ໝາກນາວມີຜົນຕໍ່ຮ່າງກາຍແນວໃດ ?

17/09/2024 10:21
Email Print 119
ຂປລ ມື້ນີ້ ຄໍລໍາສຶກສາຫາຄວາມຮູ້ ຈະພາທ່ານມາຮູ້ຈັກ ກັບຄຸນປະໂຫຍດຂອງໝາກນາວ ທີ່ເຮົາກິນໃນແຕ່ລະມື້ວ່າມີຄຸນປະໂຫຍດຢ່າງຫລວງຫລາຍເປັນຕົ້ນ.

*ມື້ນີ້ ຄໍລໍາສຶກສາຫາຄວາມຮູ້ ຈະພາທ່ານມາຮູ້ຈັກ ກັບຄຸນປະໂຫຍດຂອງໝາກນາວ ທີ່ເຮົາກິນໃນແຕ່ລະມື້ວ່າມີຄຸນປະໂຫຍດຢ່າງຫລວງຫລາຍເປັນຕົ້ນ: 1. ຊ່ວຍບຳລຸງສຸຂະພາບຜິວໃຫ້ ສົດໃສ. 2. ປະກອບດ້ວຍວິຕາມິນ ແລະ ແຮ່ທາດຫລາຍຊະນິດທີ່ມີປະໂຫຍດຕໍ່ຮ່າງກາຍ ເຊັ່ນ: ວິຕາມິນ A, ວິຕາ ມິນ C, ການຊຽມ, ຟົສຟໍ, ກົດຊິ ຕຣິກ, ກົດມາລິກ. 3. ໃນໝາກນາວ 1 ໜ່ວຍ ມີນໍ້າ ມັນຫອມລະເຫີຍຢູ່ຫລາຍເຖິງ 7 ເປີເຊັນ ເຊິ່ງນຳມາໃຊ້ປະໂຫຍດໃນການປະສົມເປັນນໍ້າຢາເຮັດຄວາມສະອາດຕ່າງໆເຊັ່ນ: ນໍ້າຢາລ້າງຈານ ແລະ ອື່ນໆ. 4. ມີນໍ້າມັນຫອມລະເຫີຍທີ່ໃຫ້ກິ່ນຫອມສົດຊື່ນ Aromatherapy. 5. ຊ່ວຍໃນການກັດ ຫລື ຍ່ອຍ ເຊິ່ງ ຖືວ່າເປັນກົດໝາກໄມ້ຢ່າງໜຶ່ງ ທີ່ເປັນທີ່ຖືກຍອມຮັບໃນການຊ່ວຍເລັ່ງການຜັດປ່ຽນແຊນຜິວທີ່ເສື່ອມສະພາບອອກໄປ. 6. ໃຊ້ໃນການປຸງແຕ່ງລົດຊາດຂອງອາຫານ. 7. ປະສົມເຄື່ອງດື່ມຕ່າງໆ ໂດຍນິຍົມຝານໝາກນາວອອກເປັນປຽນບາງໆສຽບໄວ້ກັບຂອບຈອກນັ້ນເອງ. 8. ສຳລັບປະໂຫຍດຂອງເປືອກໝາກນາວນັ້ນ ເມື່ອບີບນໍ້າອອກໝົດ ແລ້ວໃຫ້ເອົາມາທາບໍລິເວນຄາງ, ເຂົ່າ, ຂໍ້ສອກ, ສົ້ນນ່ອງ ກໍຈະຊ່ວຍໃຫ້ຜິວບໍລິເວນນີ້ມີຄວາມນຸ້ມຊຸ່ມຊື່ນ.

ໂດຍ: ມາລິດາ

KPL

ຂ່າວອື່ນໆ

ads
ads

Top