ບັງກລາເທດ ກຽມນຳເຂົ້າ ເຂົ້າຄັ້ງໃຫຍ່ທົດແທນຜົນຜະລິດເສຍຫາຍຈາກນ້ຳຖ້ວມ

23/10/2024 16:30
ຂປລ ບັງກລາເທດ ກຽມນຳເຂົ້າ ເຂົ້າຄັ້ງໃຫຍ່ ເພື່ອທົດແທນ ຜົນຜະລິດເຂົ້າ ທີ່ໄດ້ຮັບ ຄວາມເສຍຫາຍ ຈາກໄພນ້ຳຖ້ວມ ຄັ້ງໃຫຍ່ ໃນປີນີ້ ເຮັດໃຫ້ສູນເສຍ ການຜະລິດເຂົ້າ ປະມານ 1,1 ລ້ານໂຕນ ແລະ ຕ້ອງນຳເຂົ້າ ເຂົ້າແທນ ປະມານ 500.000ໂຕນ ແລະ ກຽມອະນຸຍາດ ໃຫ້ພາກເອກະຊົນ ນຳເຂົ້າຕື່ມອີກ.

ຂປລ.ຕາມຂ່າວຈາກ ນະຄອນຫລວງ ຈາກາຕາ, ບັງກລາເທດ ກຽມນຳເຂົ້າ ເຂົ້າຄັ້ງໃຫຍ່ ເພື່ອທົດແທນ ຜົນຜະລິດເຂົ້າ ທີ່ໄດ້ຮັບ ຄວາມເສຍຫາຍ ຈາກໄພນ້ຳຖ້ວມ ຄັ້ງໃຫຍ່ ໃນປີນີ້ ເຮັດໃຫ້ສູນເສຍ ການຜະລິດເຂົ້າ ປະມານ 1,1 ລ້ານໂຕນ ແລະ ຕ້ອງນຳເຂົ້າ ເຂົ້າແທນ ປະມານ 500.000ໂຕນ ແລະ ກຽມອະນຸຍາດ ໃຫ້ພາກເອກະຊົນ ນຳເຂົ້າຕື່ມອີກ. ການນຳເຂົ້າ ເຂົ້າຂອງ ບັງກລາເທດ ຈະເປັນຜົນດີກັບ ອິນເດຍ ປະເທດ ຜູ້ສົ່ງອອກເຂົ້າ  ແຖວໜ້າ ຂອງໂລກ.ໃນໄລຍະຜ່ານມາ ບັງກລາເທດ ໄດ້ປັບຫລຸດ ພາສີ ການສົ່ງອອກເຂົ້່າ ເຫລືອ 10%. ນອກຈາກນີ້ ໄພນ້ຳຖ້ວມ ຍັງເຮັດໃຫ້ ຜົນຜະລິດ ປະເພດ ຜືດຜັກ ຫລາຍກວ່າ 200.000 ໂຕນ ທີ່ໄດ້ຮັບ ຄວາມເສຍຫາຍ ຈາກໄພພິບັດ ດັ່ງກ່າວ.ໄພນ້ຳຖ້ວມ ເຮັດໃຫ້ ພາກກະສິກຳ ຂອງບັງກລາເທດ ເສຍຫາຍ ປະມານ 45.000 ລ້ານຕາກາ(ສະກຸນເງິນ ບັງກລາເທດ)./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top