ຮອງນາຍົກລັດຖະມົນຕີ ຮ່ວມໃສ່ບາດ ບຸນອອກພັນສາ ທີ່ນະຄອນປາກເຊ

17/10/2024 13:47
Email Print 131
ຂປລ ຂປລ. ​ຕອນເຊົ້າວັນທີ 17 ຕຸລາ​ 2024,​ ກົງກັບຂຶ້ນ 15 ຄໍ່າ ເດືອນ​ 11​ ລາວ ພສ 2567,​ ເປັນວັນບຸນ ອອກພັນສາປະວໍຣະນາ,​ ທ່ານ​ ກິ​ແກ້ວ​ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມ​ພັນລະຍາ, ທ່ານ​ ບົວລີ​ ເພັດສົງຄາມ ເຈົ້ານະຄອນ​ປາກເຊ​ ພ້ອມພັນລະຍາ​ ໄດ້ເຂົ້າຮ່ວມທຳບຸນໃສ່ບາດ​ ນໍາພໍ່ແມ່ປະຊາຊົນຄົນລາວຊາວພຸດ ຢູ່ວັດຫລວງ​ປາກເຊ



ຂປລ. ​ຕອນເຊົ້າວັນທີ
17 ຕຸລາ​ 2024,​ ກົງກັບຂຶ້ນ 15 ຄໍ່າ ເດືອນ​ 11​ ລາວ ພສ 2567,​ ເປັນວັນບຸນ ອອກພັນສາປະວໍຣະນາ,​ ທ່ານ​ ກິ​ແກ້ວ​ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມ​ພັນລະຍາ, ທ່ານ​ ບົວລີ​ ເພັດສົງຄາມ ເຈົ້ານະຄອນ​ປາກເຊ​ ພ້ອມພັນລະຍາ​ ໄດ້ເຂົ້າຮ່ວມທຳບຸນໃສ່ບາດ​ ນໍາພໍ່ແມ່ປະຊາຊົນຄົນລາວຊາວພຸດ ຢູ່ວັດຫລວງ​ປາກເຊ ໂດຍການເຂົ້າຮ່ວມເປັນປະທານຝ່າຍສົງ ມີພຣະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຈຳປາສັກ​, ພ້ອມດ້ວຍພະເຖລານຸເຖລະ, ມີການນຳແຂວງຈໍາປາສັກ​,​ ການ ນໍາພະແນກການ, ກົມກອງອ້ອມຂ້າງແຂວງ,​ ການນຳນະຄອນປາກເຊ​ ແລະ​ ຊາວພຸດລາວເຂົ້າຮ່ວມຢ່າງຫລວງຫລາຍ.



ການທຳບຸນໃສ່ບາດ​, ເປັນການສືບທອດຮີດຄອງປະເພນີ ບຸນອອກພັນສາປະວໍຣະນາ ກໍຄື ວັດ ທະນະທຳອັນດີງາມຂອງຊາດ ທີ່ຄົນລາວຊາວພຸດ ສືບທອດປະຕິບັດມາແຕ່ບູຮານນະການ ໃຫ້ຍືນຍົງຄົງຢູ່ຄຽງຄູ່ກັບ ຄົນລາວຕະຫລອດໄປ. ພ້ອມ​ນີ້, ການໃສ່ບາດ
,​ ຖວາຍທານ​ ແລະ​ ຢາດນໍ້າ ເພື່ອເປັນການອຸທິດສ່ວນບຸນກຸສົນ ແລະ​ ​ເປັນສີລິມົງຄຸນໃຫ້ແກ່ຕົນເອງ-​ຄອບຄົວ​ ໃຫ້ຢູ່ເຢັນເປັນສຸກ ທັງເປັນການເຜີຍແຜ່ ວັດທະນະທຳອັນດີງາມຂອງຊາດອີກດ້ວຍ.

ຕອນທ້າຍ​ພິທີ, ພະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳພັນລາວແຂວງ ກໍໄດ້ເທສະໜາສັ່ງສອນອອກຕົນຕົນຍາດໂຍມ​ ໃຫ້ຍຶດໜັ້ນໃນການທຳຄວາມດີ,​ ພ້ອມກັນຮັກສາສິນ,​ ຮັກສາກາຍວາຈາ ແລະ ເຮືອນຊານບ້ານຊ່ອງຂອງຕົນ​ ໃຫ້ມີຄວາມສະອາດ ສວຍງາມ,​ ປະ ພຶດປະຕິບັດຕົນ​ ໃຫ້ສອດຄ່ອງຕາມທຳນອງຄອງທຳ ແລະ ລະບຽບກົດໝາຍບ້ານເມືອງ.

