ເຈົ້າໜ້າທີ່-ຜູ້ປະກອບການ 5 ແຂວງ ພາກເໜືອ ຮຽນຮູ້ວຽກງານ ອີຊີໂອ

22/10/2024 16:21
ຂປລ ຂປລ. ເມື່ອບໍ່ດົນມານີ້, ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ອົງການພັດທະນາສາກົນ ສະຫະລັດອາເມລິກາ ຜ່ານໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ ພາກທຸລະກິດ (USAID) ຈັດຝຶກອົບຮົມ ກ່ຽວກັບການນຳໃຊ້ລະບົບອອກໃບຢັ້ງຢືນ ແຫລ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ ຫລື ອີຊີໂອ (e-CO) ໃຫ້ບັນດາເຈົ້າໜ້າທີ່ ແລະ ຜູ້ປະກອບການ 5 ແຂວງພາກເໜືອ



ຂປລ. ເມື່ອບໍ່ດົນມານີ້
, ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ອົງການພັດທະນາສາກົນ ສະຫະລັດອາເມລິກາ ຜ່ານໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ ພາກທຸລະກິດ (USAID)  ຈັດຝຶກອົບຮົມ ກ່ຽວກັບການນຳໃຊ້ ລະບົບອອກໃບຢັ້ງຢືນ ແຫລ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ ຫລື ອີຊີໂອ (e-CO) ໃຫ້ບັນດາເຈົ້າໜ້າທີ່ ແລະ ຜູ້ປະກອບການ 5 ແຂວງພາກເໜືອ ເຊິ່ງເປັນຄວາມພະຍາຍາມຢ່າງຕໍ່ເນື່ອງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃນການສ້າງຄວາມເຂັ້ມແຂງ ແລະ ຄວາມຊໍານານໃຫ້ແກ່ ເຈົ້າໜ້າທີ່ລັດ ແລະ ຜູ້ປະກອບການ ໃນການນຳໃຊ້ລະບົບອອກໃບຍັ້ງຢືນ ແຫລ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ຮຸ່ນປັບປຸງໃໝ່ ທີ່ໄດ້ເປີດນໍາໃຊ້ເປັນທາງການໃນວັນທີ 31 ກໍລະກົດ 2024 ທີ່ຜ່ານມາ.

ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າ ກົມການຄ້າຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້, ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພາກລັດ ແລະ ພາກທຸລະກິດ ໃນການນຳໃຊ້ລະບົບ e-CO ແນໃສ່ອໍານວຍຄວາມສະດວກ ໃຫ້ແກ່ການສົ່ງອອກ ແລະ ປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ ແລະ ຊ່ວຍສ້າງໂອ ກາດໃໝ່ໆ ສຳລັບການເຕີບໂຕ ທາງດ້ານເສດຖະກິດຂອງ ສປປ ລາວ. ລະບົບ e-CO, ເປັນເຄື່ອງມືອຳນວຍຄວາມສະດວກ ໃນການຍື່ນຂໍ ແລະ ອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດທາງການຄ້າ, ຊ່ວຍໃຫ້ບັນດາວິສາຫະກິດ ສາມາດຮຽກຮ້ອງສິດທິພິເສດທາງການຄ້າ ລະຫວ່າງປະເທດ.

ທ່ານ ຊາຍຄຳ ພົມບົວທອງ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໄດ້ສະແດງຄວາມຂອບໃຈ ຕໍ່ກົມການຄ້າຕ່າງປະເທດ ແລະ ໂຄງການ USAID ທີ່ໄດ້ຈັດຊຸດຝຶກອົບຮົມໃນຄັ້ງນີ້, ເຮັດໃຫ້ພວກເຮົາມີຄວາມເຂົ້າໃຈໃນລະບົບ e-CO ຫລາຍຂຶ້ນ ແລະ ຈະຊ່ວຍປັບປຸງການບໍລິການອອກໃບຍັ້ງຢືນ ແຫລ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ໃຫ້ແກ່ພາກທຸລະກິດພາຍໃນແຂວງ ອຸດົມໄຊ ແລະ ບັນດາແຂວງພາກເໜືອ ດີຂຶ້ນເປັນກ້າວໆ.

ສໍາລັບ ພາກສ່ວນໃດທີ່ສົນໃຈໃນຂໍ້ມູນ ກ່ຽວກັບການອອກໃບຢັ້ງຢືນ ແຫລ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫລ່ງກຳເນີດສິນຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ  ແລະ ການຄ້າ. ສາມາດຕິດຕໍ່ ໄດ້ທີເບີໂທ: 021 450 255 ຫລື ສຶກສາຂໍ້ມູນໄດ້ທີ່ເວັບໄຊ https://ecolao.gov.la/.

ຂໍ້ມູນ-ພາບ: ອຄ

KPL

ຂ່າວອື່ນໆ

ads
ads

Top