ການເຈລະຈາ ດ້ານເສດຖະກິດການຄ້າ ຮອບທີ 8 ສປ ຈີນ-ສ.ອາເມລິກາ ບັນລຸຜົນຫລາຍດ້ານ

26/09/2026 12:14
ຂປລ ທ່ານ​ ເຮີ​ຢ້າ​ຕົ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ ​ໄດ້​ຕອບ​ຄຳ​ຖາມ​ ຂອງ​ນັກ​ຂ່າວ​ກ່ຽວ​ກັບ ​ການ​ເຈ​ລະ​ຈາ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ​ຮອບ​ທີ 8 ລະ​ຫວ່າງ​ ທີມ​ງານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ ແລະ ອາ​ເມ​ລິ​ກາ​ ຢູ່​ນະ​ຄອນ​ນິວຢອກ​ຂອງ​ ສ.ອາ​ເມ​ລິ​ກາ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໃນ​ກອງ​ປະ​ຊຸມ​ຖະ​ແລ່ງ​ຂ່າວ ​ທີ່​ຈັດ​ໂດຍ​ກະ​ຊວງ​ການ​ຄ້າ​ຈີນ ​ໃນ​​ວັນ​ທີ 24 ກັນ​ຍາ​ນີ້, ທ່ານ​ ເຮີ​ຢ້າ​ຕົ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ ​ໄດ້​ຕອບ​ຄຳ​ຖາມ​ ຂອງ​ນັກ​ຂ່າວ​ກ່ຽວ​ກັບ ​ການ​ເຈ​ລະ​ຈາ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ​ຮອບ​ທີ 8 ລະ​ຫວ່າງ​ ທີມ​ງານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ ແລະ ອາ​ເມ​ລິ​ກາ​ ຢູ່​ນະ​ຄອນ​ນິວຢອກ​ຂອງ​ ສ.ອາ​ເມ​ລິ​ກາ.ທ່ານ ​ເຮີ​ຢ້າ​ຕົ່ງ​ໃຫ້​ຮູ້​ວ່າ, ເມື່ອບໍ່ດົນມນີ້, ທີມ​ງານ​ເສດ​ຖະ​ກິດ ​ການ​ຄ້າ​ຂອງ ສປ ​ຈີນ ແລະ ສ.ອາ​ເມ​ລິ​ກາ​ ໄດ້ດຳ​ເນີນ​ການເຈ​ລະ​ຈາ​ ດ້ານ​ເສດ​ຖະ​ກິດ ​ການ​ຄ້າ ​ຮອບ​ທີ 8 ຢູ່ ສ.​ອາ​ເມ​ລິ​ກາ. ສອງ​ຝ່າຍ​ຖື​ເອົາ​ຄວາມ​ຮັບ​ຮູ້​ ທີ່​ເປັນ​ເອ​ກະ​ພາບ​ກັນ​ອັນ​ສຳ​ຄັນ​ຂອງ​ປະ​ມຸກ​ລັດ ​ສອງ​ປະ​ເທດ ​ເປັນ​ທິດ​ນຳ, ປະ​ຕິ​ບັດ​ຕາມຫຼັກ​ການ ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ, ແລະ ​ການຮ່ວມ​ມື​ກັນ ​ແບບ​ຕ່າງ​ຝ່າຍ ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ປິ່ນ​ອ້ອມ​ບັນ​ຫາ​ ດ້ານ​ເສດ​ຖະ​ກິດ​ ການ​ຄ້າ​ທີ່​ສອງ​ຝ່າຍ ​​ມີ​ຄວາມສົນ​ໃຈ​ຮ່ວມ​ກັນ, ເຊັ່ນ: ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້ ​ທີ່​ເປັນ​ເອ​ກະ​ພາບ​ກັນ ໃນ​ການ​ເຈ​ລະ​ຈາ​​ດ້ານເສດ​ຖະ​ກິດ​ການ​ຄ້າ​ທີ່​ມີ​ຢູ່​ແລ້ວ, ຈັດ​ວາງ​ມາດ​ຕະ​ການຫລຸດ​ພາ​ສີ​ ແບບ​ເທົ່າ​ທຽມ​ກັນ, ສ້າງ​ຕັ້ງ​ສະ​ພາ​ການ​ຄ້າ ແລະ ສະ​ພາ​​ການ​ລົງ​ທຶນ, ແກ່​ຍາວ​ເວ​ລາ ຂໍ້​ຕົກ​ລົງຮ່ວມ​​​ກັນ ​ສຳ​ລັບ​ ການ​ເຈ​ລະ​ຈາ ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ ລະ​ຫວ່າງ​ ສອງ​ຝ່າຍ ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫລວງ​ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊ​ຍ ແລະ​ ອື່ນໆ, ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງມາ ເລິກ​ເຊິ່ງ ແລະ ສ້າງ​ສັນ, ບັນ​ລຸ​ຄວາມ​ເຫັນ ​ທີ່​ເປັນ​ເອ​ກະ​ພາບ​ກັນ​ ຫລາຍ​ປະ​ການ. ທ່ານ ​ເຮີ​ລີ້​ເຟີ່ງ ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ແລະ ທ່ານ ສະ​ກອດ ເບ​ສເຊນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການເງິນ ຂອງ ສ.​ອາ​ເມ​ລິ​ກາ ​ໃນ​ນາມ​ຫົວ​ໜ້າ​ທີມ​ງານ ​ເຈ​ລະ​ຈາ​ໄດ້​ດຳ​ເນີນ​ການ​ສົນ​ທະ​ນາ​ຄັ້ງ​ທຳ​ອິດ ​ກ່ຽວ​ກັບ ​ປັນ​ຍາ​ປະ​ດິດ ​ພາຍ​ໃຕ້​ກົນ​ໄກ​ ການ​ເຈ​ລະ​ຈາ​ ດ້ານເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ.​ ໃນ​ຕໍ່​ໜ້າ, ສປ ຈີນ ແລະ ສ.ອາ​ເມ​ລິ​ກາ​ ຈະ​ຮັກ​ສາ​ການ​ແລກ​ປ່ຽນ​ ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ ວຽກ​ງານ​ທີ່ຕາມ​ມາ​ພາຍ​ໃຕ້​ກົນ​ໄກ​ດັ່ງ​ກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top