລາຂອງບັນດາແຂວງ ທີ່ຍັງບໍ່ທັນລົງທະບຽນໃຫ້ສຳເລັດກ່ອນວັນທີ 25 ພະຈິກ 2024.ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮ່ວມປະກອບຄໍາເຫັນຢັ້ງຢືນຄວາມຖືກຕ້ອງ ແລະຄວາມເປັນເອກະພາບທາງດ້ານເນື້ອໃນເພື່ອເປັນບ່ອນອີງໃນການຈັດຕັ້ງປະຈິບັດວຽກງານໃນຂັ້ນຕໍ່ໄປໃນຕອນບ່າຍຂອງວັນດຽວກັນ ໄດ້ມີການຈັບສະຫຼາກແປງສາຍກິລາໃນປະເພດທີມ 2  ປະເພດ ຄື: ບານເຕະ, ບານສົ່ງ ຕື່ມອີກ.

KPL

ຂ່າວອື່ນໆ

    • ກະຊວງສຶກສາທິການ ແລະ ກິລາ ມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2024ສຶກສາ-ກິລາ

      ກະຊວງສຶກສາທິການ ແລະ ກິລາ ມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2024

      7/8/2025 2:37:01 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ ຈັດພິທີມອບ-ຮັບໃບຢັ້ງຍືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃນວັນທີ 8 ກໍລະກົດ 2025 ເຊິ່ງມີທັງໝົດ 105 ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ.

    • ຜະລິດວິດີໂອຊ່ວຍເຫລືອຄູ ສອນຫ້ອງຄວບ ໃຫ້ມີຄຸນນະພາບສຶກສາ-ກິລາ

      ຜະລິດວິດີໂອຊ່ວຍເຫລືອຄູ ສອນຫ້ອງຄວບ ໃຫ້ມີຄຸນນະພາບ

      7/7/2025 1:58:14 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ຫລື ແຜນງານບີຄວາ ໄດ້ຜະລິດວິດີໂອສຳລັບການພັດທະນາຄູ ຕອນໃໝ່

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

ads
ads

Top