ສປ ຈີນ-ສ.ອາເມລິກາ ເຫັນດີຮ່ວມກັນສ້າງ ສາຍພົວພັນທີ່ໝັ້ນທ່ຽງທາງຍຸດທະສາດ

26/09/2026 12:14
ຂປລ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍ ພັນທະຍາ ແລະ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ພ້ອມດ້ວຍ ພັນລະຍາ ໄດ້ເຂົ້າຮ່ວມງານລ້ຽງນ້ຳຊາ ເພື່ອສົນທະນາກັນຢູ່ທຳນຽບຂາວ ສະຫະລັດ ອາເມລິກາ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຕອນເຊົ້າວັນທີ 25 ກັນຍານີ້ ຕາມເວລາທ້ອງຖິ່ນ, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍ ພັນທະຍາ ແລະ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ພ້ອມດ້ວຍ ພັນລະຍາ ໄດ້ເຂົ້າຮ່ວມງານລ້ຽງນ້ຳຊາ ເພື່ອສົນທະນາກັນຢູ່ທຳນຽບຂາວ ສະຫະລັດ ອາເມລິກາ. ປະມຸກລັດສອງປະເທດ ເຫັນດີຮ່ວມກັນວ່າ ຈະເພີ່ມເນື້ອໃນຂອງຕໍາແໜ່ງ ສາຍພົວພັນ ຈີນ-ອາເມລິກາ ໃຫ້ອຸດົມສົມບູນຂຶ້ນຕື່ມອີກ, ຮ່ວມກັນສ້າງ “ສາຍພົວພັນທີ່ໝັ້ນທ່ຽງທາງຍຸດທະສາດ ທີ່ສ້າງສັນບົນພື້ນຖານ ແຫ່ງຄວາມເຄົາລົບ ເຊິ່ງກັນແລະກັນ, ຍຸດຕິທຳ ແລະ ສະເໝີ ພາບກັນ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top