ອົງການອະນາໄມໂລກ ປະກາດ ສສ ຫວຽດນາມ ລົບລ້າງພະຍາດຕາຕຸ່ມສຳເລັດ

22/10/2024 23:54
Email Print 160
ຂປລ ອົງການ ອະນາໄມໂລກ (WHO) ໄດ້ປະກາດວ່າ ສສ ຫວຽດນາມ ສາມາດ ລົບລ້າງ ພະຍາດ ຕາຕຸ່ມ ຢ່າງສຳເລັດ, ເປັນຂີດໝາຍສຳຄັນແກ່ ສຸຂະພາບທົ່ວໂລກ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ວັນທີ 21 ຕຸລາ, ອົງການ ອະນາໄມໂລກ (WHO) ໄດ້ປະກາດວ່າ ສສ ຫວຽດນາມ ສາມາດ ລົບລ້າງ ພະຍາດ ຕາຕຸ່ມ ຢ່າງສຳເລັດ, ເປັນຂີດໝາຍສຳຄັນແກ່ ສຸຂະພາບທົ່ວໂລກ. ໃນກອງປະຊຸມຄັ້ງທີ 75 ຂອງຄະນະ ກຳມະການ ພາກພື້ນ ປາຊີຟິກ ຕາເວັນຕົກ, ຢູ່ ຟີລິບປິນ, WHO ໄດ້ຢັ້ງຢືນບັນດາ ຄວາມມານະ ພະຍາຍາມຂອງ ຫວຽດນາມ; ຢັ້ງຢືນ ຫວຽດນາມ ໄດ້ປະຕິບັດບັນດາມາດຕະການຄວບຄຸມຢ່າງເຂັ້ມງວດ ແລະ ປິ່ນປົວໃຫ້ນັບໝື່ນຄົນໃນ 7 ທົດສະວັດຜ່ານມາ. ຕາມ WHO ແລ້ວ, ພະຍາດ ຕາຕຸ່ມ ແມ່ນບັນຫາ ສຸຂະພາບ ຊຸມຊົນຢູ່ 4 ແຂວງຂອງ ຫວຽດນາມ. WHO ໃຫ້ຮູ້ຕື່ມອີກວ່າ ເລື່ອງ ຫວຽດນາມ ສຸມໃສ່ຜ່າຕັດ, ໃຫ້ກິນຢາຕ້ານເຊື້ອ, ທຳຄວາມສະອາດ ແລະ ປົວແປງສະພາບແວດລ້ອມ ໄດ້ຊ່ວຍຊຸກຍູ້ ການລົບລ້າງ ພະຍາດ ຕາຕຸ່ມ.ພະຍາດ ຕາຕຸ່ມ ແມ່ນພະຍາດ ກ່ຽວກັບຕາ ໂດຍເຊື້ອໄວຣັດ Chlamydia trachomatis, ເຊິ່ງເປັນສາຍເຫດຕິດແປດຕົ້ນຕໍ ເຮັດໃຫ້ຕາບອດໃນທົ່ວໂລກ. ພະຍາດນີ້ ສາມາດຕິດແປດ ທາງກົງ ແລະ ທາງອ້ອມ, ພິເສດ ແມ່ນເດັກນ້ອຍ./.

 (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top