ຂ່າວ​-ພາບ​: ທູນທອງໃຈ​

KPL

ຂ່າວອື່ນໆ

    • ຫລາຍພາກສ່ວນມອບເງິນສະໜັບໜູນກອງປະຊຸມໄອປາວັດທະນະທຳ-ສັງຄົມ

      ຫລາຍພາກສ່ວນມອບເງິນສະໜັບໜູນກອງປະຊຸມໄອປາ

      10/16/2024 2:55:15 PM

      ຂປລ. ວັນທີ 15 ຕຸລາ 2024 ຜ່ານມາ, ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບ ເງິນສະໜັບສະໜູນ ການເປັນເຈົ້າພາບ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ຈາກບໍລິສັດ ພີທີແອວ ໂຮນດິງ (PTL Holding) 300 ລ້ານກີບ, ສູນການແພດເວດສະພົງ 100 ລ້ານກີບ, ກຸ່ມບໍລິສັດ ຕັງຈະເລີນ ຈຳກັດ 20 ລ້ານກີບ

    • ຫ້າມບໍລິໂພກ-ຈໍາໜ່າຍ ຜະລິດຕະພັນ ອາຫານເສີມ ຜິດກົດໝາຍ 11 ລາຍການວັດທະນະທຳ-ສັງຄົມ

      ຫ້າມບໍລິໂພກ-ຈໍາໜ່າຍ ຜະລິດຕະພັນ ອາຫານເສີມ ຜິດກົດໝາຍ 11 ລາຍການ

      10/16/2024 2:38:23 PM

      ຂປລ. ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ອອກໜັງສືແຈ້ງການ ເຖິງບໍລິສັດ, ຮ້ານຄ້າ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ກ່ຽວກັບຫ້າມບໍລິໂພກ ແລະ ຈໍາໜ່າຍ ຜະລິດຕະພັນອາຫານເສີມຜິດກົດໝາຍ 11 ລາຍການ

    • ຝຶກອົບຮົມການເປັນຄູຝຶກນັກຂ່າວທີ່ມີຄຸນນະພາບວັດທະນະທຳ-ສັງຄົມ

      ຝຶກອົບຮົມການເປັນຄູຝຶກນັກຂ່າວທີ່ມີຄຸນນະພາບ

      10/15/2024 2:42:32 PM

      ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ ໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ” ໃນວັນທີ 14 ຕຸລາ ຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ລາຊມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ

    • ສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົ່ງ ຈະບໍລິການກວດ-ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າວັດທະນະທຳ-ສັງຄົມ

      ສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົ່ງ ຈະບໍລິການກວດ-ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າ

      10/15/2024 1:53:45 PM

      ຂປລ. ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ທົ່ງປົ່ງ ນະຄອນຫລວງວຽງຈັນ ຈະໃຫ້ບໍລິການກວດຕາ, ແຈກແວ່ນຕາ(ສຳລັບຜູ້ສູງອາຍຸ) ແລະ ຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ ໃນວັນທີ 16 ຕຸລາ 2024 ໂອກາດສະເຫລີມສະຫລອງວັນສາຍຕາໂລກ ຄົບຮອບ 22 ປີ (12/10/2002-12/10/2024).

    • ບໍລິສັດ ຊີຈີເອັນ ຮ່ວມສ້າງຄູ່ຮ່ວມຊາຕາກຳລາວ-ຈີນວັດທະນະທຳ-ສັງຄົມ

      ບໍລິສັດ ຊີຈີເອັນ ຮ່ວມສ້າງຄູ່ຮ່ວມຊາຕາກຳລາວ-ຈີນ

      10/15/2024 1:50:49 PM

      ຂປລ. ກອງປະຊຸມອາຊຽນບວກສາມ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ຄັ້ງທີ 27 ທີ່ຈັດຂຶ້ນໃນວັນທີ 10 ຕຸລາ 2024 ຜ່ານ​ມາ, ຢູ່ນະຄອນຫລວງວຽງຈັນ ​ແລະ ​ໃນໂອກາດດັ່ງກ່າວ, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ຊີ້ໃຫ້ເຫັນທິດທາງພັດທະນາໃນອະນາຄົດ, ເນັ້ນໜັກເຖິງ ການເສີມຂະຫຍາຍ ຄວາມຮັບຮູ້ຂອງອາຊຽນ, ໝູນໃຊ້ ພູມປັນຍາຂອງປະເທດຕາເວັນອອກ, ພ້ອມທັງຮ່ວມ ກັນສ້າງອາຊຽນ ໃຫ້ມີສັນຕິພາບ, ຄວາມສະຫງົບ, ຄວາມຈະເລີນຮຸ່ງເຮືອງ, ເປີດກວ້າງ ແລະ ເຊື່ອມໂຍງເຂົ້າກັນ.

ads
ads

Top