ເກັບກໍາຂໍ້ມູນການເຂົ້າເຖິງວິທະຍຸ-ໂທລະພາບ ຢູ່ແຂວງເຊກອງ

23/10/2024 11:54
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນວັນທີ 21-22 ຕຸລາ 2024 ຜ່ານມາ, ກົມແຜນການ ແລະ ການຮ່ວມມືສາກົນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບພະແນກຖະແຫລງຂ່າວ

 

  ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນວັນທີ 21-22 ຕຸລາ 2024 ຜ່ານມາ, ກົມແຜນການ ແລະ ການຮ່ວມມືສາກົນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງເຊກອງ ລົງເຄື່ອນໄຫວເກັບກໍາຂໍ້ມູນສະຖິຕິ-ວິໄຈ ການເຂົ້າເຖິງວິທະຍຸ-ໂທລະພາບຢູ່ 8 ບ້ານເປົ້າໝາຍ ຂອງເມືອງລະມາມ ແລະ ເມືອງທ່າແຕງ ເມືອງລະ 4 ບ້ານ.
   ທ່ານ ສຸກສະຫວັນ ສຸລິວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຖວທ ໄດ້ໃຫ້ຮູ້ວ່າ: ການເກັບກໍາຂໍ້ມູນສະຖິຕິ-ວິໄຈການເຂົ້າເຖິງວິທະຍຸ-ໂທລະພາບ ແມ່ນຂໍ້ມູນໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດສຳລັບກະຊວງ ຖວທ ເພື່ອສ້າງແຜນພັດທະນາວຽກງານຖະແຫລງຂ່າວ-ສື່ມວນຊົນ ຮັບໃຊ້ໃຫ້ແກ່ການໂຄສະນາເຜີຍແຜ່ແນວທາງຂອງພັກ
, ແຜນນະໂຍບາຍ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ.
  ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກຖະແຫລງຂ່າວ
, ວັດທະນະທໍາ ແລະ ທ່ອງທ່ຽວແຂວງເຊກອງ ໄດ້ໃຫ້ຮູ້ວ່າ: ແຂວງເຊກອງ ໄດ້ໂທລະໂຄ່ງທີ່ນອນໃນໂຄງການປັບປຸງຂະຫຍາຍໂທລະໂຄ່ງທົ່ວປະເທດ (ໄລຍະ 2) ຕາມການແບ່ງປັນຂອງກະຊວງ ຖວທ ຈໍານວນ 55 ຊຸດ (55 ບ້ານ) ແລະ ແຂວງກໍໄດ້ແບ່ງປັນໃຫ້ຫ້ອງການ ຖທວ ເມືອງ ເພື່ອນໍາໄປຕິດຕັ້ງໃຫ້ບັນດາບ້ານເປົ້າໝາຍ, ມາຮອດປັດຈຸບັນຕິດຕັ້ງສໍາເລັດແລ້ວ 50 ບ້ານ ເທົ່າກັບ 90,91%. ໃນນີ້, ເມືອງລະມາມ 15 ຊຸດ ຕິດຕັ້ງສໍາເລັດ 100%; ເມືອງທ່າແຕງ 7 ຊຸດ ຕິດຕັ້ງສໍາເລັດ 100%; ເມືອງດາກຈຶງ 14 ຊຸດ ຕິດຕັ້ງສໍາເລັດ 100% ແລະ ເມືອງກະລຶມ 19 ຊຸດ ຕິດຕັ້ງສໍາເລັດແລ້ວ 14 ບ້ານ ເທົ່າກັບ 73,68% ແລະ ຍັງບໍ່ທັນສໍາເລັດ 5 ບ້ານ. ເນື່ອງຈາກວ່າ ເມືອງກະລຶມເປັນເມືອງພູດອຍ ການໄປ-ມາໃນລະດູຝົນມີຄວາມຫຍຸ້ງຍາກ ແລະ ງົບປະມານ ຂອງເມືອງທີ່ສະໜອງໃຫ້ວິຊາການລົງຕິດຕັ້ງກໍມີຈໍານວນຈໍາກັດ ໂດຍ ລວມແລ້ວ ມາຮອດປັດຈຸບັນ, ທົ່ວແຂວງມີບ້ານທີ່ມີລະບົບໂທລະໂຄ່ງທັງໝົດ 144 ບ້ານ ກວມເອົາ 71,28% ຂອງຈໍານວນບ້ານທົ່ວແຂວງ.

ຂ່າວ: ສັນຍາ

KPL

ຂ່າວອື່ນໆ

ads
ads

Top