ເຜີຍແຜ່ການນຳໃຊ້ສື່ສັງຄົມອອນລາຍ ໃຫ້ມີຄວາມປອດໄພ ຢູ່ເມືອງທ່າປາງທອງ

25/10/2024 00:53
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ສະ​ຫວນ​ນະ​ເຂດ ​ໃຫ້​ຮູ້​ວ່າ: ຄະນະໂຄສະນາອົບຮົມແຂວງສະ ຫວັນນະເຂດ ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ລົງເຜີຍແຜ່ ການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ ເມືອງທ່າປາງທອງ ​ໃນວັນທີ 23 ຕຸລາ 2024

 

     ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ສະ​ຫວນ​ນະ​ເຂດ ​ໃຫ້​ຮູ້​ວ່າ: ຄະນະໂຄສະນາອົບຮົມແຂວງສະ ຫວັນນະເຂດ ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ລົງເຜີຍແຜ່ ການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ ເມືອງທ່າປາງທອງ ​ໃນວັນທີ 23 ຕຸລາ 2024. ທັງ​ນີ້, ກໍ​ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ, ນັກຮຽນຮູ້ ປັນຍາຊົນຕ່າງໆໃນທົ່ວສັງຄົມ ໄດ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບການນຳໃຊ້ສື່ສັງຄົມອອນລາຍ(ອິນເຕີເນັດ), ການໃຊ້ສື່ສັງຄົມອອນລາຍແນວໃດ ຈຶ່ງຈະປອດໄພ ໂດຍມີ ທ່ານ ສີທະນົນໄຊ ສີລິວົງ ຮອງເຈົ້າເມືອງທ່າປາງທອງ, ທ່ານ ຄຳຫລ້າ ພະພິທັກ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ, ຮອງຫົວໜ້າຄະນະໂຄສະນາອົບ ຮົມແຂວງ  ​ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
     ເອກະສານທີ່ນຳມາເຜີຍແຜ່ຄັ້ງ​ນີ້, ປະກອບມີ: ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ
, ດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ, ຂໍ້ຕົກ ລົງວ່າດ້ວຍການປັບໃໝຕໍ່ຜູ້ລະເມີດ ກ່ຽວກັບອາຊະຍາກຳທາງລະບົບຄອມພິວເຕີ, ເອກະສານຄວາມປອດໄພທາງໄຊເບີ້, ການໃຊ້ງານ ແລະ ການຕັ້ງຄ່າຄວາມປອດໄພ ຂອງບັນຊີເຟສບຸກ ແລະ ວິທີການແກ້ໄຂເມື່ອພົບບັນຫາຕ່າງໆໃນການນຳໃຊ້ສື່ສັງຄົມອອນລາຍ ເຊິ່ງປັດຈຸບັນ, ຕ້ອງໄດ້ມີສະຕິລະວັງຕົວສູງຕໍ່ກົນອຸບາຍ ຂອງອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ດີ ສວຍໃຊ້ສື່ສັງຄົມອອນລາຍ ສ້າງຄວາມປັ່ນປ່ວນໃນສັງຄົມ, ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ຕົວະຍົວະຫລອກລວງ, ສ້າງຄວາມແບ່ງແຍກລະຫວ່າງ ພັກ-ລັດ. ດັ່ງນັ້ນ, ປະຊາຊົນບັນດາເຜົ່າພວກເຮົາ ຕ້ອງເປັນເຈົ້າການນຳໃຊ້ສື່ດັ່ງກ່າວ ເຂົ້າໃນການເຄື່ອນໄຫວດຳລົງຊີວິດປະຈຳວັນຢ່າງຖືກຕ້ອງ ສອດຄ່ອງກັບລະບຽບກົດໝາຍ.
     ໂອກາດນີ້, ຕ່າງໜ້າກອງບັນຊາການ ປກສ ເມືອງ ໄດ້​ໃຫ້​ຮູ້ວ່າ: ຜ່ານການຕິດຕາມ ແລະ ລົງເກັບກຳຂໍ້ມູນໃນໄລຍະຜ່ານມາ ປກສ ເມືອງໄດ້ຮັບແຈ້ງຄວາມ
4 ກໍລະນີ ທີ່ຖືກຫລວກລວງຜ່ານສື່ສັງຄົມອອນລາຍ ເຮັດໃຫ້ເສຍຊັບ, ສ່ວນຮູບແບບໃນການກະທຳຜິດ ແມ່ນການແຮັກບັນຊີເຟສບຸກ ແອບອ້າງເປັນເຈົ້າຂອງບັນຊີ ແລະ ຮູບແບບການສ້າງບັນຊີເຟສບຸກປອມ ແອບອ້າງເປັນຫົວໜ່ວຍບໍລິການຂອງທະນາຄານ.    ການໃຊ້ສື່ສັງຄົມອອນລາຍ ໄປໃນທາງທີ່ບໍ່ຖືກຕ້ອງ ເປັນບັນຫາທີ່ທົ່ວສັງຄົມຕ້ອງໄດ້ເອົາໃຈໃສ່ ເປັນເຈົ້າການໂຄສະນາເຜີຍແຜ່ການນຳໃຊ້ສື່ສັງຄົມອອນລາຍ ໃຫ້ຮັບຮູ້ເຂົ້າໃຈ, ຕິດຕາມການນໍາໃຊ້ສື່ທີ່ບໍ່ຖືກຕ້ອງ ແລະ ນຳໃຊ້ມາດຕະການທາງດ້ານກົດໝາຍ ຕໍ່ຜູ້ລະເມີດຢາງເຄັ່ງຄັດ.

KPL

ຂ່າວອື່ນໆ

ads
ads

Top